ໃນຕອນເຊົ້າຂອງວັນທີ 13 ກຸມພາ 2018 ນີ້, ສານປະຊາຊົນ ແຂວງຊຽງຂວາງ ຄະນະສານອາຍາຂັ້ນຕົ້ນ ໄດ້ຕັດສິນຄະດີຜູ້ກະທຳຜິດໃນການຂຸດຄົ້ນຊັບພະຍາກອນທຳມະຊາດ ທີ່ບໍ່ຖືກຕ້ອງຕາມກົດໝາຍ ຈຳນວນ 21 ຄົນ, ທີ່ຖືກເຈົ້າໜ້າທະຫານແຂວງຊຽງຂວາງ ໄດ້ຂື້ນໄປປະຕິບັດໜ້າທີ່ເວນຍາມສະຖານທີ່ບໍ່ແຮ່ຄຳ ຢູ່ພູແຮ້ ຈົນຕົກມາຮອດເວລາ 1 ໂມງ ຂອງວັນທີ 3 ພະຈິກ 2017 ໄດ້ພົບເຫັນບຸກຄົນ ຈຳນວນໜື່ງ ທີ່ຂື້ນໄປຂຸດເອົາ ບໍ່ແຮ່ຄຳ ຢູ່ພູແຮ້ ຈື່ງສາມາດຈັບຕົວຜູ້ທີ່ໄປຂຸດແຮ່ຄຳ ໄດ້ຈຳນວນ 21 ຄົນ, ເຊີ່ງຈໍາເລີຍທັງໝົດ ແມ່ນເປັນປະຊາຊົນ ຢູ່ ເມືອງແປກ ແຂວງຊຽງຂວາງ, ຜ່ານການສືບສວນສອບສວນຂອງເຈົ້າໜ້າທີ່ ແມ່ນ ຈຳເລີຍ ທັງ 21 ຄົນ ໄດ້ຮັບສະລະພາບວ່າ: ແມ່ນຕົນໄດ້ກະທຳຜິດໃນສະຖານການຂຸດຄົ້ນຊັບພະຍາກອນທຳມະຊາດ ທີ່ບໍ່ຖືກຕ້ອງຕາມກົດໝາຍ ຢູ່ທີ່ ບໍ່ແຮ່ຄຳ ພູແຮ້ ເມືອງແປກ, ແຂວງຊຽງແທ້.
ຕໍ່ກັບການກະທຳຜິດດັ່ງກ່າວ ເຫັນວ່າຜູ້ກ່ຽວທັງ 21 ຄົນ, ມີຄວາມຜິດທາງອາຍາຕາມມາດຕາ 34, ມາດຕາ 47, ມາດຕາ 143 ວັກ 2 ຂອງກົດໝາຍອາຍາສະບັບປັບປຸງ ປີ 2015, ມາດຕາ 23 ແລະ ມາດຕາ 75 ຂອງກົດໝາຍວ່າດ້ວຍແຮ່ທາດ, ມາດຕາ 30, 32 ,33 ຂອງກົດຫມາຍວ່າດ້ວຍ ຄ່າທຳນຽມສານ ສະບັບປັບປຸງປີ 2006 , ມາດຕາ 192, 203, 204, 207, 208, 214 ແລະ ມາດຕາ 215 ຂອງກົດຫມາຍວ່າດ້ວຍການດຳເນີນຄະດີອາຍາສະບັບປັບປຸງ ປີ 2012 ສະນັ້ນ ສານປະຊາຊົນແຂວງຊຽງຂວາງ ຈື່ງໄດ້ຕັດສີນຄະດີເລື່ອງນີ້ ຕໍ່ໜ້າປະຊາຊົນໃນສະຖານອາຍາເປັນຂັ້ນຕົ້ນເຊີ່ງ ຈຳເລີຍ ທັງ 21 ຄົນ, ມີຄວາມຜິດທາງອາຍາໃນຖານການຂຸດຄົ້ນຊັບພະຍາກອນ ທໍາມະຊາດທີ່ບໍ່ຖືກຕ້ອງຕາມກົດໝາຍ ຕັດອິດສາລະພາບ 3 ເດືອນ 15 ວັນ ເຫຼືອຈາກນັ້ນແມ່ນ ຜາກໄວ້ ແລະ ປັບໄໝ ຜູ້ລະ 1 ລ້ານ – 3 ລ້ານກີບ
ທີມຂ່າວ ແຂວງຊຽງຂວາງ
Editor: ກຳປານາດ ລັດຖະເຮົ້າ