ສະມາຄົມກິລາ-ກາຍະກຳແຫ່ງຊາດ ມອບເຄື່ອງຊ່ວຍເຫລືອໃຫ້ສະພາແຫ່ງຊາດ ສະມາຄົມກິລາ-ກາຍະກຳແຫ່ງຊາດ ຮ່ວມກັບ ກົມກິລາມວນຊົນ, ກະຊວງ ສຶກສາທິການ ແລະ ກິລາ ມອບເຄື່ອງນຸ່ງຫົ່ມ ແລະ ເງິນສົດ ລວມມູນຄ່າທັງໝົດ 30 ລ້ານກີບ ໃຫ້ສະພາແຫ່ງຊາດ ເພື່ອກຽມນໍາໄປມອບແກ່ປະຊາຊົນ ຜູ້ທຸກຍາກ ແລະ ຂາດເຂີນ, ເຊີ່ງພິທີມອບ-ຮັບ ໃນວັນທີ 9 ກຸມພາ 2018 ຜ່ານມາ ທີ່ສະພາແຫ່ງຊາດ ຈຸດປະສົງເພື່ອໄປມອບຕໍ່ໃຫ້ປະຊາຊົນພາຍໃນ 3 ເມືອງ ຄື: ເມືອງ ຄອບ, ແຂວງໄຊຍະບູລີ, ເມືອງ ຊ່ອນ ແລະ ເມືອງ ຮ້ຽມ ແຂວງຫົວພັນ
ໂດຍການກ່າວມອບຂອງ ທ່ານ ວັດທະນະໄຊ ລາດສະວົງສິງ, ຮອງປະທານສະມາຄົມກິລາ-ກາຍະກຳແຫ່ງຊາດ ປະທານສະໂມສອນກິລາໄກ່ຕີແຫ່ງຊາດ, ພ້ອມດ້ວຍ ທ່ານ ທອງວິໄລ ລິດທິເດດ ປະທານສະໂມສອນງົວຊົນ ແລະ ເປັນກຽດກ່າວຮັບໂດຍແມ່ນ ທ່ານນາງ ບົວພັນ ລີໄກຢ່າ, ປະທານກຳມາທິການບັນດາເຜົ່າ, ສະພາແຫ່ງຊາດ, ທັງເປັນສະມາຊິກສະພາແຫ່ງຊາດເຂດເລືອກຕັ້ງທີ 7 ແຂວງໄຊຍະບູລີ. ເຂົ້າຮ່ວມໂດຍມີບັນດາພາກສ່ວນທີ່ກ່ຽວຂ້ອງ, ສໍາລັບເຄື່ອງທີ່ນໍາມາມອບ ປະກອບມີ ເຄື່ອງນຸ່ງຫົ່ມ, ຜ້າຮົ່ມ ແລະ ເງິນສົດ ຈໍານວນຫນຶ່ງ ທີ່ສະມາຄົມກິລາ-ກາຍະກໍາແຫ່ງຊາດມອບໃຫ້ໃຫ້ສະພາແຫ່ງຊາດ ຄັ້ງນີ້ແມ່ນໄດ້ຈາກການປະກອບສ່ວນຊ່ວຍເຫລືອຂອງບັນດາສະມາຊິກພາຍໃນສະມາຄົມກິລາ-ກາຍະກໍາແຫ່ງຊາດ.
Editor: ກຳປານາດ ລັດຖະເຮົ້າ