ກະຊວງປ້ອງກັນຄຄວາມສະຫງົບ ໄດ້ນຳເອົາເງິນທີ່ໄດ້ຈາກການປະກອບສ່ວນ ຂອງພະນັກງານ-ລັດຖະກອນ ມອບໃຫ້ກັບ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ , ຈຳນວນເງິນ 94 ລ້ານກວ່າກີບ ເພື່ອຊ່ວຍເຫຼືອປະຊາຊົນຜູປະສົບເຄາະຮ້າຍຈາກໄພພິບັດ ພະຍຸໝາຍເລກ 12 ( ດໍາເຣ ) ທີ່ພັດຢູ່ພາກກາງ ແລະ ພາກໃຕ້ ຂອງ ສສ ຫວຽດນາມ, ພິທີມອບ-ຮັບໄດ້ຈັດຂື້ນ ໃນວັນທີ 9 ກຸມພາ 2018ນີ້, ທີ່ກະຊວງແຮງງານແລະ ສະຫວັດດີການສັງຄົມ, ກ່າວມອບໂດຍ ທ່ານ ພັນເອກ ອານຸເດດ ຄູນຄຳ ຮອງຫົວໜ້າຫ້ອງວ່າການກະຊວງປ້ອງກັນຄວາມສະຫງົບ ແລະ ກ່າວຮັບໂດຍ ທ່ານ ລີປ່າວ ຢ່າງ ຫົວໜ້າຫ້ອງການກະຊວງ ແຮງງານ ແລະ ສະຫວັດດີການສັງຄົມ ພ້ອມຄະນະທັງສອງຝ່າຍເຂົ້າຮ່ວມ.
Editor: ກຳປານາດ ລັດຖະເຮົ້າ