ເມື່ອບໍ່ດົນມານີ້, ຢູ່ທີ່ສະຖາບັນຄຸ້ມຄອງວິທະຍາສາດ ແລະ ເຕັກໂນໂລຊີ, ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ( ຫລັກ 14 ) ບ້ານດອນຕິ້ວ, ເມືອງໄຊທານີ, ນະຄອນຫລວງວຽງຈັນ ໄດ້ເປີດຊຸດອົບຮົມກ່ຽວກັບນະວັດຕະກໍາໃຫມ່ ແລະ ຫົວຄິດປະດິດສ້າງ ຂື້ນ ໂດຍໃຫ້ກຽດເປັນປະທານເປີດ ຂອງ ທ່ານ ບຸນຕີ ທະມິດ ຮອງລັດຖະມົນຕິ ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ, ພ້ອມນີ້ ຍັງມີ ຫົວຫນ້າກົມ-ຮອງກົມ, ອໍານວຍການສະຖາບັນຄຸ້ມຄອງວິທະຍາສາດ ລວມທັງພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.
ທ່ານ ບຸນຕີ ທະມິດ ຮອງລັດຖະມົນຕີ ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ໄດ້ກ່າວມີຄໍາເຫັນໃນພິທີເປີດ ວ່າ: ສໍາລັບ ສປປ ລາວ ວຽກງານວິທະຍາສາດ ແລະ ເຕັກໂນໂລຊີ ແມ່ນວຽກງານຫນຶ່ງ ທີ່ພັກ ແລະ ລັດຖະບານ ໃຫ້ຄວາມສໍາຄັນ ຄືກັບວຽກງານອື່ນໆ ໃນການປົກປັກຮັກສາ ແລະ ພັດທະນາປະເທດ ໃນໄລຍະໃຫມ່ ດ້ານການພັດທະນາຊັບພະຍາກອນມະນຸດ ດ້ານວິທະຍາສາດ ແລະ ເຕັກໂນໂລຊີ ໂດຍສະເພາະການພັດທະນາຊັບພະຍາກອນມະນຸດ ໃນ ສປປ ລາວ, ຈະເປັນກຸນແຈໃຫ້ແກ່ການຫັດເປັນອຸດສາຫະກໍາ ທັນສະໄຫມ ຂອງ ປະເທດລາວເຮົາ, ສປປ ລາວ ຍັງມີທ່າແຮງບົ່ມຊ້ອນ ແລະ ສີ່ງທ້າທາຍ ທີ່ຈະຕ້ອງໄດ້ບຸກທະລຸ ໃນການພັດທະນາດ້ານວິທະຍາສາດ, ເຕັກໂນໂລຊີ ແລະ ນະວັດຕະກໍາ. ໃນນັ້ນ ການກໍ່ສ້າງຊັບພະຍາກອນມະນຸດ ເປັນສ່ວນປະກອບທີ່ສໍາຄັນ ເພື່ອເອື້ອອໍານວຍ ໃຫ້ແກ່ການພັດທະນາ ແລະ ສາມາດເຊື່ອມໂຍງ ຢ່າງເປັນເຈົ້າການກັບບັນດາປະເທດໃກ້ຄຽງ, ພາກພື້ນ ແລະ ສາກົນ. ໂດຍສະເພາະການກຽມຄວາມພ້ອມ ເຂົ້າໃນຂະບວນການ ຂອງການປະຕິວັດອຸດສາຫະກໍາ ຄັ້ງທີ 4 ໃນຊຸ່ມປີຕໍ່ຫນ້າ.
ນອກຈາກນີ້ ທ່ານ ຮອງລັດຖະມົນຕີ ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ຍັງກ່າວຕື່ມວ່າ: ພາຍຫລັງທີ່ໄດ້ມີການເປີດນໍາໃຊ້ສູນດັ່່ງກ່າວ ຢ່າງເປັນທາງການໂດຍ ສອງ ນາຍົກລັດຖະມົນຕີ ສປປ ລາວ ແລະ ສສ ຫວຽດນາມ ແມ່ນເປັນບາດລ້ຽວໃຫມ່ໃນການບໍາລຸງສ້າງ, ຍົກລະດັບວິຊາການ-ວິຊາສະເພາະ ໃນຂົງເຂດວຽກງານວິທະຍາສາດ ແລະ ເຕັກໂນໂລຊີ ໂດຍສະເພາະຂົງເຂດວຽກງານເຕັກໂນໂລຊີ ແລະ ນະວັດຕະກໍາ ຈະໄດ້ຮັບຊໍ້ມູນຮຽນຮູ້, ແລກປ່ຽນບົດຮຽນ ຄໍາເຫັນ ເຊີ່ງກັນ ແລະ ກັນ, ພ້ອມທັງເປັນການສ້າງ ແລະ ລະດົມຈິດສໍານຶກ ຈາກບັນດານັກວິທະຍາສາດ, ນັກຄົ້ນຄວ້າຜູ້ຊົງຄຸນວຸດທິ, ຜູ້ປະກອບການ ເພື່ອພ້ອມກັນສຸມສະຕີປັນຍາ ເຊີ່ງເປັນກໍາລັງແຮງ ທີ່ສໍາຄັນ ໃນການຄົ້ນຄວ້າພັດທະນາ ແລະ ການນໍາໃຊ້ຜົນ ຂອງການຄົ້ນຄວ້າ-ພັດທະນາວິທະຍາສາດ ແລະ ເຕັກໂນໂລຊີ ໃນ ສປປ ລາວ.
Editor: ກຳປານາດ ລັດຖະເຮົ້າ