ບໍລິສັດ ຕັນຈອງ ມໍເຕີ ລາວ ຈໍາກັດພຽງຜູ້ດຽວ ເຊີ່ງເປັນຕົວແທນຈໍາຫນ່າຍ ແລະ ນໍາເຂົ້າ ລົດນິດສັນ ພຽງຜູ້ດຽວ ໃນ ສປປ ລາວ ແລະ ບໍລິສັດລູກຂອງ ບໍລິສັດຕັນຈອງ ມໍເຕີ້ ໂຮນດີ້ງ ເບີຫາດ ( ມາເລເຊຍ ) ໄດ້ຈັດງານລະນຶກ ປີແຫ່ງການດໍາເນີນທຸລະກິດ ໃນ ສປປ ລາວ ໂດຍໄດ້ຈັດໃຫ້ມີການທົດລອງຂັບ ແກ່ລູກຄ້າຂອງນິດສັນ ແລະ ປະຊາຊົນທົ່ວໄປ ໄດ້ຮ່ວມຖ່າຍທອດປະສົບການ ໃນການຂັບລົດນິດສັນໃນປີ 2018.
ງານທົດລອງຂັບ ດັ່ງກ່າວ ໄດ້ຈັດຂື້ນ ໃນລະຫວ່າງວັນທີ 3-4 ກຸມພາ 2018 ເປັນເວລາ 2 ວັນ ທີ່ເດີນຫໍວັດທະນະທໍາ ແຫ່ງຊາດ, ນະຄອນຫລວງວຽງຈັນ, ເລີມກິດຈະກໍາ ແຕ່ເວລາ 9 ໂມງເຊົ້າ ໄປຈົນເຖິງ 18 ໂມງແລງ. ຈຸດປະສົງຂອງການຈັດງານທົດລອງຂັບລົດນິດສັນ ດັ່ງກ່າວ ເພື່ອສະແດງໃຫ້ເຫັນມໍລະດົກອັນລໍ້າຄ່າ ແລະ ຄວາມຫລາກຫລາຍດ້ານຜະລິດຕະພັນຂອງລົດຍີ່ຫໍ້ນິດສັນ, ງານດັ່ງກ່າວ ໄດ້ເປີດໃຫ້ປະຊາຊົນທົ່ວໄປ ພ້ອມທັງລູກຄ້ານິດສັນ ໄດ້ຮັບປະສົບການໃນການຂັບຂີ່ ລົດນິດສັນ ນາວາລາ ເທີງຫນ້າລາດຊັນ ແລະ ຜ່ານສິ່ງກິດຂວາງ ທ້າທາຍ ທີ່ສ້າງຂື້ນໃນພາກສະຫນາມ. ນອກຈາກການທົດລອງຂັບຂີ່ລົດນິດສັນ ນາວາລາ ລົດລຸ້ນອື່ນໆ ທີ່ວາງສະແດງ ຍັງມອບໂອກາດໃຫ້ປະຊາຊົນທົ່ວໄປ ໄດ້ຄົ້ນພົບ ແລະ ເຫັນເຕັກໂນໂລຊີ ຂອງການຂັບເຄື່ອນອັດສະລິຍະ ຂອງນິດສັນ ເຊັ່ນ: ລະບົບແຈ້ງເຕືອນໃນຈຸດທີ່ເບີ່ງບໍ່ເຫັນ ( BSW ), ລະບົບເຕືອນການຈໍລະຈອນ ( CTA ), ຈໍສໍາຜັດ LCD, ຂະຫນາດ 8 ນິ້ວ, ພ້ອມດ້ວຍເຄື່ອງຫລີ້ນດີວີດີ ແລະ ກ້ອງເບີ່ງທາງຫລັງ. ລະບົບຄວບຄຸມການຂັບຂີ່ອັດສະລິຍະ ( IRC ), ລະບົບປ້ອງກັນລໍ້ຫມູນອັດສະລິຍະ ( ITC ), ເຕັກໂນໂລຊີລະບົບ ເກຍເອັກສໂທຣນິກ CVT ທີ່ນັ່ງບໍ່ມີແຮງໂນ້ມທ່ວງ, ລະບົບປັບທີ່ນັ່ງແບບຍຶດຍຸ່ນ ແລະ ອື່ນໆອີກຫລາຍຢ່າງ. ແມ່ນພ້ອມແລ້ວຢູ່ໃນລົດນິດສັນລຸ້ນ ເອັກສ ເທວ ໃຫມ່ຫລ້າສຸດ ທີ່ໄດ້ມີການເປີດໂຕໄປ ໃນ 3 ເດືອນຜ່ານມາ. ລົດນິດສັນ ເອັກສ ເທວ ແມ່ນຫນຶ່ງໃນລຸ້ນທີ່ນິຍົມທີ່ສຸດ ຂອງລົດນິດສັນ ເປັນທີ່ຮູ້ຈັກກັນດີ ໃນເລື່ອງຂອງຄວາມເປັນອາເນກປະສົງ ທີ່ພາໄປທຸກຫົນທຸກແຫ່ງ ດ້ວຍການເພີ່ມເຕັກໂນໂລຊີ ຂັບເຄື່ອນອັດສະລິຍະໃຫມ່ຫລ້າສຸດຂອງນິດສັນ, ເຮັດໃຫ້ລົດ ກາຍເປັນລົດ ຄອສໂອເວີ້ ພະຈົນໄພຄອບຄົວ ທີ່ດີທີ່ສຸດ. ລົດນິດສັນເອັກສ ເທວ ແມ່ນຂາຍດີທີ່ສຸດໃນໂລກ ເຊີ່ງຍອດຂາຍ ຫລາຍກວ່າ 3,7 ລ້ານຄັນໃນທົ່ວໂລກ ນັບແຕ່ມີການເປີດໂຕລົດ ນິດສັນ ເອັກສ ເທວ ໃນປີ 2000
ຕະຫລອດ 2 ວັນ, ຂອງງານລົດລອງຂັບທີ່ເດີນຫໍວັດທະນະທໍ່ແຫ່ງຊາດ ແມ່ນໄດ້ຮັບການຕອບຮັບທີ່ດີຫລາຍ ລູກຄ້ານິດສັນ ແລະ ປະຊາຊົນທົ່ວໄປ, ພ້ອມດ້ວຍຫມູ່ເພື່ອນ, ຄອບຄົວ ໄດ້ເຂົ້າຮ່ວມເຮັດກິດຈະກໍາ ດ້ວຍຄວາມມ່ວນຊື່ນ ແລະ ຄຶກຄື້ນ, ໃນນັ້ນ ມີທັງການທົດລອງຂັບ, ການກວດເຊັກລົດຟຣີ, ການຫລີ້ນເກມ ແຈກຂອງລາງວັນ, ພ້ອມກັນນັ້ນສໍາລັບລູກຫລາຍ ແມ່ນຍັງມີກິດຈະກໍາແຕ້ມຮູບລະບາຍສີ ແລະ ອື່ນໆ. ຢ່າງຫລວງຫລາຍ.
Editor: ກຳປານາດ ລັດຖະເຮົ້າ