ສໍານັກຂ່າວສານ ປະເທດລາວ, ບໍລິສັດ ຫົວເຫວີຍ ເຕັກໂນໂລຊີ ປະຈໍາ ສປປ ລາວ ແລະ ບໍລິສັດ ດາວທຽມລາວ ເອເຊຍ-ປາຊິຟິກ ຈໍາກັດ ໄດ້ມີການຮ່ວມລົງນາມໃນບົດບັນທຶກ ຄວາມເຂົ້າໃຈ ການຮ່ວມມື ແລະ ສະຫນັບສະຫນູນ ວິໄສທັດຍາວໄກ ເພື່ອເຮັດໃຫ້ຂ່າວສານປະເທດລາວ ເປັນແຜນຜັງດ້ານນະວັດຕະກໍາບໍລິການ ດ້ານຊໍ້ມູນຂ່າວສານ ຢ່າງເປັນທາງການ, ສໍາລັບຊ່ອງທາງການສື່ສານ, ການຮັບຊໍ້ມູນຂ່າວສານແບບເຄື່ອນທີ່ ແລະ ການເຊື່ອມຕໍ່ກັບອຸປະກອນທີ່ສາມາດຮັບສັນຍາ. ພ້ອມທັງເຮັດໃຫ້ນະຄອນຫລວງວຽງຈັນ ເປັນເມືອງ ເຊື່ອມຕໍ່ ສື່ມວນຊົນ ໄດ້ຢ່າງເຕັມຮູບແບບ.
ສໍາລັບຂ່າວສານປະເທດລາວ ໄດ້ຕົກລົງໃຫ້ ບໍລິສັດ ຫົວເຫວີຍ ເຕັກໂນໂລຊີ ປະຈໍາລາວ ແລະ ບໍລິສັດ ດາວທຽມລາວ ເອເຊຍ-ປາຊີຟິກ ຈໍາກັດ ສຶກສາສໍາຫລວດຄວາມເປັນໄປໄດ້ ເພື່ອສ້າງແຜນຫລັກ ແລະ ການອອກແບບ ເພື່ອໃຫ້ ຂ່າວສານປະເທດລາວ ໃຫ້ເປັນໄປຕາມແຜນຜັງວິໄສທັດ ດ້ານ ໂອມນີ ມີເດຍ ( Omni Media ) ສ້າງຕັ້ງແຜນຜັງການຜະລິດສື່ທີ່ຫລາກຫລາຍ ໃຫ້ແກ່ ຂ່າວສານປະເທດລາວ ທີ່ນໍາເອົາຂໍ້ມູນ ແລະ ເຕັກໂນໂລຊີການສື່ສານ ເພື່ອປະກອບເຂົ້າໃນການລວບລວມ ຄຣິບຊ່າວ, ໂປຣແກມຕັດຕໍ່ວິດີໂອ ແລະ ການປະຕິບັດງານ ເຜີຍແຜ່ຂໍ້ມູນ ເພື່ອຮອງຮັບຊ່າວສານ ທີ່ເປັນທາງການ ແລະ ການນໍາໃຂ້ ວິດີໂອ ໂອມນີ ມີເດ່ຍ.
ທັງສອງບໍລິສັດ ຍັງຈະໄດ້ສ້າງສິ່ງຮອງຮັບ ດ້ານໂຄງລ່າງພື້ນຖານ ໄອຊີທີ ໃນການຜະລິດຂ່າວ ໃຫ້ແກ່ສໍານັກຂ່າວສານປະເທດລາວ ໂດຍຄໍານຶກເຖິງການເຮັດວຍກແບບອັດຕະໂນມັດ ຂອງສໍານັກງານ ໃນຍຸກໃຫມ່ ທັງຊຸກຍູ້ການແລກປ່ຽນດ້ານເນື້ອໃນຂ່າວ, ຄຣິບຂ່າວວີດີໂອ ແລະ ໂປແກຣມກັບຫນ່ວຍງານ ໃນລາວ ແລະ ສປ ຈີນ ໄດ້ຢ່າງມີປະສິດທິພາບ ເຊັ່ນ: ໂທລະພາບແຫ່ງຊາດ, ສໍານັກຂ່າວ ຊິນຮວາ ສປ ຈີນ, ບໍລິສັດ ດາວທຽມລາວ ເອເຊຍ-ປາຊິຟິກ ແລະ ໂທລະພາບລາວ ດີຈີຕອນ.
ການລົງນາມສັນຍາ ໃນຄັ້ງນີ້, ໄດ້ຈັດຂື້ນ ໃນວັນທີ 3 ກຸມພາ 2018 ທີ່ໂຮງແຮມແລນ-ມາກ ລະຫວ່າງ ທ່ານ ສູນທອນ ຄັນທະວົງ ຫົວຫນ້າອໍານວຍການໃຫຍ່ ສໍານັກຂ່າວສານປະເທດລາວ, ທ່ານ ວາງຊີ ຕາງຫນ້າບໍລິສັດ ຫົວເຫວີຍ ເຕັກໂນໂລຊີ ຈໍາກັດຜູ້ດຽວ ປະຈໍາ ສປປ ລາວ ແລະ ທ່ານ ຕິງ ຢອງປິງ ຜູ້ຈັດການທົ່ວໄປ ບໍລິສັດ ດາວທຽມລາວ ເອເຊຍ-ປາຊີຟິກ ຈໍາກັດ. ໂດຍມີບັນດາຫົວຫນ້າຫ້ອງການ, ຫົວຫນ້າກົມ-ຮອງກົມ, ຈາກກະຊວງຖະແຫລງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ, ລວມໄປເຖິງແຂກທີ່ກ່ຽວຂ້ອງ ທັງ 3 ຝ່າຍ ຮ່ວມເປັນສັກຂີພິຍານ.
Editor: ກຳປານາດ ລັດຖະເຮົ້າ