ຕອນເຊົ້າວັນທີ 7 ກຸມພາ 2018 ທີ່ຜ່ານມາ, ຢູ່ຫ້ອງການບ້ານແດນສະຫວັນ ເມືອງເຊໂປນແຂວງສະຫວັນນະເຂດ ໄດ້ຈັດພີທີພົບປະບ້ານແຮກສ່ຽວ ລະຫວ່າງ ບ້ານແດນສະຫວັນ ເມືອງເຊໂປນ ແລະ ບ້ານກາຕັງເມືອງເຮືອງຮວາ ຂື້ນຢ່າງເປັນທາງການ, ໂດຍເປັນກຽດເຂົ້າຮ່ວມ ທ່ານໄຊຊະນະ ກັດຕິຍະວົງສາ ກໍາມະການພັກເມືອງ, ຜູ້ຊີ້ນໍາບ້ານໃຫ່ຍແດນສະຫວັນ, ທ່ານ ຫງຽນ ພິ ບາວ ຮອງປະທານປົກຄອງເທສະບານລາວບາວ, ເຂົ້າຮ່ວມມີບັນດາທ່ານ ຄະນະດ່ານ ທັງສອງຝ່າຍ, ຄະນະນາຍບ້ານທັງສອງບ້ານພ້ອມດ້ວຍພໍ່ແມ່ປະຊາຊົນເຂົ້າຮ່ວມຢ່າງພ້ອມພຽງ,
ໃນພີທີກໍ່ໄດ້ຮັບຊົມການສະແດງສີລະປະວັນນະຄະດີ ຈາກນ້ອງນັກຮຽນປະຖົມບ້ານແດນສະຫວັນ ມີ 2 ລາຍການບົດຟ້ອນຈໍາປາເມືອງລາວ, ບົດຟ້ອນບ້ານສາມສ້າງ, ຈາກນັ້ນ ຄະນະບ້ານທັງສອງບ້ານກໍ່ໄດ້ພົບປະແລກປ່ຽນບັນຫາການພັດທະນາເສດຖະກິດ - ສັງຄົມ ຮອບດ້ານ ຂອງແຕ່ລະຝ່າຍ ໃຫ້ກັນ ແລະ ກັນຊາບ, ພ້ອມນັ້ນ ກໍ່ຍັງໄດ້ທົບທວນຄືນສາຍພົວພັນມິດຕະພາບແບບພິເສດລະຫວ່າງສອງພັກ, ສອງລັດ ແລະ ປະຊາຊົນທັງສອງຊາດ ກໍຄືການຮ່ວມມື ລະຫວ່າງ ບ້ານແດນສະຫວັນ, ເມືອງເຊໂປນ ແຂວງສະຫວັນນະເຂດ ສປປລາວ ແລະ ບ້ານກາຕັງເມືອງເຮືອງຮວາແຂວງກວາງຈີ ສສ ຫວຽດນາມ, ຕື່ມອີກ ແລະ ໃນກອງປະຊຸມກໍ່ໄດ້ໃຫ້ສອງຝ່າຍຮ່ວມປະກອບຄໍາຄິດຄໍາເຫັນເຈາະຈີ້ມບັນຫາຕ່າງໆທີ່ຍັງຄົງຄ້າງມາປັບປຸງແກ້ໄຂເຊີ່ງໃນກອງປະຊຸມໄດ້ຕົກລົງເຫັນດີເສີມຂະຫຍາຍການຮ່ວມມືຮອບດ້ານ, ເຫັນດີສົ່ງເສີມການຮ່ວມມືໃນວຽກກໍ່ສ້າງພັກ,ສຶກສາທິການ-ກິລາ, ເສດຖະກິດ, ການຄ້າ, ສາທາລະນະສຸກ, ກະສີກໍາ ແລະ ວັດທະນະທໍາ-ສັງຄົມ, ວຽກງານ ປກຊ-ປກສ ໃຫ້ມີຄວາມສະຫງົບປອດໄພ ແລະ ເປັນລະບຽບຮຽບຮ້ອຍ. ຈາກນັ້ນຄະນະບ້ານທັງສອງຝ່າຍ ກໍ່ໄດ້ຮ່ວມເຊັນບົດບັນທຶກ
ຖວທ ເມືອງເຊໂປນ
Editor: ກຳປານາດ ລັດຖະເຮົ້າ