ທິດຜ່ານມາ, ທ່ານ ສົມມາດ ພົນເສນາ ລັດຖະມົນຕີ ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ພ້ອມດ້ວຍຄະນະໄດ້ລົງພົບປະໂອ້ລົມຫ້ອງການຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ເມືອງຄຳ, ແຂວງຊຽງຂວາງ. ໂດຍເປັນກຽດຕ້ອນຮັບຂອງ ທ່ານ ສາຍລົມ ເອີນທະວັນ ຜູ້ຮັກສາການຫ້ອງການຫ້ອງການຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມເມືອງພ້ອມດ້ວຍພະນັກງານລັດຖະກອນເຂົ້າຮ່ວມທີ່ຫ້ອງປະຊຸມຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມເມືອງ.
ໃນພິທີ ທ່ານ ສາຍລົມ ເອີນທະວັນ ຜູ້ຮັກສາການຫ້ອງການຊັບພະຍາກອນທຳມະຊາດ ແລະ ສິ່ງ ແວດລ້ອມເມືອງ ໄດ້ຂື້ນລາຍງານໂດຍຫຍໍ້ໃຫ້ຮູ້ວ່າ: ຫ້ອງການຊັບພະຍາກອນທໍາມະຊາດ ແລະ ສິ່ງແວດ ລ້ອມເມືອງຄຳ ແຕ່ກ່ອນເປັນອົງການທີ່ດິນປະຈຳເມືອງແຕ່ມາຮອດປີ 2011 ຈີ່ງໄດ້ຫັນມາເປັນຫ້ອງການ ຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ຫຼັງຈາກນັ້ນມາ ກໍ່ໄດ້ຮັບການພັັດທະນາຢ່າງວ່ອງໄວເປັນ ຕົ້ນແມ່ນວຽກງານຊຸກຍູ້ປຸກສ້າງອາຄານສະຖານທີ, ປະກອບດ້ວຍບຸກຄະລາກອນ, ພາຫະນະອຸປະກອນ ຕ່າງໆ ແລະ ຈັດຝຶກອົບຮົມສ້າງຄວາມເຂັ້ມແຂງໃຫ້ແກ່ພະນັກງານລັດຖະກອນ, ເອົາໃຈໃສ່ຝຶກອົບຮົມການ ເມືອງແນວຄິດພະນັກງານ-ລັດຖະກອນ ປັບປຸງແບບແຜນວິທີເຮັດວຽກ, ສູ້ຊົນອອກໃບຕາດິນຜົນລາຍຮັບ ຂັ້ນງົບປະມານ. ເມື່ອເວົ້າເຖິງວຽກງານລັດກໍ່ເປັນ ໜ່ວຍງານໜຶ່ງທີ່ເປັນເອກະລາດມີສະມາຊິກພັກ ທັງໝົດ 12 ສະຫາຍ, ຍິງ 2 ສະຫາຍ, ໂດຍພາຍໃຕ້ການນໍາພາຂອງພະແນກຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ແລະ ຄະນະບໍລິຫານງານພັກເມືອງ ໃນການປັບປຸງກົງຈັກການຈັດຕັ້ງຂອງຫ້ອງການ, ໜ່ວຍງານໃນປັດຈຸບັນມີພະນັກງານລັດຖະກອນທັງໝົດ 22 ຄົນ ຍິງ 4 ຄົນ ແລະ ອາສາສະໝັກ 8 ຄົນ, ພາຍໃນຫ້ອງການຍັງປະກອບມີ 3 ໜ່ວຍງານ ເຊັ່ນ: ໜ່ວຍງານບໍລິຫານ ແລະ ແຜນງານການ, ໜ່ວຍງານທີ່ດິນ ແລະ ໜ່ວຍງານວຽກງານຕິດຕາມຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ.
ນອກຈາກນີ້ກໍ່ຍັງຈະໄດ້ແກ້ໄຂຈຸດອ່ອນ ແລະ ຂໍ້ຄົງຄ້າງ ເຊັ່ນ: ພະນັກງານຍັງບໍ່ທັນຕື່ນຕົວຫ້າວຫັນ ໃນການຈັດຕັ້ງປະຕິບັັດວຽກງາານ ແລະ ພະນັກງານລັດຖະກອນຍັງບໍ່ພໍ (ວຽກເຫຼືອຄົນ) ຫຼັງຈາກນັ້ນຜູ້ ແທນກໍ່ໄດ້ປະກອບຄໍາຄິດຄໍາເຫັນຕື່ມອີກ.
ເນື່ອງໃນໂອກາດດັ່ງກ່າວ ທ່ານ ສົມມາດ ພົນເສນາ ລັດຖະມົນຕີກະຊວງ ຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ, ກໍ່ໄດ້ໃຫ້ຄໍາຄິດຄໍາເຫັນ ແລະ ໃຫ້ທິດຊີ້ນໍາ ກ່ອນອື່ນໝົດ ທ່ານໄດ້ກ່າວຍ້ອງຍໍຊົມເຊີຍຕໍ່ຜົນງານທີ່ໄດ້ຈັດຕັ້ງປະຕິບັດໃນໄລຍະຜ່ານມາ ພ້ອມທັງໃຫ້ທິດຊີ້ນໍາບາງໜ້າ ວຽກແກ່ຄະນະຫ້ອງການຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມເມືອງ ຈົ່ງພ້ອມກັນເອົາໃຈໃສ່ຈັດ ຕັ້ງປະຕິບັດເສີມຂະຫຍາຍວຽກງານເປັນຕົ້ນແມ່ນ ວຽກງານປະສານສົມທົບກັບຫ້ອງການທີ່ກ່ຽວຂ້ອງ, ວຽກ ງານການວັດແທກທີ່ດິນ, ອອກໃບຕາດິນ, ເກັບກໍາສະຖິຕິໃຫ້ລະອຽດ ແລະ ປັບປຸງເກັບກໍາຄ່າທໍານຽມດິນ ຕ່າງໆເພື່ອແບ່ງເບົາໃຫ້ແກ່ພໍ່ແມ່ປະຊາຊົນ ຊາວກະສິກອນໃນການນໍາໃຊ້ທີ່ດິນເຂົ້າໃນການສ້າງສາພັດທະ ນາເສດຖະກິດຄອບຄົວໃຫ້ດີຂຶ້ນເປັນກ້າວໆ
ທີມຂ່າວ ຈາກເມືອງຄໍາ
Editor: ກຳປານາດ ລັດຖະເຮົ້າ