ພິພີີປະກາດຫົວໜ້າໜ່ວຍງານ ແລະ ຮອງໜ່ວຍງານ ຂອງຫ້ອງກາຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມເມືອງຊະນະສົມບູນ.ໄດ້ຈັດຂື້ນຢ່າງສົມກຽດ,ເມື່ອວັນທີ 6 ກຸມພາ 2018 ນີ້ ທີ່ຫ້ອງປະຊຸມຂອງຫ້ອງວ່າການປົກຄອງເມືອງ: ເຊີ່ງໃຫ້ກຽດເຂົ້າຮ່ວມເປັນປະທານຂອງ ທ່ານ ສຸບັນ ໄຕໄຊຍະວົງ ຮອງເລຂາພັກເມືອງ. ຮອງເຈົ້າເມືອງໆຊະນະສົມບູນ, ພ້ອມດ້ວຍ ທ່ານ ຈັນທະບູນ ສີປະເສີດ ຮອງຫົວໜ້າພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມແຂວງຈຳປາສັກ, ມີບັນດາທ່ານກໍາມະການພັກເມືອງ,ຕະຫຼອດຮອດຫົວໜ້າ ແລະ ຮອງຫ້ອງການ, ພະນັກງານ, ວິຊາການທີ່ກ່ຽວຂ້ອງເຂົ້າຮ່ວມຢ່າງພ້ອມພຽງ.
ໂດຍປະຕິບັດຕາມຂໍ້ຕົກລົງຂອງທ່ານເຈົ້າເມືອງໆຊະນະສົມບູນ. ວ່າດ້ວຍການແຕ່ງຕັ້ງຫົວໜ້າໜ່ວຍງານ ແລະ ຮອງຫົວໜ້າໜ່ວຍງານຂອງຫ້ອງການຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມເມືອງຊະນະສົມບູນ, ອີງຕາມກົດໝາຍວ່າດ້ວຍການປົກຄອງທ້ອງຖີ່ນ (ສະບັບປັບປຸງ) ໝວດທີ 4 ມາດຕາທີ 41, ໂດຍສະເພາະຕາມການສະເໜີ ແລະ ຜົນການທາບທາມຄັດເລືອກເອົາບຸກຄະລາກອນເຂົ້າໃສ່ໂຄງປະກອບຫົວໜ້າໜ່ວຍງານ, ຮອງຫົວໜ້າໜ່ວຍງານຫ້ອງການຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມເມືອງ. ດັ່ງນັ້ນເຈົ້າເມືອງໆຊະນະສົມບູນ ຈຶ່ງໄດ້ຕົກລົງເຫັນດີເປັນເອກະພາບແຕ່ງຕັ້ງ ທ່ານ ສົມພອນ ວິລະວົງ ເປັນຫົວໜ້າໜ່ວຍງານທີ່ດີນ ພ້ອມດ້ວຍ ທ່ານ ສຸວັນ ອີນທິລາດ, ແລະ ທ່ານນາງ ແກ້ວວຽງຄອນ ເປັນຮອງ, ພ້ອມນີ້ຍັງໄດ້ແຕ່ງຕັ້ງ ທ່ານ ພອນສະຫວັນ ກໍສຸດສະຫວັດ ເປັນຫົວໜ້າໜ່ວຍງານຕິດຕາມກວດກາທຳມະຊາດ ແລະ ສິ່ງແວດລ້ອມ ພ້ອມດ້ວຍ ທ່ານ ພອນວິໄລ ສຸດສະຫວັນ ແລະ ທ່ານ ຄໍາມອນ ຫໍ້ຈິນ ຍະວົງ ເປັນຮອງ, ນອກຈາກນັ້ນຍັງໄດ້ແຕ່ງຕັ້ງ ທ່ານ ສຸກສະໄໝ ພິລາວັນ ເປັນຫົວໜ້າໜ່ວຍງານບໍລິຫານ - ຈັດຕັ້ງ ສ່ວນ ທ່ານ ພົງສະຫວັນ ແຮມະນີ ເປັນຮອງ. ທັງໝົດນີ້:ກໍ່ເພື່ອເປັນການປັບປຸງກົງຈັກບໍລິຫານລັດ ເວົ້າລວມເວົ້າສະເພາະກໍ່ຄືປັບປັງວຽກງານການຈັດຕັ້ງຂອງຫ້ອງການຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມເມືອງຊະນະສົມບູນໃຫ້ຖຶກຕ້ອງ - ສອດຄ່ອງ ຕາມແຜນການຄຸ້ມຄອງທີ່ກະຊວງຊັບພະະຍາກອນທຳມະຊາດ ແລະ ສິ່ງແວດລ້ອມກຳນົດໄວ້ໃຫ້ເປັນລະບົບ
ທີມຂ່າວ ເມືອງຂະນະສົມບູນ
Editor: ກຳປານາດ ລັດຖະເຮົ້າ