ເມື່ອບໍ່ດົນມານີ້, ເມືອງຊໍາໄຕ້, ແຂວງຫົວພັນ ໄດ້ປະກາດບ້ານສົບເປັ້ງ, ກຸ່ມລ້ອງແກ້ມ ເປັນບ້ານພັດທະນາ ອັນດັບທີ 18 ຂອງເມືອງຊໍາໄຕ້ ແລະ ອັນດັບທີ 251 ຂອງແຂວງຫົວພັນ.
ບ້ານສົບເປັ້ງ ມີ 63 ຫລັງຄາເຮືອນ, ມີພົນລະເຮືອນ ທັງໝົດ 404 ຄົນ, ຍິງ 200 ຄົນ, ມີ 1 ຫນ່ວຍ, ສະມາຊິກ 15 ສະຫາຍ ແລະ ຍັງປະກອບມີບັນດາອົງການຈັດຕັ້ງມະຫາຊົນ ຄົບຊຸດ ເຄື່ອນໄຫວ ຖືກຕ້ອງຕາມພາລະບົດບາດ, ປະຊາຊົນພາຍບ້ານ ເປັນຊົນເຜົ່າໄທແດງ 100 ສ່ວນຮ້ອຍ, ອາຊີບແມ່ນປູກເຂົ້າ, ປູກຝັງ ແລະ ລ້ຽງສັດ, ການຫັດຖະກໍາເປັນສໍາຮອງ. ບ້ານມີເນື້ອທີ່ທັງໝົດ 1,374 ກວ່າເຮັກຕາ, ມີເນື້ອທີ່ທໍາການຜະລິດກະສິກໍາ ທີ່ບ້ານຄຸ້ມຄອງ ແລະ ນໍາໃຊ້ ມີ 729 ກວ່າເຮັກຕາ. ເຂດປຸກສ້າງທີ່ຢູ່ອາໃສ 6 ກວ່າເຮັກຕາ, ເຂດດິນ ແລະ ປ່າໄມ້ຄຸ້ມຄອງ ແລະ ນໍາໃຂ້ໃນປະຈຸບັນ ມີເນື້ອທີ່ 586 ກວ່າເຮັກຕາ, ເຂດປ່າຊົມໃຂ້ ມີເນື້ອທີ່ 355 ກວ່າເຮັກຕາ, ເຂດປ່າສະຫງວນບ້ານ ມີເນື້ອທີ່ 16 ກວ່າເຮັກຕາ, ເຂດປ່າສະຫງວນນໍ້າຊໍາ ມີເນື້ອທີ່ 37 ກວ່າເຮັກຕາ, ເຂດປ່າປ້ອງກັນບ້ານ ມີເນື້ອທີ່ 37 ກວ່າເຮັກຕາ, ປ່າປ້ອງກັນແຫລ່ງນໍ້າ ມີເນື້ອທີ່ 32 ກວ່າເຮັກຕາ, ເຂດປ່າພື້ນຟູ 106 ກວ່າເຮັກຕາ, ເຂດສວນປູກໄມ້ 1 ເຮັກຕາກວ່າ, ເຂດດິນວັດທະນະທໍາ ມີເນື້ອທີ່ 2 ກວ່າເຮັກຕາ, ເຂດດິນຄົມມະນາຄົມ ມີເນື້ອທີ່ 3 ເຮັກຕາກວ່າ ແລະ ເນື້ອທີ່ດິນເປັນນໍ້າ ແລະ ຫ້ວຍ ມີເນື້ອທີ່ 8 ເຮັກຕາກວ່າ, ເນື້ອທີ່ນາ 35 ເຮັກຕາ, ສະມັດຕະພາບ 4 ໂຕນ/ເຮັກຕາ ໃນ1 ປີ ມີລາຍຮັບຈາກການຂາຍເຂົ້າ 20 ລ້ານກີບ, ລາຍຮັບຈາກການຂາຍສັດທຸກປະເພດ ໄດ້ 520 ລ້ານກີບ, ລາຍຮັບຈາກການຕໍາຫູກ-ສາວໄຫມ, ຈັກສານ ໄດ້ 180 ລ້ານກີບ, ລາຍຮັບຈາກການຊາຍໄມ້ປ່ອງ 300 ລ້ານກີບ.
Editor: ກຳປານາດ ລັດຖະເຮົ້າ