ໃນຕອນເຊົ້າຂອງມື້ວານນີ້ ບໍລິສັດ ເຂົ້າໜ້ຽວ ການສະແດງ ຮ່ວມກັບ ພາກສ່ວນກ່ຽວຂ້ອງ ໄດ້ຈັດພິທີຖະແຫລງຂ່າວ ກ່ຽວກັບການຈັດງານ ບຸນການສະແດງວຽງຈັນ ຂື້ນທີ່ ສະຖາບັນຝຣັ່ງ ນະຄອນຫຼວງວຽງຈັນ, ຜ່ານການຖະແຫລງຂ່າວໃຫ້ຮູ້ວ່າ: ງານບຸນການສະແດງວຽງຈັນ ແມ່ນຈະໄດ້ຈັດຂື້ນ ໃນວັນທີ 17 - 18 ກຸມພາ 2018 ນີ້ ທີ່ ຫໍວັດທະນະທໍາແຫ່ງຊາດ ນະຄອນຫຼວງວຽງຈັນ. ເພື່ອເຮັດໃຫ້ມວນຊົນຫັນມາສົນໃຈ ແລະ ສົ່ງເສີມສີລະປະການສະແດງຂອງຄົນລາວ ແລະ ໄດ້ຊົມການສະແດງຂອງຕ່າງປະເທດໄປພ້ອມກັນ ແລະ ເປັນອີກໜຶ່ງກິດຈະກໍາ ທີ່ຈະດຶງດູເອົານັກທ່ອງທ່ຽວເຂົ້າມາທ່ຽວໃນນະຄອນຫຼວງວຽງຈັນ ຫຼາຍຂື້ນ.
ນອກນັ້ນຍັງເປັນການເປີດໂອກາດໃຫ້ນັກສະແດງລາວ ໄດ້ແລກປ່ຽນປະສົບການ ກັບນັກສະແດງຈາກຕ່າງປະເທດ ເພື່ອພັດທະນາທັກສະການສະແດງຂອງຕົນ ໃຫ້ດີຂື້ນຕື່ມອີກ. ການຈັດງານບຸນການສະແດງ ຄັ້ງນີ້ເປັນຄົ້ງທີ 3 ທີ່ໄດ້ຈັດຂື້ນ ໂດຍສືບເນື່ອງມາຈາກຄັ້ງ ຜ່ານມາ ທີ່ໄດ້ຮັບການຕອບຮັບເປັນຢ່າງດີ ພ້ອມທັງໄດ້ຮັບການສະໜັບສະໜູນຈາກຫລາຍພາກສ່ວນ ທັງພາກລັດ - ເອກກະຊົນ ແລະ ອົງການຈັດຕັ້ງຕ່າງໆ ທີ່ໃຫ້ການຊຸກຍູ້ສົ່ງເສີ່ມດ້ວຍດີຕະຫຼອດມາ
ພາຍໃນງານແມ່ນຈະມີການສະແດງຫລາຍກວ່າ 30 ລາຍການ ຈາກນັກສະແດງ ທັງພາຍໃນ ແລະ ຕ່າງປະເທດ ເຊັ່ນ: ລາວ, ໄທ, ກໍາປູເຈຍ ແລະ ຍີ່ປຸ່ນ ທີ່ຈະມາສ້າງຄວາມມ່ວນຊື່ນ ສ້າງຮ້ອຍຍີ້ມ ໃຫ້ແກ່ຜູ້ທີ່ມາຮ່ວມພາຍໃນງານ ມີທັງການສະແດງ ກາຍະສີນ, ຕຸກກະຕາ, ລະຄອນເວົ້າ, ລໍາເລື້ອງ, ລໍາພື້ນບ້ານ, ເຕັ້ນບີບອຍ, ການສະແດງຂອງຄົນພິການຫູ, ພ້ອມທັງມີການວາງສະແດງຜົນງານຂອງສີນລະປີນ ທີ່ມີຊື່ສຽງທາງດ້ານວິຈິດສີນ, ມີການວາງສະແດງຮູບພາບ, ການແຕ້ມຮູບເໜືອນ ພ້ອມທັງມີຮ້ານຂາຍເຄື່ອງທີ່ລະນຶກຢ່າງຫຼວງຫຼາຍ ພາຍໃນງານ.
ພິເສດ ທາງພາກສ່ວນຈັດງານບຸນ ການສະແດງວຽງຈັນ ຍັງຈະໄດ້ພານັກສະແດງຈາກຕ່າງປະເທດ ແລະ ນັກສະແດງລາວ ໄປສະແດງສ້າງຄວາມມ່ວນຊື່ນ ໃຫ້ແກ່ເດັກນ້ອຍດ້ອຍໂອກາດ, ສູນຟື້ນຟູໜ້າທີ່ການ, ໂຮງຮຽນ ແລະ ໂຮງໝໍແມ່ ແລະ ເດັກອີກດ້ວຍ.
ເຊີນຊວນໃຫ້ພໍ່ແມ່ - ປະຊາຊໍົນ ທຸກພາກສ່ວນ ສາມາດໄປຮ່ວມງານໄດ້ ໃນວັນທີ 17 – 18 ກຸມພາ 2018 ທີ່ ຫໍວັດທະນະທໍາແຫ່ງຊາດ ນະຄອນຫຼວງວຽງຈັນ ສາມາດເຂົ້າຊົມໄດ້ ໂດຍບໍ່ເສຍຄ່າ
Editor: ກຳປານາດ ລັດຖະເຮົ້າ