ເພື່ອເປັນການປະຕິບັດຕາມກົດໝາຍ ສະບັບເລກທີ 03/ສພຊ ລົງວັນທີ 2 ກໍລະກົດ 2017 ໝວດທີ 3 ມາດຕາທີ 16 ວ່າດ້ວຍການຄຸ້ມຄອງອາວຸດລ່າເນື້ອ, ລູກກະສູນ ແລະ ທາດລະເບີດຕ່າງໆທີ່ຜິດກົດໝາຍ ມາທຳລາຍ. ມາໃນຕອນແລງຂອງວັນທີ 7 ກຸມພາ 2018 ນີ້ ກອງບັນຊາການ ປກສ ເມືອງຊໍາໃຕ້ ແຂວງຫົວພັນ ໄດ້ຈັດພິທີທໍາລາຍອາວຸດລ່າເນື້ອ, ລູກກະສູນ ແລະ ທາດລະເບີດ ທີ່ຮິບຮື້ມາໄດ້ ໃນບາດກ້າວ 2 ພິທີດັ່ງກ່າວ ຈັດຂຶ້ນຢູ່ທີ່ສະໂມສອນຂອງຕົນຢ່າງເປັນທາງການ. ໂດຍພາຍໃຕ້ການເປັນປະທານຮ່ວມຂອງ ທ່ານ ສ້າງສຸຊັນ ຫວັງສືກຶ ແລະ ທ່ານ ສີສຸກ ຄູນຄໍາພັນເງິນ ຮອງຫົວໜ້າຫ້ອງການກອງບັນຊາການ ປກສ ເມືອງຊໍາໄຕ້, ເປັນກຽດເຂົ້າຮ່ວມຂອງບັນດາທ່ານຫົວໜ້າ, ຮອງຫົວໜ້າຫ້ອງການທີ່ກຽ່ວຂ້ອງຂອງເມືອງ, ມີຄະນະກອງບັນຊາການ ປກສ ເຂົ້າຮ່ວມທັງໝົດ 28 ທ່ານ, ຍິງ 3 ທ່ານ.
ໃນພິທີ ທ່ານ ສີສຸກ ຄູນຄໍາພັນເງິນ ໄດ້ຂຶ້ນຜ່ານບົດສະຫຼຸບ ແລະ ແຜນການ ການຮິບຮື້ອາວຸດລ່າເນື້ອ, ລູກກະສູນ ແລະ ທາດລະເບີດຕ່າງໆໃນບາດກ້າວທີ 2. ຜ່ານການສຶກສາອົບຮົມໃຫ້ທະຫານ, ພະນັກງານ, ພໍ່ຄ້າຊາວຂາຍ ແລະ ພໍ່ແມ່ປະຊາຊົນບັນດາເຜົ່າທົ່ວເມືອງຊໍາໃຕ້ ຈິງໃດ້ນໍາເອົາອາວຸດລ່າເນື້ອ, ທາດລະເບີດຕ່າງໆທີ່ຜິດກົດໝາຍມາມອບໃຫ້ ເຈົ້າໜ້າທີ່ ນັບແຕ່ ເດືອນ ກໍລະກົດ 2017 ມາເຖິງປະຈຸບັນ ສາມາດທ້ອມໂຮມໄດ້ອາວຸດລ່າເນື້ອທັງໝົດ 387 ກະບອກ, ນອກນີ້ຍັງມີປືນອັງໂກນ 5 ກະບອກ. ຈັກສະຕິນ ຕັດໄມ້ 2 ເຄື່ອງ, ກັບເຫຼັກໃສ່ສັດປ່າ 10 ອັນ, ໝໍ້ໄຟຊັອດປາ 2 ເຄື່ອງ, ມາທໍາລາຍຢ່າງເປັນທາງການ ໂດຍພາກສ່ວນກ່ຽວຂ້ອງຂອງເມືອງເຂົ້າຮ່ວມເປັນສັກຂີພິຍານ.
ແຜນການໃນຕໍ່ໜ້າທາງເຈົ້າໜ້າທີ່ຈະສືບຕໍ່ຮີບຮື້ອາວຸດລ່າເນື້ອບາດກ້າວທີ 3 ໃນນີ້ຈະໂຄສະນາສຶກສາອົບຮົມການເມືອງແນວຄິດໃຫ້ພໍ່ແມ່ປະຊາຊົນ ໃຫ້ມີຄວາມຕື່ນຕົວນໍາເອົາອາວຸດທີ່ຍັງເຫຼືອມາມອບໃຫ້ເຈົ້າໜ້າທີ່ ປກສ ກຸ່ມບ້ານ ແລະ ເມືອງດ້ວຍຄວາມຈິງໃຈ, ຊີ້ນໍາພະນັກງານ ປກສ ກຸ່ມບ້ານ ປະສານສົມທົບກັບອໍານາດການປົກຄອງເພື່ອໂຄສະນາລະບຽບກົດໝາຍໃຫ້ປະຊາຊົນຮັບຮູ້ເຊື່ອມຊຶມກ່ຽວກັບຜົນຮ້າຍໃນການນໍາໃຊ້ອາວຸດລ່າເນື້ອ ແລະ ສິ່ງທີ່ຜິດກົດໝາຍ ແລະ ພ້ອມກັນການຕ້ານ ແລະ ສະກັດກັ້ນປະກົດການດັ່ງກ່າວໃຫ້ນັບມື້ຫຼຸດໜ້ອຍຖອຍລົງ.
ທີມຂ່າວ ເມືອງຊໍາໄຕ້
Editor: ກຳປານາດ ລັດຖະເຮົ້າ