ໃນວັນທີ 6 ກຸມພາ 2018 ຜ່ານມານີ້, ຢູ່ຕໍ່ໜ້າສະໂມສອນຫ້ອງວ່າການປົກຄອງເມືອງ ເຊໂປນ ແຂວງສະຫວັນນະເຂດ ໄດ້ຈັດພິທີມອບ-ຮັບເຄື່ອງຊ່ວຍເຫຼືອຈາກກອງທຶນສັງຄົມສົງເຄາະຂັ້ນເມືອງຂອງເມືອງເຊໂປນ ໄດ້ມອບສັງກະສີໃຫ້ແກ່ບັນດາໂຮງຮຽນ 07 ແຫ່ງ, ປະກອບມີ
- ໂຮງຮຽນ ບ້ານຕະປ໋ອງ 40 ແຜ່ນ,
- ບ້ານຊຽງຕູບ 40 ແຜ່ນ,
- ບ້ານອາຫໍ 80 ແຜ່ນ,
- ບ້ານຫ້ວຍລົວ 80 ແຜ່ນ,
- ບ້ານໂພນໄຮ (ວັງໝູ) 50 ແຜ່ນ,
- ບ້ານສະປານ 50 ແຜ່ນ
- ບ້ານນໍ້າໂທນ 30 ແຜ່ນ ລວມມູນຄ່າ 9.250.000 ກີບ(ເກົ້າລ້ານ,ສອງແສນ,ຫ້າມື່ນກີບ) ໂດຍການເປັນກຽດມອບໃນຄັ້ງນີ້ ທ່ານ ຄໍາຫຼ້າ ພົມມີໄຊ ຮອງເຈົ້າເມືອງເຊໂປນ, ຜູ້ຮັບຕາງໜ້າໂຮງຮຽນ ຊ້ອງໜ້າອໍານາດການປົກຄອງທັງ 7 ບ້ານ ເປັນສັກຂີພິຍານນໍາດ້ວຍ.
ຖວທ ເມືອງເຊໂປນ
Editor: ກຳປານາດ ລັດຖະເຮົ້າ