ວັນທີ 10 ກຸມພາ 2018 ຜ່ານມາ, ທີ່ເດີ່ນພະທາດຫຼວງວຽງຈັນ ໄດ້ມີພິທີໃສ່ບາດຖວາຍສັງຄະທານພະສົງ 1.205 ອົງ ແລະ ທອດຜ້າປ່າສາມັກຄີ ສົມທົບທຶນປະຕິສັງຂອນພະທາດຫຼວງວຽງຈັນ ຄັ້ງທີ 4 ຂອງ ທ່ານ ອຸດົມ ແຕ້ພານິດ (ບໍລິສັດ ແຕ້ພານິດ) ພ້ອມດ້ວຍ ທ່ານນາງ ມາຊ່າ ວັດທະນະພານິດ ດາລານັກສະແດງປະເທດໄທ ໃຫ້ກຽດເຂົ້າຮ່ວມຂອງ ທ່ານ ສີຫຸນ ສິດທິລືໄຊ ຮອງເຈົ້າຄອງນະຄອນຫຼວງວຽງຈັນ ທ່ານຮອງປະສານສູນກາງແນວລາວສ້າງຊາດ, ທ່ານ ບຸນທ່ຽງ ຂຸນສີ ປະທານແນວລາວສ້າງຊາດນະຄອນຫຼວງວຽງຈັນ ທ່ານເຈົ້າເມືອງ ຮອງເຈົ້າເມືອງໄຊເຊດຖາ ນັກທຸລະກິດ ເຖົ້າແກ່ແນວໂຮມ ແລະ ມວນຊົນນະຄອນຫຼວງວຽງຈັນ ເຂົ້າຮ່ວມຫຼາຍພັນຄົນ.
ກິດຈະກຳທອດຜ້າປ່າສາມັກຄີ ສົມທົບທຶນຢູ່ລາວຂອງ ທ່ານ ອຸດົມ ແຕ້ພານິດ ຄັ້ງນີ້ເປັນຄັ້ງທີ 3 ມີມູນຄ່າທັງໝົດ 1 ລ້ານບາດ ຫຼື ປະມານ 260 ລ້ານກີບ ໃນນີ້ ສົມທົບທຶນປະຕິສັງຂອນພະທາດຫຼວງວຽງຈັນ 5 ແສນບາດ ກ່າວຮັບໂດຍທ່ານ ພອນຈັນ ແພງພູວັນ ຮອງຫົວໜ້າພະແນກຖະແຫຼງຂ່າວ ວັດທະນະທຳ ແລະ ທ່ອງທ່ຽວ ນະຄອນຫຼວງວຽງຈັນ ແລະ ປະກອບສ່ວນສ້າງຫໍພັກອາຄັນຕຸກະສົງວັດທາດຫຼວງເໜືອ 5 ແສນບາດ ກ່າວຮັບໂດຍ ພະອາຈານ ດຳລົງ ພິມມະຈັກ ຫົວໜ້າຫ້ອງການສູນກາງອົງການພຸດທະສາສະໜາສຳພັນລາວ ເພື່ອແນໃສ່ເປັນການເສີມສ້າງສາຍພົວພັນ ຄວາມສາມັກຄີຮັກແພງລະຫວ່າງປະຊາຊົນ 2 ປະເທດ ລາວ-ໄທ ໃຫ້ນັບມື້ແໜ້ນແຟ້ນຍິ່ງຂຶ້ນ ທັງເປັນການຮັກສາຮີດຄອງປະເພນີອັນດີງາມຂອງສອງຊາດໃຫ້ມີຄວາມຍືນຍົງ ນອກນັ້ນ ເພື່ອຊ່ວຍໃຫ້ພະພິກຂຸສົງ ໄດ້ມີໂອກາດສຶກສາປະຕິບັດທຳໄດ້ເຕັມທີ່ ແລະ ເຮັດໃຫ້ເກີດຄວາມສຳນຶກໃນທຳ ມີຄວາມເມດຕາກະລຸນາ ເຫັນອົກເຫັນໃຈລະຫວ່າງເພື່ອນມະນຸດດ້ວຍກັນ ພ້ອມດຽວກັນນີ້ ກິດຈະກຳຄັ້ງນີ້ຍັງເປັນການຕ້ອນຮັບປີທ່ອງທ່ຽວລາວ 2018 ເພື່ອດຶງດູດນັກທ່ອງທ່ຽວພາຍໃນ ແລະ ຕ່າງປະເທດເຂົ້າມາທ່ຽວ ສປປ ລາວ ກໍ່ຄືນະຄອນຫຼວງວຽງຈັນ ໃຫ້ນັບມື້ຫຼາຍຂຶ້ນເລື້ອຍໆ.
ທ່ານ ອຸດົມ ແຕ້ພານິດ ເປັນບຸກຄົນໜຶ່ງທີ່ມີຈິດໃຈເສຍສະຫຼະວັດຖຸປັດໄຈຕົນເອງ ເພື່ອປະກອບສ່ວນຊ່ວຍເຫຼືອສັງຄົມ ໂດຍໄດ້ຈັດກິດຈະກຳນຳຜ້າປ່າສາມັກຄີຈາກປະເທດໄທມາທອດຢູ່ນະຄອນຫຼວງວຽງຈັນ ເປັນຈຳນວນ 3 ຄັ້ງ ຄື: ຄັ້ງທີ 1 ປີ 2016 ເງິນສົດ 1 ລ້ານບາດ ແລະ ຄຳ ຄິດເປັນມູນຄ່າ 1 ລ້ານບາດ ຄັ້ງທີ 2 ປີ 2017 ເງິນສົດ 1 ລ້ານບາດ ແລະ ຄຳ 100 ບາດ ແລະ ຄັ້ງທີ 3 ປີ 2018 ເງິນສົດ 1 ລ້ານບາດ.
Editor: ກຳປານາດ ລັດຖະເຮົ້າ