ສອງບໍລິສັດ ຜູ້ຜະລິດຢາສູບພາຍໃນ ຄື: ບໍລິສັດຢາສູບ ລາວ ຈຳກັດ ແລະ ບໍລິສັດ ຢາສູບ ຫົງຖາໂຊກດີ ລາວ-ຈີນ ຈຳກັດ, ຍັງບໍ່ປະຕິບັດ ຕາມກົດໝາຍ ແລະ ຂໍ້ຕົກລົງ ວ່າດ້ວຍການ ຄວບຄຸມຢາສູບ ທີ່ລັດຖະບານ ສປປ ລາວ ໄດ້ອອກ ໃນເດືອນພຶດສະພາ 2016, ໃນຂະນະທີ່ ບໍລິສັດນຳເຂົ້າຢາສູບສ່ວນໃຫຍ່ ແມ່ນໄດ້ປະຕິບັດຕາມກົດໝາຍ ແລະ ຂໍ້ຕົກລົງດັ່ງກ່າວ ເປັນທີ່ຮຽບຮ້ອຍແລ້ວ
ໃນວັນທີ 6 ກຸມພາ 2018 ທີ່ຫ້ອງການ ຂອງອົງການອະນາໄມໂລກ ປະຈຳລາວ (WHO) ໄດ້ ຖະແຫລງຂ່າວກ່ຽວກັບປະຕິບັດຕາມກົດໝາຍ ແລະ ຂໍ້ຕົກລົງ ວ່າດ້ວຍການຄວບຄຸມຢາສູບ ທີ່ອອກໃນປີ 2016 ໃຫ້ແກ່ສອງບໍລິສັດຢາສູບຜູ້ຜະລິດພາຍໃນປະເທດ ບໍ່ປະຕິບັດຕາມກົດໝາຍ ແລະ ຂໍ້ຕົກລົງດັ່ງກ່າວ, ຊຶ່ງກຳນົດໃຫ້ຢາສູບຜະລິດພາຍໃນ ແລະ ນຳເຂົ້າຈາກຕ່າງປະເທດ ເພື່ອມາຈຳໜ່າຍໃນ ສປປ ລາວ ຕ້ອງພິມຄຳເຕືອນສຸຂະພາບເປັນຮູບພາບຂະໜາດ 75% ໃນຊອງ ແລະ ຕຸດຢາສູບ. ຂໍ້ຕົກລົງສະບັບນີ້, ມີຜົນສັກສິດ 120 ວັນ, ພາຍຫລັງ ລົງຈົດໝາຍເຫດທາງລັດຖະການ, ຊຶ່ງມີຜົນບັງຄັບໃຊ້ ນັບຕັ້ງແຕ່ ວັນທີ 7 ພະຈິກ 2016 ທ່ານ ດຣ ນາງ, ຈູລຽດ ໄຟລໂຊຄ ຜູ້ຕາງໜ້າ ອົງການອະນາໂລກ ປະຈຳ ສປປ ລາວ ກ່າວວ່າ: ອົງການ ອະນາໄມໂລກ ແລະ ຄູ່ຮ່ວມພັດທະນາ ພິຈາລະນາວ່າ ເປັນການລະເມີດກົດໝາຍ ແລະ ຂໍ້ຕົກລົງ ວ່າດ້ວຍການຄວບຄຸມຢາສູບ ຢ່າງຮ້າຍແຮງ. ພວກເຮົາ ຮຽກຮ້ອງມາຍັງຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ແລະ ບັນດາກະຊວງທີ່ກ່ຽວຂ້ອງ ຈົ່ງປະຕິບັດມາດຕະການອັນເຂັ້ມງວດ ຕໍ່ການລະເມີດ ນິຕິກຳ ທີ່ກ່າວມາຂ້າງເທິງນີ້ຂອງທັງສອງບໍລິສັດຢາສູບ
ທ່ານ ດຣ. ບຸນເພັງ ພິລາວົງ ຫົວໜ້າກົມອະນາໄມ ແລະ ສົ່ງເສີມສຸຂະພາບ, ກະຊວງສາ ທາລະນະສຸກ ໄດ້ກ່າວວ່າ: ເຖິງເວລາແລ້ວ ທີ່ລັດຖະບານລາວຕ້ອງບັງຄັບໃຊ້ຂໍ້ຕົກລົງ ກ່ຽວກັບການຈັດຕັ້ງປະຕິບັດກົດໝາຍ ວ່າດ້ວຍ ການຄວບຄຸມຢາສູບ ໂດຍສະເພາະການພິມຄຳເຕືອນສຸຂະພາບ ເປັນຮູບພາບໃສ່ຊອງ ແລະ ຕຸດຢາສູບ ໃຫ້ມີປະສິດທິຜົນ ແລະ ຮັບປະກັນວ່າ ທູກບໍລິສັດຢາສູບ ພີມພີມຄໍາເຕືອນເປັນຮູບພາບ ຕາມກໍານົດຂອງກະຊວງສາທາລະນະສຸກວາງອອກ ຢ່າງເຂັ້ມງວດ.
Editor: ກຳປານາດ ລັດຖະເຮົ້າ