ໃນວັນທີ 11 ກຸມພາ ຜ່ານມານີ້ ທີ່ໂຮງໝໍນ້ອຍ ບ້ານຫ້ອມ ເມືອງຫາດຊາຍຟອງ ນະຄອນຫຼວງວຽງຈັນ ໄດ້ຈັດພິທີມອບ-ຮັບໂຮງໝໍນ້ອຍຫຼັງໃໝ່ ໂດຍໃຫ້ກຽດລັ່ນຄ້ອງ ເປີດພິທີຂອງທ່ານ ສີຫຸນ ສິດທິລືໄຊ ຮອງເຈົ້າຄອງນະຄອນຫຼວງວຽງຈັນ, ທ່ານ ແກ່ນ ວໍລະສານ ຮັກສາການເຈົ້າເມືອງໆຫາດຊາຍຟອງ, ພຣະອາຈານ ໄລ ສຸລະປັນໂຍ ປະທານອົງການພຸດທະສາສາໜາສໍາພັນລາວ ເມືອງຫາດຊາຍຟອງ, ມີບັນດາຮອງເຈົ້າເມືອງ, ຫົວໜ້າພະແນກ, ຄະນະການນນໍາຂັ້ນເມືອງ ແລະ ພໍ່ແມ່ປະຊາຊົນເຂົ້າຮ່ວມເປັນສັກຂີພິຍານ.
ພິທີມອບ-ຮັບໂຮງໝໍນ້ອຍ ບ້ານຫ້ອມ ຫຼັງໃໝ່ຄັ້ງນີ້ ເຊິ່ງມອບໂດຍພຣະອາຈານ ໄລ ສຸລະປັນໂຍ ປະທານ ອົງການພຸດທະສາສາໜາສຳພັນລາວ ເມືອງຫາດຊາຍຟອງ ທັງເປັນຜູ້ລະດົມທຶນໃນການກໍ່ສ້າງ ແລະ ຮັບໂດຍທ່ານ ແກ່ນ ວໍລະສານ ເຈົ້າເມືອງໆຫາດຊາຍຟອງ. ພາຍຫຼັງທີ່ໄດ້ຮັບຂໍ້ຕົກລົງແຕ່ງຕັ້ງຄະນະຮັບຜິດຊອບປຸກລະດົມທຶນຮອນໃນການກໍ່ສ້າງຕາມຂໍ້ຕົກລົງເລກທີ 723/ຈມຫຊຟ ລົງວັນທີ 10 ກໍລະກົດ 2014 ຊຶ່ງປະກອບດ້ວຍຝ່າຍພຣະສົງ, ສໍາມະເນນ ແລະ ຄະນະພັກອໍານາດການປົກຄອງເມືອງເພື່ອຄວາມເປັນເອກະພາບ ແລະ ແບ່ງຄວາມຮັບຜິດຊອບໃຫ້ແຕ່ລະພາກສ່ວນໄດ້ຈັດຕັ້ງການປຸກລະດົມເຂົ້າໃນການກໍ່ສ້າງໂຮງໝໍປະຈຳບ້ານ ເຊິ່ງມີຂະໜາດລວງຍາວ 28 ແມັດ, ລວງກ້າວງ 12 ແມັດ, ມີທາງລົດສົ່ງຄົນເຈັບຂຶ້ນດ້ານໜ້າ 4x5 ແມັດ, ລວມເນື້ອທີ່ກໍ່ສ້າງທັງໝົດ 356 ຕາແມັດ, ປະກອບມີ 12 ຫ້ອງເຮັດວຽກ 1 ຫ້ອງໂຖງ ທີ່ໃຊ້ເປັນບ່ອນຮັບຕ້ອນ, ຫ້ອງສຸກເສີນ 1 ຫ້ອງ, ຊ່ວຍເກີດລູກ 1 ຫ້ອງ, ຫ້ອງນອນແມ່ຫຼັງຄອດ 1 ຫ້ອງ, ຫ້ອງນອນຄົນເຈັບທົ່ວໄປ 4 ຫ້ອງ, ແຕ່ລະຫ້ອງນອນຄົນເຈັບມີຫ້ອງນໍ້າຕິດ, ມີແອເຢັນຄົບທຸກຫ້ອງ, ມີແທ່ງນໍ້າສໍາຮອງສໍາລັບແກ້ໄຂນໍ້າປາປາຂັດຂ້ອງຂະໜາດ 2000 ລິດ ແລະ ຫ້ອງນໍ້າສຳລັບພີ່ນ້ອງຄົນເຈັບ ຈຳນວນ 4 ຫ້ອງ. ລວມມູນຄ່າທັງໝົດໃນການກໍ່ສ້າງແມ່ນ 748.177.000 ກີບ.( ເຈັດຮ້ອຍສີ່ສິບແປດລ້ານໜຶ່ງຮ້ອຍເຈັດສິບເຈັດພັນກີບ).
Editor: ກຳປານາດ ລັດຖະເຮົ້າ