ໃນວັນທີ 7 ກຸມພາ 2018 ນີ້ ອຳນາດການປົກຄອງແຂວງ ສົມທົບກັບພະແນກກະສິກຳ ແລະ ປ່າໄມ້ແຂວງຊຽງຂວາງ ໄດ້ຈັດກອງປະຊຸມ ທົບທວນການຈັດຕັ້ງປະຕິບັດໂຄງການ 5 ສິນຄ້າມູນເຊື້ອຫຼັກ ຂອງແຂວງຊຽງຂວາງ ປະຈຳປີ 2017 ແລະ ກຳນົດທິດທາງແຜນການປີ 2018 ຂື້ນ ຢູ່ທີ່ຫ້ອງປະຊຸມພະແນກກະສິກຳ ແລະ ປ່າໄມ້ ແຂວງຊຽງຂວາງ. ໃຫ້ກຽດເຂົ້າຮ່ວມກອງປະຊຸມໃນຄັ້ງນີ້ ມີ ທ່ານ ຄຳປາວ ມົວ ຮອງເຈົ້າແຂວງໆຊຽງຂວາງ, ຜູ້ຊີ້ນໍາຂົງເຂດເສດຖະກິດ-ສັງຄົມ ຂັ້ນແຂວງ, ມີ ທ່ານ ພວງປະຣິສັກ ປຣະວົງວຽງຄຳ ຮອງລັດຖະມົນຕີ ກະຊວງກະສິກຳ ແລະ ປ່າໄມ້, ມີ ທ່ານ ຄຳສີ ຈັນທະວົງສີ ຫົວໜ້າພະແນກກະສິກຳ ແລະ ປ່າໄມ້ແຂວງຊຽງຂວາງ ມີການນໍາຂອງເມືອງ ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງ ຕະຫຼອດຮອດພະນັກ ງານພາຍໃນພະແນກດັ່ງກ່າວເຂົ້າຮ່ວມ.
ໃນກອງປະຊຸມ ທ່ານ ຄໍາສີ ຈັນທະວົງສີ ຫົວໜ້າພະແນກກະສິກໍາ ແລະ ປ່າໄມ້ ແຂວງ ຂື້ນຜ່ານບົດລາຍງານ ການຈັດຕັ້ງປະຕິບັດໂຄງການ 5 ສິນຄ້າມູນເຊື້ອຫຼັກຂອງແຂວງຊຽງຂວາງ ປະຈຳປີ 2017 ເຊິ່ງທ່ານໃຫ້ຮູ້ວ່າ 5 ສິນຄ້າຫຼັກຂອງແຂວງ ມີ ການລ້ຽງສັດໃຫຍ່ເປັນສິນຄ້າ ປັດຈຸບັນແມ່ນໄດ້ຫັນປ່ຽນຮູບແບບການລ້ຽງສັດຢ່າງມີຈຸດສຸມ, ການປູກເຂົ້າໄກ່ນ້ອຍເປັນສິນຄ້າ ທົ່ວແຂວງ ມີເນື້ອທີ່ປູກເຂົ້າລວມ 27 ພັນກວ່າເຮັກຕ່າ, ການປູກສາລີແຂງເປັນສິນຄ້າ ຕິດພັນກັບການປັບປຸງດິນ ປັດຈຸບັນມີເນື້ອທີ່ປູກທັງໝົດ 20 ກວ່າເຮັກຕ່າ, ການປູກມອນລ້ຽງມ້ອນ ແລະ ສາວໄໝເປັນສິນຄ້າ ປັດຈຸບັນມີສະມາຊິກປູກມອນ-ລ້ຽງມ້ອນ 149 ຄອບຄົວ ໃນ 19 ບ້ານ, ການສົ່ງເສີມການປູກໄມ້ແປກເພື່ອຂີດເອົາຢາງ ປັດຈຸບັນໄດ້ເລີ່ມສໍາຫຼວດເນື້ອທີ່ປູກແລ້ວໃນ 8 ບ້ານ ຂອງ 4 ເມຶືອງ ຄື: ເມືອງແປກ, ເມືອງພູກູດ, ເມືອງຜາໄຊ ແລະ ເມືອງຄູນ. ພ້ອມທັງຜ່ານທິດທາງແຜນການໃນຕໍ່ໜ້າຕື່ມອີກ.
ໃນໂອກາດເຂົ້າຮ່ວມກອງປະຊຸມໃນຄັ້ງນີ້ ທ່ານ ພວງປະຣິສັກ ປຣະວົງວຽງຄໍາ ຮອງລັດຖະມົນຕີກະຊວງກະສິກຳ ແລະ ປ່າໄມ້ ແລະ ທ່ານ ຄໍາປາວ ມົວ ຮອງເຈົ້າແຂວງໆຊຽງຂວາງ ກໍໄດ້ມີຄໍາຄິດຄໍາເຫັນໂອ້ລົມ ເຊິ່ງທັງສອງທ່ານ ໄດ້ເນັ້ນໜັກໃຫ້ຂະແໜງກະສິກໍາ ຈົ່ງເອົາໃຈໃນການຈັດຕັ້ງປະຕິບັດການຜະລິດ 5 ສິນຄ້າຫຼັກຂອງແຂວງຊຽງຂວາງ ໃຫ້ບັນລຸຕາມລະດັບຄາດໝາຍທີ່ວາງໄວ້
ຖວທ ແຂວງຊຽງຂວາງ
Editor: ກຳປານາດ ລັດຖະເຮົ້າ