ເພື່ອເປັນການສ້າງກິດຈະກໍາ ສະເຫຼີມສະຫຼອງປີໃຫມ່ 2018 ແລະ ເປີດໂອກາດໃຫ້ທຸລະກິດຂະໜາດນ້ອຍ ແລະ ຂະໜາດກາງໄດ້ພົບປະແລກປ່ຽນປະສົບການກັນ ພ້ອມທັງອານຸລັກຮັກສາປະເພນີການນຸ່ງຖືແບບລາວ, ປຸກລະດົມໃຫ້ຄົນຮຸ້ນໃຫມ່ຮູ້ ແລະ ເອົາໃຈໃສ່ກ່ຽວກກັບການຮັກສາສິ່ງແວດລ້ອມ ໂດຍການນໍ້ໃຊ້ວັດສະດຸທໍາມະຊາດ ທີ່ບໍ່ສົ່ງຜົນກະທົບຕໍ່ສິ່ງແວດລ້ອມ ພ້ອມທັງເປັນການສ້າງກິດຈະກໍາເພື່ອມີສ່ວນຮ່ວມສົ່ງເສີ່ມປີທ່່ອງທ່ຽວລາວ ສະນັ້ນ, ຈຶ່ງໄດ້ມີການເປີດຕະຫຼາດນັດ ແມ່ຂອງບູຮານລາວຂື້ນ ໃນວັນທີ 8 ຈົນເຖິງວັນທີ 10 ກຸມພາ 2018 ທີ່ພັດຕະຄານແມ່ຂອງ 2 ເມືອງສີສັດຕະນາກ ນະຄອນຫຼວງວຽງຈັນ. ໃຫ້ກຽດລັ່ນຄ້ອງເປີດງານຢ່າງເປັນທາງການໂດຍ ຍາປ້າ ຄໍາຫຼ້າ ຈັນທະຫວັດດີ ພ້ອມດ້ວຍ ທ່ານ ນາງ. ຈັນທະວອນ ປຣະວົງວຽງຄໍາ ຜູ້ອໍານວຍການພັດຕະຄານແມ່ຂອງ2. ເຂົ້າຮ່ວມໃນພິທີມີ ບັນດາຮອງເຈົ້າເມືອງ, ພາກສ່ວນກ່ຽວຂອງ, ຄະນະບໍລິຫານພັດຕະຄານແມ່ຂອງ 2 , ແຂກທີ່ຖືກເຊີນ ແລະ ຜູ້ປະກອບການ ເຂົ້າຮ່ວມຢ່າງພ້ອມພຽງ.
ການເປີດຕະຫລາດນັດແມ່ຂອງລາວບູຮານ ຄັ້ງນີ້ແມ່ນນອກຈາກຈະເປັນການສົ່ງເສີມທຸກລະກິດຂະໜາດນ້ອຍ ແລະ ຂະໜາດກາງແລ້ວ ຍັງເປັນການ ເຜີຍແຜ່ວັດທະນະທໍາຮີດຄອງປະເພີນີ, ການລະຫລີ້ນພື້ນບ້ານ ໃຫ້ແກ່ຄົນຮຸ້ນໃຫມ່, ນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດໄດ້ເຫັນ ພູມປັນຍາ, ຫົວຄິດປະດິດສ້າງແບບພື້ນບ້ານຂອງລາວ ທີ່ຫາເບິ່ງໄດ້ຢາກໃນປະຈຸບັນ.
ພາຍໃນງານແມ່ນເຕັມໄດ້ດ້ວຍບັນຍາກາດທີ່ຄືກຄື້ນ ມີການປະດັບປະດາຕົບແຕ່ງຮ້ານຄ້າຢ່າງສວຍງາມແບບບູຮານ ນໍາໃຊ້ວັດສະດຸຈາກທໍາມະຊາດ ລວມທັງການແຕ່ງກາຍຂອງຜູ້ປະກອບກອບການກໍ່ເປັນແບບພື້ນບ້ານ-ພື້ນເມືອງຂອງລາວ, ການນຸ່ງສີ້ນໄໝ, ເກົ້າຜົມ-ບ່ຽງແພ ແລະ ສີ້ນຄ້າສ່ວນຫຼາຍທີ່ນໍາມາວາງສະແດງ ແລະ ຂາຍພາຍໃນງານ ແມ່ນສີ້ນຄ້າແບບພື້ນບ້ານ ມີທັງເຄື່ອງນຸ່ງ, ເຄື່ອງໃຊ້, ເຄື່ອງປະດັບ, ອານຫານເຊັ່ນ: ເຂົ້າປຸ້ງ, ເຂົ້າໜົມພື້ນບ້ານ, ນໍ້າຫວານ ຊະນິດຕ່າງໆ ທີ່ໃສ່ໃນກະບອກໄມ້ໄຜ່, ສະໝຸນໄພ ແລະ ອື່ນໆ. ນອກນັ້ນໃນແຕ່ລະມືຍັງມີການສະແດງ ການຟ້ອນ, ການລະຫຼີ້ນພື້ນບ້ານເຊັ່ນ: ມອນຊ້ອນຜ້າ, ການລະຫລີ້ນງູກີນຫາງ, ມ້າກ້ານກ້ວຍ, ການສອນຍິບໝາກເບັງ, ເກມໄມ້ໄຜ່ ແລະ ອື່ນໆ.
Editor: ກຳປານາດ ລັດຖະເຮົ້າ