ທ້າຍເດືອນມັງກອນ 2018 ຜ່ານມານີ້, ຢູ່ທີ່ພະແນກ ອຸດສາຫະກໍາ ແລະ ການຄ້າ ແຂວງອັດຕະປື ໄດ້ມີພິທີ ມອບ-ຮັບ ເຄື່ອງຄອມພິວເຕີ ຂື້ນ ເຊີ່ງເປັນການຊ່ວຍເຫລືອ ຈາກໂຄງການຈັດຕັ້ງປະຕິບັດກົດຫມາຍປ່າໄມ້, ການຄຸ້ມຄອງ ແລະ ຕ້ານການຄ້າໄມ້ ເຊີ່ງເຄື່ອງຄອມພິວເຕີ ທີ່ນໍາມາມອບ ໃນຄັ້ງນີ້ ປະກອບມີ: ເຄື່ອງຄອມພິວເຕີ ຕັ້ງໂຕະ ຈໍານວນ 6 ຊຸດ ແລະ ໂນດບຸກ 1 ຊຸດ, ຈໍໂປຣເຈັກເຕີ 1 ຊຸດ, ລວມມູນຄ່າທັງໝົດ 80 ລ້ານກວ່າກີບ, ເຊີ່ງຈະໄດ້ນໍາແຈກຍາຍ ໄປຍັງຫ້ອງການອຸດສາຫະກໍາ ແລະ ການຄ້າ ໃນ 5 ເມືອງ ເພື່ອນໍາໃຊ້ເຂົ້າໃນວຽກງານຕົວຈິງ.
ກ່າວມອບ ໂດຍ ທ່ານ ຊິກມາ ຊຽວຊານໂຄງການຈັດຕັ້ງປະຕິບັດກົດຫມາຍປ່າໄມ້, ການຄຸ້ມຄອງ ແລະ ການຄ້າໄມ້, ກ່າວຮັບໂດຍ ທ່ານ ສັນຕິໄຊ ສີລືໄຊ ຮອງຫົວຫນ້າພະແນກອຸດສາຫະກໍາ ແລະ ການຄ້າ ແຂວງອັດຕະປື ໂດຍຊ້ອງຫນ້າບັນດາພາກສ່ວນທີ່ກ່ຽວຂ້ອງ ທັງສອງຝ່າຍ ເຂົ້າຮ່ວມ.
ການນໍາເອົາເຄື່ອງຄອມພິວເຕີ ມາມອບຊ່ວຍເຫລືອ ຄັ້ງນີ້ ກໍ່ເພື່ອອໍານວຍຄວາມສະດວກສະບາຍ ແກ່ການນໍາໃຊ້ເຂົ້າໃນວຽກງານຕົວຈິງ ຂອງວຽກງານ ອຸດສະຫາກໍາ ແລະ ການຄ້າ ໃນແຕ່ລະເມືອງ ທີ່ກ່ຽວກັບວຽກງານກວດກາ ແລະ ຄຸ້ມຄອງປ່າໄມ້, ຄຸ້ມຄອງການຄ້າ ທີ່ບໍ່ຖືກຕ້ອງຕາມລະບຽບກົດຫມາຍ ເພື່ອໃຫ້ໄດ້ປະສິດທິພາບ ໃນການຈັດຕັງວຽກງານຕົວຈິງ ໃນແຕ່ລະເມືອງ
ທີມຂ່າວ ແຂວງອັດຕະປື.
Editor: ກຳປານາດ ລັດຖະເຮົ້າ