ພິທີມອບ-ຮັບໂຄງການກໍ່ສ້າງຂົວມິດຕະພາບລາວ-ຍີ່ປຸ່ນ ແຂວງເຊກອງ ແລະ ເປີດການນຳໃຊ້ຢ່າງເປັນທາງການ ໃນວັນທີ 12 ກຸມພາ ຜ່ານມານີ້ ທີ່ຂົວຂ້າມນ້ຳເຊກອງ, ໃຫ້ກຽດເຂົ້າຮ່ວມມີທ່ານ ປອ ບຸນທອງ ຈິດມະນີ ຮອງນາຍຍົກລັດຖະມົນຕີ ປະທານກວດກາສູນກາງພັກ, ທ່ານ ຄຳເຜີຍ ບຸດດາວຽງ ເຈົ້າແຂວງໆ ເຊກອງ, ທ່ານ ທາເຄຊິ ຣິຄີຮາຣະ ເອກອັກຄະລາຊະທູດ ຍີ່ປຸ່ນປະຈຳ ສປປ ລາວ, ຜູ້ຕາງໜ້າອົງການໄຈກ້າປະຈຳລາວ, ທ່ານ ປອ ບຸນຈັນ ສິນທະວົງ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ, ລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ, ປະທານກຳມາທິການເສດຖະກິດແຜນການ-ການເງິນ ແລະ ກວດສອບ ສະພາແຫ່ງຊາດ, ມີ ທ່ານຮອງເຈົ້າແຂວງຈໍາປາສັກ,ສາລະວັນ,ອັດຕະປື,ເຊກອງ ແລະ ເຈົ້າເມືອງ ພ້ອມຫົວໜ້າພະແນກການ ແລະ ພະນັກງານອາວຸໂສບຳນານເຂົ້າຮ່ວມເປັນສັກຂີພິຍານ.
ໂຄງການດັ່ງກ່າວ ເປັນໂຄງການບູລິມະສິດຂອງລັດຖະບານ ໂຄງການກໍ່ສ້າງຂົວແຫ່ງນີ້ນອນຢູ່ໃນເສັ້ນທາງຫຼວງແຫ່ງຊາດ ເລກທີ 16 B, ມີຈຸດເລີ່ມຕົ້ນຈາກເທສະບານແຂວງເຊກອງ ຫາ ເມືອງດາກຈຶງ ຊາຍແດນລາວ-ຫວຽດນາມ ມີຄວາມຍາວ 116 ກມ, ຂົວຂ້າມນໍາເຊກອງ ມີຄວາມຍາວ 300 ແມັດ, ໄດ້ອອກແບບກໍ່ສ້າງຕາມມາດຕະຖານເຕັກນິກຂອງສາກົນ,ເປັນຂົວເບຕົງເສີມເຫຼັກອັດແຮງແບບປະສົມ ລະຫວ່າງ ສາຍກາບຖ່ວງດຶງ ແລະ ຂາງແບບຮູບກັບ 4 ຫຼ່ຽມ, ສາມາດຮັບນໍ້າໜັກໄດ້ 80 ໂຕນ, ມີເສົາກາງນໍ້າ ແລະ ເສົາຫົວຂົວ 2 ເສົາ, ລະບົບຮາກຖານຈໍານວນໜຶ່ງ ຕອກດ້ວຍເສົາເຂັມ, ມີຈໍານວນ 17 ຕົ້ນ, ມີ 4 ຊ່ວງ, ຊ່ວງກາງນໍ້າທີ່ກວ້າງທີ່ 110 ແມັດ, ຄວາມກວ້າງຂອງຂົວ 11 ແມັດ, ໜ້າທາງລົດແລ່ນ 8 ແມັດ, ທາງຍ່າງເບື້ອງລະ 1,5 ແມັດ, ໜ້າຂົວແມ່ນປູດ້ວຍຢາງຂົ້ວ, ຄວາມຫນາ 8 ຊັງຕີແມັດ, ມີທາງເຂົ້າຂົວ 2 ເບື້ອງ, ຍາວລວມ 527 ແມັດ, ກວ້າງ 10 ແມັດ, ມີລະບົບໄຟເຍືອງທາງ ແລະ ຂົວຄົບຊຸດ ເພື່ອຮັບປະກັນຄວາມປອດໄພໃນເວລາສັນຈອນຕອນກາງຄືນ; ໂດຍໄດ້ຮັບທຶນຊ່ວຍເຫຼືອຈາກອົງການໄຈກ້າ 121 ຕື້ 551 ລ້ານກີບ, ໂດຍແມ່ນບໍລິສັດ ໄຕເຊະ ຈາກປະເທດຍີ່ປຸ່ນ ເປັນຜູ້ຮັບເໝົາກໍ່ສ້າງ,ໂດຍສັນຍາໃນເບື້ອງຕົ້ນແມ່ນ 29 ເດືອນ ແຕ່ເນື່ອງຈາກມີຄວາມຜິດພາດທາງດ້ານເຕັດນິກ ຈຶ່ງໄດ້ຕໍ່ສັນຍາຕື່ມອີກ 10 ເດືອນ, ລວມເວລາການກໍ່ສ້າງແມ່ນ 39 ເດືອນ, ໂອກາດດັ່ງກ່າວ ທ່ານ ທາເຄຊິ ຣິຄີຮາຣະ ເອກອັກຄະລາຊະທູດ ຍີ່ປຸ່ນ ປະຈຳ ສປປ ລາວ ໄດ້ກ່າວມອບໂຄງການກໍ່ສ້າງຂົວມິດຕະພາບລາວ-ຍີ່ປຸ່ນແຂວງເຊກອງ ໃຫ້ກັບລັດຖະບານລາວ, ຈາກນັ້ນ ທ່ານ ປອ ບູນຈັນ ສິນທະວົງ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ກ່າວຮັບ ແລະ ມອບຕໍ່ໃຫ້ການນຳພັກ-ລັດ ແລະ ປະຊາຊົນແຂວງເຊກອງ ເປັນຜູ້ຄຸ້ມຄອງນຳໃຊ້ ແລະ ປົກປັກຮັກສາ.
Editor: ກຳປານາດ ລັດຖະເຮົ້າ