ເມື່ອບໍ່ດົນມານີ້, ທີ່ໂຮງແຮມດອນຈັນ ພາເລດ, ນະຄອນຫລວງວຽງຈັນ ວິທະຍຸສາກົນ ແຫ່ງປະເທດຈີນ ຫລື ຊີອາຣໄອ ປະຈໍາ ສປປ ລາວ ໄດ້ຈັດພິທີມອບລາງວັນ ໃຫ່ຍ ສາຍຄໍຄໍາ ຫນັກ 2 ບາດ ໃຫ້ແກ່ຜູ້ຟັງ CRI ຄື້ນ FM 93 MHz ທີ່ເປັນຜູ້ໂຊກດີຈາກກິດຈະກໍາ ( ຮູ້ຮອບໂລກ ໂຊກ 3 ຊັ້ນ ປີ 2017 ) ເຊີ່ງໃນພິທີ ມີບັນດາຄະນະຫົວຫນ້າ, ຮອງຫົວຫນ້າ ວິທະຍຸສາກົນແຫ່ງປະເທດຈີນ, ບັນດາຜູ້ໂຊກດີ ແລະ ສື່ມວນຊົນ ເຂົ້າຮ່ວມ.
ທ່ານນາງ ສຸດທິດາ ( Wu Yi Xing ) ຫົວຫນ້າວິທະຍຸສາກົນແຫ່ງປະເທດຈິນ ປະຈໍາ ສປປ ລາວ ກ່ວວ່າ: ຈຸດປະສົງຂອງການຈັດກິດຈະກໍາ ແມ່ນເພື່ອສ້າງຄວາມຮູ້ໃຫ້ແກ່ຜູ້ຟັງ ແລະ ຕອບແທນນໍ້າໃຈໃຫ້ຜູ້ຟັງ ທີ່ຕິດຕາມຟັງ ຄື້ນ CRI ເອຟເອັມ 93 ເມັກກາເຫີດ ມາໂດຍຕະຫລອດ, ນອກຈາກການຟັງ ໄດ້ຄວາມຮູ້ ໄດ້ຄວາມເບີກບານມ່ວນຊື່ນແລ້ວ ຍັງລຸ້ນຮັບລາງວັນອີກດ້ວຍ. ພ້ອມກັນນີ້ ຍັງເປັນການສ້າງຄວາມສະນິດສະຫນົມ ກັບຜູ້ຟັງ ແລະ ດຶງດູດຜູ້ຟັງ ໃຫ້ເຂົ້າມາຕິດຕາມຮັບຟັງຄື້ນ ຊີອາຣໄອ ຫລາຍຂື້ນ, ພິເສດ ໃນປີ 2018 ວິທະຍຸສາກົນ ແຫ່ງປະເທດຈີນ ສັນຍາວ່າ ຍັງຈະສຶບຕໍ່ກິດຈະກໍາດັ່ງກ່າວ ຕໍ່ໄປຕື່ມອີກ.
ການຈັດກິດຈະກໍາ ຖາມ-ຕອບ ຮູ້ຮອບໂລກ ຊີງໂຊກ 3 ຊັ້ນ ຈັດຂື້ນມາ ແລ້ວ 4 ຄັ້ງ ຄື ໃນປີ 2012, 2013, 2016 ແລະ ປີ 2017 ແລະ ຍັງຈະສຶບຕໍ່ໃນຄັ້ງຕໍ່ໄປ ໃນປີ 2018 ນີ້, ສໍາລັບຂອງລາງວັນ ທີ່ແຈກໃນປີ 2017 ມີ 4 ລາງວັນໃຫຍ່
- ລາງວັນທີ 4 ກ່ອງຮັບສັນຍານໂທລະພາບ ຈໍານວນ 5 ລາງວັນ ຜູ້ໂຊກດີ ປະກອບມີ ທ່ານນາງ ແສງເງິນ, ທ່ານ ຫລ້າ ຈັນທະວົງ, ທ່ານ ສີນົນທອງ ຄໍາມະນີຈັນ, ທ່ານ ສີບຸນເຮືອງ ສຸລິຍະບັນດິດ ແລະ ທ່ານນາງ ພິລົມໄຊ ພໍລະສິນ
- ລາງວັນທີ 3 ຫມໍ້ຫຸງເຂົ້າໄຟຟ້າ ແລະ ເຕົາລິດ, ຈໍານວນ 3 ລາງວັນ ໄດ້ແກ່: ທ່ານ ຈັນທາວ ໄຊສະຫວັດ, ທ່ານ ລ້ອງເລົ່າ ແລະ ທ່ານ ສອນໄຊ ສີວົງທອງ
- ລາງວັນທີ 2 ໂທລະສັບມືຖື ຫົວເຫວີຍ, ຈໍານວນ 2 ລາງວັນ ໄດ້ແກ່ ທ່ານ ຄໍາສະຫວັນ ສີກຸນນະວົງ ແລະ ທ່ານ ພອນສະຫວັນ ຈັນນິຍະວົງ
- ລາງວັນທີ 1 ແມ່ນສາຍຄໍຄໍາ ຫນັກ 2 ບາດ ຈໍານວນ 1 ລາງວັນ ຜູ້ໂຊກດີ ແມ່ນ ທ່ານ ບຸນຫລາຍ ຫວັງປະເສດ.
Editor: ກຳປານາດ ລັດຖະເຮົ້າ