ເມື່ອບໍ່ດົນມານີ້, ຫ້ອງການແຮງງານ ແລະ ສະຫວັດດີການ-ສັງຄົມ ເມືອງຊໍາໃຕ້ ແຂວງຫົວພັນ ໄດ້ຈັດພິທີມອບ-ຮັບເງິນອຸດໜູນຜູ້ເສຍສະຫຼະຊີວິດຂອງ ທ່ານ ບຸນຄຳ ຂຶ້ນຢ່າງເປັນທາງການ. ໃນພິທີ ທ່ານ ວັນທອນ ເລືອງລືຄຳ ຫົວໜ້າຫ້ອງການແຮງງານ ແລະ ສະຫວັດດີການສັງຄົມເມືອງຊໍາໄຕ້ ໄດ້ກ່າວຈຸດປະສົງ ແລະ ຜ່ານຂໍ້ຕົກລົງສະບັບເລກທີ 03/ຮສສ.ຫພ, ລົງວັນທີ 8 ມັງກອນ 2018 ວ່າດ້ວຍການຈ່າຍເງິນອຸດໜູນຜູ້ເສຍສະຫຼະ ປະຈຳປີ 2017, ແຈ້ງການແນະນຳສະບັບເລກທີ 02/ຮສສ.ຫພ ລົງວັນທີ 8 ມັງກອນ 2018 ວ່າດ້ວຍການຈັດພິທີມອບ-ຮັບເງິນນະໂຍບາຍອຸໜູນເສຍສະຫຼະຊີວິດ ປະຈຳປີ 2017. ເປັນກຽດເຂົ້າຮ່ວມຂອງ ທ່ານ ທອງຫວັງ ຄູນທອນຮຸ່ງມີໄຊ ຮອງເຈົ້າເມືອງ, ໃນພິທີໄດ້ມອບເງິນ ຈໍານວນ ( 17 ລ້ານ 587,500 ກີບ,) ໃຫ້ຄອບຄົວຂອງ ທ່ານ ມອນຄໍາ (ລູກຊາຍ) ຂອງ ທ່ານ ບຸນຄໍາ (ຜູ້ເປັນພໍ່) ທີ່ເສຍຊີວິດໃນສະ ໄໝສົງຄາມຕໍ່ສູ້ກູຊາດ. ເພື່ອຍາດມາໄດ້ເຊິ່ງຄວາມເປັນຊາດ ປະຊາທິປະໄຕ ແລະ ຄວາມເປັນເອກະລາດໃນປັດຈຸບັນ, ສະນັ້ນແລ້ວ ພັກ-ລັດຂັ້ນເທີງກໍໄດ້ສະແດງຄວາມເສຍອົກເສຍໃຈຕໍ່ຄອບຄົວຜູ້ເສຍສະຫຼະຊີວິດເພື່ອຊາດ ພ້ອມທັງສະແດງຄວາມຮູ້ບຸນຄຸນ ແລະ ຍ້ອງຍໍຊົມເຊີຍ ໂດຍເປັນກຽດມອບເງິນອຸດໜູນຜູ້ເສຍສະຫຼະຊີວິດໃນຄັ້ງນີ້ໂດຍ ທ່ານ ທອງຫວັງ ຄູນທອນຮຸ່ງມີໄຊ ຮອງເຈົ້າເມືອງ. ໂອກາດດັ່ງກ່າວ, ທ່ານ ທອງຫວັງ ຄູນທອນຮຸ່ງມີໄຊ ຮອງເຈົ້າເມືອງ ຍັງໄດ້ສະແດງຄວາມເສຍໃຈ, ຄວາມຮູ້ບຸນຄຸນ ແລະຍ້ອງຍໍຊົມເຊີຍຕໍ່ຜູ້ທີ່ເສຍສະຫຼະຊີວິດເຂົ້າໃນການປະຕິວັດ ຕໍ່ສູ້ກູ້ຊາດ ແລະ ທ່ານ ຍັງໄດ້ຮຽກຮ້ອງໃຫ້ຄອບຄົວທີ່ໄດ້ຮັບເງິນອຸດໜູນ ຈົ່ງມີສະຕິໃນການນຳໃຊ້ເງິນ ເພື່ອບໍ່ໃຫ້ຕົກເປັນເຫຍື່ອຂອງ ນັກຕຸ້ມຕຸນ ມາຕົວະຍົວະຫຼອກລວງເອົາເງິນຈຳນວນດັ່ງກ່າວ ມອບໃຫ້ການຈັດຕັ້ງຂັ້ນບ້ານ ແລະ ຄອບຄົວຂອງຜູ້ເສຍສະຫຼະ ຈົ່ງນຳໃຊ້ເງິນດັ່ງເພື່ອສ້າງສາພັດທະນາເສດຖະກິດຄອບຄົວໃຫ້ດີຂຶ້ນ ໃຫ້ສົມກັບຄວາມຕັ້ງໃຈຂອງບັນພະບູລຸດເຮົາ ທີ່ເສຍສະຫຼະເລືອດເນື້ອ ເຫື່ອແຮງເພື່ອໃຫ້ລູກຫຼານທີ່ເກີດໃໝ່ໃຫຍ່ລຸນໄດ້ມີຊີວິດທີ່ດີຂຶ້ນ.
ຂອບໃຈ ທີມຂ່າວ ເມືອງຊໍາໄຕ້
Editor: ກຳປານາດ ລັດຖະເຮົ້າ