ໂຮງຮຽນມັດທະຍົມຕົ້ນປາກຫ້ວຍຍາງ, ເມືອງຫົງສາ, ແຂວງໄຊຍະບູລີ. ຕັ້ງຢູ່ຈາກຕົວເມືອງຫົງສາປະມານ 30 ກິໂລແມັດ. ເປັນເຂດພູດອຍ. ແລະ ການເດີນທາງຈາກຕົວເມືອງຫົງສາ ຫາໂຮງຮຽນດັ່ງກ່າວ ແມ່ນໃຊ້ເວລາປະມານ 1 ຊົ່ວໂມງ. ອາຄານໂຮງຮຽນດັ່ງກ່າວ ແມ່ນມຸງດ້ວຍໃບຕານ, ແອ້ມດ້ວຍຝາໄມ້ເຮ້ຍ, ພຶ້ນດິນທຳມະຊາດ (ບໍ່ໄດ້ປູ), ໂຕະຕັ່ງເຮັດດ້ວຍໄມ້ແບບປະຖົມປະຖານ. ຫ້ອງຮຽນທັງໝົດມີ 2 ຫ້ອງ ເຊີ່ງມີພຽງແຕ່ ມໍ1, ມໍ2 ແລະ ຫ້ອງຄູ 1 ຫ້ອງ ຍັງຂາດຫ້ອງສະມຸດ ແລະ ຫ້ອງນໍ້າ
ດັ່ງນັ້ນ, ທາງທີມງານອາສາສະໝັກໃຈຮ່ວມໃຈ ຮ່ວມກັບຫ້ອງການສືກສາ ແລະ ກິລາເມືອງຫົງສາ, ແຂວງໄຊຍະບຸລີ. ໂດຍທ່ານເຈົ້າເມືອງ, ເມືອງຫົງສາ ເປັນຜູ້ຊີ້້ນຳ ນຳພາ ໃນການດໍາເນີນກິດຈະກຳລະດົມທຶນ ເພື່ອກໍ່ສ້າງໂຮງຮຽນຫຼັງໃໝ່ ໃຫ້ກັບບ້ານດັ່ງກ່າວ.
ທີມງານອາສາສະຫມັກ ໃຈຮ່ວມໃຈ ຄະເນວ່າຈະລົງໄຜເຮັດກິດຈະກຳຢູ່ເມືອງຫົງສາ ປະມານວັນທີ 2-3-4 ມີນາ 2018 ທີ່ຈະມາເຖິງນີ້, ທ່ານສາມາດຮ່ວມເປັນສ່ວນໜື່ງກັບທີມງານພວກເຮົາໄດ້ຜ່ານເລກບັນຊີທາງທະນາຄານການຄ້າຕ່າງປະເທດມະຫາຊົນ
ຊື່ບັນຊີ: Hand in Hand Volunteer Team , ເລກບັນຊີ.: 0101-20000-2771-08001
ສະກຸນເງິນ: LAK (Lao KIP) ຫລືໂທ ປະສານງານ: ທີມງານອາສາສະໝັກໃຈຮ່ວມໃຈ ໄດ້ທີ່ເບີໂທ: 020 5551 7930 Tar Bannok , 020 2222 9971 Noo
020 5912 3449 Tayai , 020 5556 2356 Fook
Editor: ກຳປານາດ ລັດຖະເຮົ້າ