ໃນວັນທີ 8 ກຸມພາ 2018 ຜ່ານມານີ້, ທີ່ ວັດບ້ານດອຍກອຍ ເມືອງສີສັດຕະນາກ ນະຄອນຫຼວງວຽງຈັນ, ທ່ານ ຄໍາພູທອງ ກັນລະຍາ ກໍາມະການພັກເມືອງ ຫົວຫນ້າໂຍທາທິການ ແລະ ຂົ່ນສົ່ງ ເມືອງສີສັດຕະນາກ ນະຄອນຫຼວງວຽງຈັນ. ໄດ້ໃຫ້ກຽດເປັນປະທານ ແລະ ກ່າວເປີດ ກອງປະຊຸມ ກໍານົດພະນັກງານນໍາພາ - ຄຸ້ມຄອງ ຕິດພັນກັບ ການປະຕິບັດຂໍ້ແຂ່ງຂັນຮັກຊາດ ແລະ ພັດທະນາ ທີ່ ບ້ານດອຍກອຍ ເມືອງສີສັດຕະນາກ ນະຄອນຫຼວງວຽງຈັນ, ມີ ທ່ານ ຄໍາຫວັນ ແພງມະນີ ເລຂາພັກບ້ານນາຍບ້ານ ບ້ານດອນກອຍ, ມີຮອງນາຍບ້ານ, ພະນັກງານບໍານານ - ອາວຸໂສ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ໃນໂອກາດດັ່ງກ່າວ ທ່ານ ຄໍາພູທອງ ກັນລະຍາ ກໍາມະການພັກເມືອງ ຫົວຫນ້າໂຍທາທິການ ແລະ ຂົ່ນສົ່ງເມືອງ ສີສັດຕະນາກ ນະຄອນຫຼວງວຽງຈັນ. ໄດ້ກ່າວເຖິງຈຸດປະສົງຂອງກອງປະຊຸມຄັ້ງນີ້ ກໍຄືການສ້າງແຜນກໍານົດພະນັກງານນໍາພາ - ຄຸ້ມຄອງຂັ້ນບ້ານເວົ້າລວມ ເວົ້າສະເພາະ ກໍຄື ບ້ານດອນກອຍ ແລະ ເພື່ອປະກາດຂໍ້ແຂ່ງຂັນຮັກຊາດ ແລະ ພັດທະນາ ເຊິງກອງປະຊຸມຄັ້ງນີ້ແມ່ນປະຕິບັດຕາມຄໍາສັ່ງ ຂອງກົມການເມືອງສູນກາງພັກ ເພື່ອການຄາດຄະເນເປົ້າໝາຍ ພະນັກງານທີ່ຈະຈັດວາງເຂົ້າໃນຕໍາແໜ່ງ ນໍາພາຄຸ້ມຄອງແຕ່ລະຂັ້ນ ແຕ່ລະຂະແໜງການ ແນໃສ່ຮັບປະກັນ ລັກສະນະສືບທອດປ່ຽນແທນ ໃນສະເພາະໜ້າ ຈັດຕັ້ງປະຕິບັດ ຄັດເລືອກເອົາຜູ້ທີ່ມີຄວາມເໝາະສົມ, ມີຄວາມຮູ້ຄວາມສາມາດ, ມີຄຸນສົມບັດສີນທໍາປະຕິຫວັດ ແລະ ມີຄວາມສາມມັກຄີ ຕາມມາດຕະຖານທີ່ວາງໄວ້ ເພື່ອກໍ່ສ້າງ, ບໍາລຸງ, ຕີລາຄາ, ຊັບຊ້ອນ, ຈັດວາງເຮັດໃຫ້ພວກເຂົາເລົ່ານັ້ນ ກາຍເປັນຜູ້ທີ່ມີຄວາມສາມາດ ທີ່ຈະມາຊີ້ນໍາ - ນໍາພາ ແລະ ຮັບໃຊ້ພໍ່-ແມ່ ປະຊາຊົນພາຍໃນບ້ານ ໃນອານາຄົດ.
ໃນພິທີໄດ້ມີການບ່ອນບັດຄັດເລືອກເອົາພະນັກງານ ສືບທອດປ່ຽນແທນ ຕາມມາດຕະຖານພະນັກງານນໍາພາ-ຄຸ້ມຄອງ ເພື່ອເກັບກໍາຂໍ້ມູນ ເບື້ອງຕົ້ນທີ່ຈະຈັດວາງສັບຊ້ອນ ແລະ ຈັດດວາງເຂົ້າໃນຕໍາແໜງນໍາພາຄຸ້ມຄອງແຕ່ລະຂັ້ນເພື່ອສືບທອດປ່ຽນແທນ ໃນສະເພາະຫນ້າ ແລະ ຍາວນານ, ນອກນັ້ນໃນພິທີຍັງໄດ້ມີການຂື້ນປະກາດ ຂໍ້ແຂ່ງຂັນຮັກຊາດ ແລະ ພັດທະນາ ພ້ອມທັງຂື້ນຈັບມືເພື່ອຮັບເອົາຂໍ້ແຂງຂັນດັ່ງກ່າວອີກດ້ວຍ.
Editor: ກຳປານາດ ລັດຖະເຮົ້າ