ໃນວັນທີ 4 ກຸມພາ 2018 ທີ່ໂຮງແຮມ ເມືອງແທງ, ນະຄອນຫລວງວຽງຈັນ ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ສປປ ລາວ ແລະ ສສ ຫວຽດນາມ ໄດ້ຈັດພິທີເຊັນສັນຍາ ຮ່ວມມື ລະຫວ່າງບັນດາກົມ ແລະ ສະຖາບັນ ໃນ 2 ສະບັບ ຄື:
ສະບັບທີ 1 ແມ່ນ, ບົດບັນທຶກຄວາມເຂົ້າໃຈ ການຮວມມື ດ້ານການກໍ່ສ້າງ, ຄົ້ນຄວ້າ ແລະ ນະວັດຕະກໍາ ລະຫວ່າງ ສະຖາບັນຄຸ້ມຄອງວິທະຍາສາດ ແລະ ເຕັກໂນໂລຊີ, ກະຊວງວີທະຍາສາດ ແລະ ເຕັກໂນໂລຊີ ສປປ ລາວ ແລະ ສະຖາບັນຍຸດທະສາດ ແລະ ນະໂຍບາຍວິທະຍາສາດ ແລະ ເຕັກໂນໂລຊີ, ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ສສ ຫວຽດນາມ. ເຊີ່ງລົງນາມຝ່າຍລາວໂດຍ ທ່ານ ພິມພາ ອຸດທະຈັກ ຮັກສາການຫົວຫນ້າສະຖາບັນການຄຸ້ມຄອງວິທະຍາສາດ ແລະ ເຕັກໂນໂລຊີ ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ສປປ ລາວ, ແລະ ຝ່າຍຫວຽດນາມ ໂດຍ ທ່ານ ຮ່ວງມິງ ຫົວຫນ້າ ສະຖາບັນຍຸດທະສາດ ແລະ ນະໂຍບາຍວິທະຍາສາດ ແລະ ເຕັກໂນໂລຊີ, ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ສສ ຫວຽດນາມ.
ສະບັບທີ 2 ແມ່ນ, ບົດບັນທຶກຄວາມເຂົ້າໃຈໃນຂົງເຂດວຽກງານຖີ່ນກໍາເນິດ ລະຫວ່າງ ກົມຊັບສິນທາງປັນຍາ, ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ແຫ່ງ ສປປ ລາວ ກັບ ສໍານັກງານຊັບສິນທາງປັນຍາແຫ່ງຊາດ, ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ສສ ຫວຽດນາມ ລົງນາມຝ່າຍລາວ ໂດຍ ທ່ານນາງ ຂັນລາສີ ແກ້ວບຸນພັນ ຫົວຫນ້າກົມຊັບສິນທາງປັນຍາ ກະຊວງວິທະຍາສາດ ແລະ ເຕັກໂນ ໂລຊີ ສປປ ລາວ ແລະ ຝ່າຍຫວຽດນາມ ໂດຍ: ທ່ານ ດິ່ງ ຫິວ ຟີ ຫົວຫນ້າສໍານັກງານຊັບສິນທາງປັນຍາແຫ່ງຊາດ ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ສສ ຫວຽດນາມ. ພິທີເຊັນສັນຍາ ດັ່ງກ່າວ ໂດຍໄດ້ຮັບກຽດເຂົ້າຮ່ວມເປັນສັກຂີພິຍານ ຂອງ ທ່ານ ບັນດິດ ສາດສະດາຈານ ບໍ່ວຽງຄໍາ ວົງດາລາ ລັດຖະມົນຕີ ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ. ປະທານສະພາວິທະຍາສາດແຫ່ງຊາດ. ແລະ ທ່ານ ຈູ ຫງອກ ແອງ ລັດຖະມົນຕີກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ສສ ຫວຍດນາມ, ພ້ອມດ້ວຍແຂກທີ່ກ່ຽວຂ້ອງ ທັງສອງຝ່າຍ ເຂົ້າຮ່ວມ.
Editor: ກຳປານາດ ລັດຖະເຮົ້າ