ເມື່ອບໍ່ດົນມານີ້, ເມືອງຊໍາໃຕ້, ແຂວງຫົວພັນ ໄດ້ເປີດກອງປະຊຸມໃຫຍ່ ຄັ້ງທີ 4 ຂອງຄະນະພັກ ກຸ່ມບ້ານພັນຊຳ ຂຶ້ນຢູ່ທີ່ບ້ານພຽງຖິ່ນ ຢ່າງເປັນທາງການ, ໂດຍພາຍໃຕ້ການເປັນປະທານຂອງສະຫາຍ ພອນຈັນ ຂະທູມພົມ ຮອງເລຂາ-ຮອງເຈົ້າເມືອງ, ມີແຂກທີ່ຖືກເຊີນຈາກເມືອງ, ກຸ່ມບ້ານ ຕະຫຼອດຮອດຄະນະພັກ ແລະ ສະມາຊິກພັກທົ່ວກຸ່ມບ້ານ ເຂົ້າຮ່ວມຢ່າງພ້ອມພຽງ.
ໃນກອງປະຊຸມຄັ້ງນີ້ ສະຫາຍ ມອນສີ ອິນທະວົງ ຮອງເລຂາພັກກຸ່ມບ້ານ ໄດ້ຂຶ້ນຜ່ານບົດສະຫຼຸບ ແລະ ແຜນການ. ກຸ່ມບ້ານພັນຊຳ ປະກອບມີ 5 ບ້ານເປັນຕົ້ນ: ບ້ານພຽງຖິ່ນ, ພຽງດ້າຍ,ພຽງໃໝ່, ບ້ານເມືອງຂັນ ແລະ ບ້ານສົບແກ້ມ, ມີ 389 ຄອບຄົວ, ພົນລະເມືອງທັງໝົດ 2,553 ຄົນ, ຍິງ 1,244 ຄົນ, ມີ 4 ໜ່ວຍພັກ , ມີຄະນະພັກ 17 ສະຫາຍ, ມີຊະມາຊິກທັງໝົດ 80 ສະຫາຍ, ຍິງ 6 ສະຫາຍ, ໄລຍະ 5 ປີ, ຜ່ານມາຄະນະພັກ ໄດ້ເອັາໃຈໃສຊຸກຍູ້ສົ່ງເສີມການປູກຝັງ ລ້ຽງສັດ ແລະ ຖັດຖະກຳຕໍ່າຜ້າແພເປັນຫຼັກ, ປະຈຸບັນທົ່ວກຸ່ມບ້ານ ມີເນື້ອທີ່ນາທັງໝົດ 207 ເຮັກຕາ, ສະມັດຕະພາບ 4,5 ໂຕນຕໍ່ເຮັກຕາ, ເນື້ອທີ່ປູກເຂົ້າເນີນສູງ 300 ກ່ວາເຮັກຕາ, ສະມັດຕະພາບ 3,5 ໂຕນຕໍ່ເຮັກຕາ, ເນື້ອທີ່ປູກພືດລົ້ມລຸກ ຈໍານວນ 70 ກ່ວາເຮັກຕາ, ໃນເດັ່ນກ່ວາໝູ່ແມ່ນຂະບວນເປັນພືດລະດູແລ້ງ, ໝາກແຕງ, ສາລີ, ແລະ ຜັກອື່ນໆ ຂອງປະຊາຊົນບ້ານພຽງໃໝ່, ພຽງຖີ່ນ ແລະ ບ້ານເມືອງຂັນ. ນອກນີ້, ທົ່ວກຸ່ມບ້ານຍັງສັດລ້ຽງປະເພດງົວ-ຄວາຍ ທັງໝົດ 1 ພັນກ່ວາໂຕ, ໝູ 1 ກ່ວາໂຕ, ແບ້ 200 ກ່ວາໂຕ, ສັດປີກ 8 ພັນກ່ວາໂຕ, ກຸ່ມບ້ານພັນຊຳ ເປັນກຸ່ມບ້ານທີ່ມີຄວາມສະດວກທາງດ້ານຟື້ນຖານໂຄງລ່າງ. ມີທາງຢາງ, ໄຟຟ້າ, ລະບົບນໍ້າລີນ ຊົມໃຊ້ 100%, ມີໂຮງຮຽນແຕ່ອະນຸບານຮອດມັດທະຍົມປາຍ, ແລະ ມີສຸກສາລາປະຈຳກຸ່ມບ້ານເຊີ່ງເປັນເງື່ອນໄຂສະດວກໃນການພັດທະນາເສດຖະກິດ-ສັງຄົມ, ສາມາດສະເລ່ຍລາຍຮັບໃສຕໍ່ຄົນໄດ້ 3 ລ້ານກີບ ຕໍ່ຄົນຕໍ່ປີ ແຕ່ກໍ່ຍັງມີຄອບຄົວທີ່ທຸກຍາກຈຳນວນ38ຄອບຄົວ. ໃນໄລຍະ 5 ປີຜ່ານມາ ຄະນະພັກກຸ່ມບ້ານໄດ້ເອົາໃຈໃສ່ຊີ້ນຳ-ນຳພາປະຊາຊົນປະຕິບັດມະຕິຂອງກອງປະຊຸມໃຫຍ່ຄັ້ງທີ 3 ຂອງກຸ່ມບ້ານ ແລະ ມະຕິ 10 ຂອງກອງປະຊຸມໃຫຍ່ຂອງອົງຄະນະພັກເມືອງຊຳໃຕ້ໄດ້ມີຜົນສຳເລັດຫຼາຍດ້ານເປັນຕົ້ນແມ່ນການປຸກລະດົມປະຊາຊົນເຊື່ອມຊືມແນວທາງນະໂຍບາຍຂອງພັກ, ກົດໝາຍຂອງລັດໄດ້ 30 ຄັ້ງ, ມີຜູ້ເຂົ້າຮ່ວມ 2 ພັນ 500 ຄົນ, ປະກອບເງິນພັນທະປ້ອງກັນຊາດ, ອອກກວດກາລາດຕະເວນຕາມຊາຍແດນໃນຂອບເຂດຄວາມຮັບຜິດຊອບໄດ້ 10 ຄັ້ງ, ມີ 150 ແຮງງານ, ເປີດການຮຽນກອງຫຼອນໄດ້ 1 ຊຸດ, ມີ 80 ຄົນເຂົ້າຮ່ວມ, ເລີກຮື້ອາວຸດຫຼ້າເນື້ອໄດ້ທັງໝົດ 220 ກະບອກ, ສຶກສາອົມຮົມແລະແກ້ໄຂຜູ້ກະທຳຜິດໄດ້ 4 ຄັ້ງ. ແລະ ວຽກງານອື່ນໆ ກໍໄດ້ຮັບການປັບປຸງໃຫ້ນັບມື້ນັບດີຂຶ້ນເທື່ອລະກ້າວ.
ຫຼັງຈາກນັ້ນຜູ້ແທນກອງປະຊຸມຍັງໄດ້ພ້ອມກັນປະກອບຄຳຄິດຄຳເຫັນຢ່າງກົງໄປກົງມາ ເພື່ອພ້ອມກັນເປັນເອກະພາບໃນປັບປຸງບັນຫາທີ່ຈຸດອ່ອນຄົງຄ້າງ ໃຫ້ນັບມື້ຫຼຸດໜ້ອຍຖອຍລົງ,ໄປພ້ອມດຽວກັນນີ້ຜູ້ແທນສົມບູນ ໄດ້ໃຊ້ສິດປະຊາທິປະໄຕ ປ່ອນບັດຄັດເລືອກຄະນະພັກຊຸດໃໝ່ 7 ສະຫາຍ ເລືອກເອົາ 5 ສະຫາຍ, ກອງປະຊຸມຄັ້ງປະຖົມມະລືກໄດ້ເລືອກເອົາ ສະຫາຍ ທອງສອນ ເປັນເລຂາ, ສະຫາຍ ມອນສີ ເປັນຮອງເລຂາ, ແລະ ອີກ 3 ສະຫາຍ ເປັນຄະນະ ເພື່ອສືບຕໍ່ບໍລິຫານວຽກງານຮອບດ້ານຂອງກຸ່ມພັນຊຳໃຫ້ນັບມື້ ມີການພັດທະດີຂື້ນ
ທີມຂ່າວ ເມືອງຊໍາໄຕ້
Editor: ກຳປານາດ ລັດຖະເຮົ້າ