ວັນທີ 14 ກຸມພາ 2018 ນີ້, ທີ່ໂຮງແຮມເມືອງແທງ, ນະຄອນຫລວງວຽງຈັນ ກົມການຄ້າພາຍໃນ, ກະຊວງອຸດສາຫະກໍາ ແລະ ການຄ້າ ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງ ໄດ້ຈັດກອງປະຊຸມຖອດຖອນບົດຮຽນການຈັດຕັ້ງປະຕິບັດວຽກງານປົກປ້ອງຜູ້ຊົມໃຊ້ ປະຈໍາປີ 2017 ແລະ ແຜນກິດຈະກໍາ 2018 ຂື້ນ ໂດຍການເປັນປະທານ ຂອງທ່ານ ສົມຈິດ ອິນທະມິດ ຮອງລັດຖະມົນຕີ ກະຊວງອຸດສາຫະກໍາ ແລະ ການຄ້າ, ເຂົ້າຮ່ວມມີບັນດາຜູ້ຕາງຫນ້າຈາກຂະແຫນງການທີ່ກ່ຽວຂ້ອງ, ຕາງຫນ້າບັນດາພະແນກ ແຂວງ ແລະ ນະຄອນຫລວງວຽງຈັນ, ຜູ້ຕາງຫນ້າ ໂຄງການ GIZ CPL ໄລຍະ 2 ແລະ ຕາງຫນ້າໂຄງການ ຍູເອດ ລູນາ ໄລຍະ 2
ທ່ານ ສົມຈິດ ອິນທະມິດ ຮອງລັດຖະມົນຕີ ກະຊວງອຸດສາຫະກໍາ ແລະ ການຄ້າ ໄດ້ກ່າວໃນກອງປະຊຸມວ່າ: ກອງປະຊຸມຄັ້ງນີ້ ແມ່ນເປັນກອງປະຊຸມ ຄັ້ງທໍາອິດ ເພື່ອຖອດຖອນບົດຮຽນວຽກງານປົກປ້ອງຜູ້ຊົມໃຊ້ ໃນວົງກວ້າງ, ໂດຍສະເພາະການສະຫລຸບລາຍງານການຈັດຕັ້ງປະຕິບັດວຽກງານປົກປ້ອງຜູ້ຊົມໃຊ້ ໃນໄລຍະ 1 ປີ ຜ່ານມາ. ໃນແຕ່ລະຂະແຫນງ ເປັນຕົ້ນ: ສະພາບໂດຍລວມ, ຂໍ້ສະດວກ, ຂໍ້ຫຍຸ້ງຍາກ, ສິ່ງທ້າທາຍຕ່າງໆ ແລະ ຂໍ້ສະເຫນີຮ່ວມກັນຂອງແຕ່ລະຂະແຫນງ. ກອງປະຊຸມຄັ້ງນີ້ ແມ່ນມີເປົ້າຫມາຍຄື: ເພື່ອເປັນການສ້າງຄວາມຮັບຮູ້ເຊີ່ງກັນ ແລະ ກັນ, ໃນການປະຕິບັດວຽກງານປົກປ້ອງຜູ້ຊົມໃຊ້ ຂອງຂະແຫນງການທີ່ກ່ຽວຂ້ອງ ໃຫ້ສາມາດຈໍາແນກໄດ້ ລະອຽດ ພາລະບົດບາດ ແຕ່ລະອົງການປົກປ້ອງຜູ້ຊົມໃຊ້. ຖັດມາແມ່ນການປັບປຸງກົນໄກ ການປະສານງານໃຫ້ມີປະສິດທີ່ຜົນກວ່າເກົ່າ. ທັງເປັນການສ້າງຄວາມຮູ້ ແລະ ຄວາມເຂັ້ມແຂງ ໃຫ້ພະນັກງານພາກລັດ ແລະ ເຈົ້າຫນ້າທີ່ປົກປ້ອງຜູ້ຊົມໃຊ້ ໃນການປະສານສົມທົບວຽກງານປົກປ້ອງຜູ້ຊົມໃຂ້ ຮ່ວມກັນ ໂດຍສະເພາະ 4 ຂະແຫນງການຫລັກ ແລະ ລວມທັງຂະແຫນງການທີ່ກ່ຽວຂ້ອງ. ນອກຈາກນີ້, ເພື່ອຊຸກຍູ້ວຽກງານປົກປ້ອງຜູ້ຊົມໃຊ້ ນັບແຕ່ສູນກາງ ລົງຮອດທ້ອງຖີ່ນ ໄດ້ມີການຮ່ວມມື ແລະ ປະສານສົມທົບ ໃນການຈັດຕັ້ງປະຕິບັດວຽກງານປົກປ້ອງຜູ້ຊົມໃຊ້ ໃຫ້ໄປລວງດຽວກັນ. ແລະ ສາມາດສ້າງກິດຈະກໍາຮ່ວມກັນ ຕໍ່ວຽກງານປົກປ້ອງຜູ້ຊົມໃຊ້ ໃຫ້ເປັນຮູບປະທໍາ.
ໃນຄວາມເປັນຈິງ ການຈັດຕັ້ງປະຕິບັດ ກົດຫມາຍປົກປ້ອງຜູ້ຊົມໃຊ້ ແມ່ນຈັດຕັງປະຕິບັດໄດ້ດີ ໃນໄລຍະຜ່ານມາ ເຊັ່ນ: ການສ້າງສາຍດ່ວນ ປົກປ້ອງຜູ້ຊົມໃຊ້ 1510 ຂື້ນມາ, ຂອງຂະແຫນງອຸດສາຫະກໍາ ແລະ ການຄ້າ, ການສ້າງນິຕີກໍາຕ່າງໆ ຂອງຂະແຫນງການ ໃນການປົກປ້ອງສິດຜົນປະໂຫຍດຂອງຜູ້ຊົມໃຂ້ ເຊັ່ນ: ການຕິດສະຫລາກສິນຄ້າ ເປັນພາສາລາວ, ການໂຄສະນາ ແລະ ອື່ນໆ. ສໍາລັບກອງປະຊຸມ ຄັ້ງນີ້ ແມ່ນໄດ້ດໍາເນີນເປັນເວລາ 2 ວັນ, ຄື ວັນທີ 14-15 ກຸມພາ 2018.
Editor: ກຳປານາດ ລັດຖະເຮົ້າ