ໃນຕອນເຊົ້າວັນທີ 3 ກຸມພາ 2018 ທີ່ຜ່ານມາ, ທີ່ສວນປະຕູໄຊ, ນະຄອນຫລວງວຽງຈັນ ກະຊວງອຸດສາຫະກໍາ ແລະ ການຄ້າ ໄດ້ຈັດພິທີຍ່າງເພື່ອສຸຂະພາບ ເພື່ອສະເຫລີມສະຫລອງ ຄົບຮອບ 5 ປີ ຂອງການເຂົ້າເປັນສະມາຊິກ ອົງການຄ້າໂລກ ( 2 ກຸມພາ 2013-2018 ) ໂດຍພາຍໃຕ້ການເປັນປະທານຂອງ ທ່ານ ສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີ ແຫ່ງ ສປປ ລາວ, ມີ ທ່ານນາງ ເຂັມມະນີ ພົນເສນາ ລັດຖະມົນຕີ ກະຊວງອຸດສາຫະກໍາ ແລະ ການຄ້າ, ພ້ອມນີ້ເຂົ້າຮ່ວມຍັງມີ ຮອງລັດຖະມົນຕີ, ທຸຕານຸທູດ, ຜູ້ຕາງຫນ້າອົງການຈັດຕັ້ງສາກົນ ປະຈໍາລາວ, ຫົວຫນ້າ-ຮອງຫົວຫນ້າ ກົມ ແລະ ພະນັກງານ-ລັດຖະກອນ ລວມເຖິງປະຊາຊົນ ເຂົ້າຮ່ວມ 1 ພັນກວ່າທ່ານ.
ກິດຈະກໍາ ດັ່ງກ່າວ ແມ່ນມີຈຸດເລີ່ມຕົ້ນ ທີ່ສວນປະຕູໄຊ -ໄປຈົນເຖິງຫໍຄໍາ ແລະ ກັບມາ ທີ່ສວນປະຕູໄຊ ຄືເກົ່າ ດ້ວຍໄລະທາງ ປະມານ 3 ກິໂລແມັດ.
Editor: ກຳປານາດ ລັດຖະເຮົ້າ