ເພື່ອເປັນການຕ້ອນຮັບປີ ທ່ອງທ່ຽວລາວ 2018 ແລະ ເພື່ອເປັນການສ້າງກິດຈະກໍາສົ່ງເສີມການຈໍາຫນ່າຍສິນຄ້າ ກໍ່ຄືຜະລິດຕະພັນພາຍໃນ ແລະ ຕ່າງປະເທດ ຕິດພັນກັບການສົ່ງເສີມການທ່ອງທ່ຽວລາວ 2018 ດັ່ງນັ້ນ ຄະນະຮັບຜິດຊອບງານ ໄດ້ຈັດງານວາງສະແດງສິນຄ້າ ຕ້ອນຮັບປີທ່ອງທ່ຽວລາວ 2018 ຂື້ນ ທີ່ສູນການຄ້າ ລາວ-ໄອເຕັກ, ນະຄອນຫລວງວຽງຈັນ ໃນລະຫວ່າງ ວັນທີ 2-11 ກຸມພາ 2018 ເປັນເວລາ 10 ວັນ.
ພິທີເປີດງານຢ່າງເປັນທາງການ ໄດ້ຈັດຂື້ນ ໃນບ່າຍວັນທີ 6 ກຸມພາ 2018 ທີ່ຜ່ານມາ ໂດຍໃຫ້ກຽດເປັນປະທານ ມີ ທ່ານ ຄໍາປະດິດ ເຂັມມານິດ ຫົວຫນ້າພະແນກ ຖະແຫລງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ ນະຄອນຫລວງວຽງຈັນ, ທ່ານ ເບີລິນ ເພັດຈັນທະລາດ ຫົວຫນ້າພະແນກ ອຸດສາຫະກໍາ ແລະ ການຄ້າ ນະຄອນຫລວງວຽງຈັນ ພ້ອມນີ້ ຍັງມີ ຄະນະກໍາມະການຈັດງານ ບັນດາຜູ້ໃຫ້ການສະຫນັບສະຫນູນ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ ຢ່າງພ້ອມພຽງ.
ທ່ານ ຄໍາປະດິດ ເຂັມມານິດ ຫົວຫນ້າພະແນກ ຖວທ ນະຄອນຫລວງວຽງຈັນ ກ່າວພາຍໃນງານວ່າ: ການຈັດງານຄັ້ງນີ້ ເພື່ອສ້າງກິດຈະກໍາສົ່ງເສີມການຈໍາຫນ່າຍສິນຄ້າພາຍໃນ ແລະ ຕ່າງປະເທດ ທີ່ຕິດພັນກັບວຽກງານສົ່ງເສີມການທ່ອງທ່ຽວລາວ 2018 ສ້າງໂອກາດໃຫ້ຜູ້ປະກອບການທຸລະກິດ ດ້ານອາຫານ, ໂຮງແຮມ, ບໍລິສັດການທ່ອງທ່ຽວ ແລະ ບັນດາສາຍການບິນ ໄດ້ມີໂອກາດເຊື່ອມໂຍງ ກັບຜະລິດຕະພັນຂອງຄົນລາວ ທີ່ຕິດພັນກັບວຽກງານການທ່ອງທ່ຽວ ໃນປີ 2018 ແລະ ພາຍໃນງານຄັ້ງນີ້ ມີພາກສ່ວນຕ່າງໆເຂົ້າຮ່ວມ 100 ກວ່າຮ້ານ ເຊີ່ງປະກອບມີ ຮ້ານວາງສະແດງ ແລະ ຂາຍສິນຄ້າປະເພດອາຫານ, ເຄື່ອງດື່ມ, ຢາສະຫມຸນໄພ, ເຄື່ອງຫັດຖະກໍາ, ໂຮງແຮມ ແລະ ສາຍການບິນ, ລວມທັງບໍລິສັດທ່ອງທ່ຽວ ແລະ ສະຖານທີ່ທ່ອງທ່ຽວ. ນອກຈາກການຈັດວາງສະແດງ ພາຍໃນງານ ຍັງມີການຈັດກິດຈະກໍາຕ່າງໆ ເຊັ່ນ: ກິດຈະກໍາ ຖາມ-ຕອບ ກ່ຽວກັບແຫລ່ງທ່ອງທ່ຽວ ໃນ ສປປ ລາວ, ກິດຈະກໍາ ການແຕ້ມຮູບ ສໍາລັບຫລານນ້ອຍ ໃນຫົວຊໍ້ ປະເທດລາວສວຍງາມ. ນອກຈາກນັ້ນ ຍັງມີການສະແດງສີລະປະ-ວັນນະຄະດີ ງານວາງສະແດງດັ່ງກ່າວ ແມ່ນຈະໄດ້ດໍາເນີນໄປເຖິງວັນທີ 11 ກຸມພາ 2018 ທີ່ສູນການຄ້າ ລາວ-ໄອເຕັກ. ທ່ານສາມາດ ນໍາພາລູກຫລາຍ ເຂົ້າຮ່ວມຊົມກິດຈະກໍາ ໄດ້.
Editor: ກຳປານາດ ລັດຖະເຮົ້າ