ໃນວັນທີ 9 ກຸມພາ 2018 ຜ່ານມານີ້, ທ່ານ ບອບບີ້ ພາລາຄອນ ທີ່ມາຈາກປະເທດກາດາ ພ້ອມຄະນະທິມງານມິນິໄບ ໄດ້ມອບເຄື່ອງຊ່ວຍເຫລືອໃຫ້ 2 ໂຮງຮຽນ ຄື: ໂຮງຮຽນປະຖົມຫວ້ຍແຈງ ແລະ ໂຮງຮຽນປະຖົມບ້ານກົກກູ່, ສໍາລັບເຄື່ອງທີ່ນໍາມາມອບໃນຄັ້ງນີ້ມີເຄື່ອງອຸປະກອນການຮຽນການສອນໂຕະ, ຕັ່ງຈໍານວນ 10 ຊຸດ, ບານເຕະ 10 ໜ່ວຍ, ປື້ມອ່ານນິທານ 140 ຫົວ, ບິກ10 ແອບ, ບັນທັດ, ສໍດໍາ10 ແອບ, ປື້ມຂຽນ100 ໜ້າ ຈໍານວນ 25 ໂຫຼ, ສໍສີ 20 ກັບ, ກອງແຫຼມສໍ 120 ອັນ, ປື້ມລະບາຍສີ 100 ຫົວ, ເຄື່ອງນຸ່ງຫົ່ມມີຜ້າຫົ່ມມອບໃຫ້ໂຮງຮຽນປະຖົມຫ້ວຍແຈງ ຈໍານວນ 87 ຜືນ, ເຄື່ອງນຸ່ງກິລາອີກ ຈໍານວນໜຶ່ງ ລວມມີຄ່າປະມານ 13 ລ້ານກວ່າກີບ,ເຄື່ອງດັ່ງກ່າວແມ່ນໄດ້ມາຈາກການລະດົມຫລາຍພາກສ່ວນປະກອບສ່ວນໂດຍແມ່ນ ທ່ານ ບອບບີ້ ພາລາຄອນ ຕາງໜ້າທິມງານເປັນຜູ້ມອບ, ຕາງໜ້າຄູອາຈານ ແລະ ນັກຮຽນເປັນຜູ້ຮັບຊ້ອງໜ້າສຶກສາທິການ-ກິລາເມືອງ, ຄະນະບ້ານຫ້ວຍແຈງເປັນສັກຂີພິຍານນໍາດ້ວຍ, ທັງນີ້ກໍ່ເພື່ອເປັນການຊ່ວຍ ເຫລືອເດັກນ້ອຍທີ່ຢູ່ຫາງໄກສອກຫລີກໂດຍສະເພາະໂຮງຮຽນປະຖົມບ້ານຫ້ວຍແຈງ ແລະ ໂຮງຮຽນປະຖົມບ້ານກົກກູ່ ໄດ້ຮັບອຸປະກອນການຮຽນການສອນທີ່ພຽງພໍ
ຖວທ ເມືອງເຊໂປນ
Editor: ກຳປານາດ ລັດຖະເຮົ້າ