ເມື່ອບໍ່ດົນມານີ້, ຢູ່ທີ່ໂຮງຮຽນ ມໍຕົ້ນ ກຸ່ມບ້ານຫົວຊຽງ, ເມືອງຊໍາໄຕ້, ແຂວງຫົວພັນ ໄດ້ມີການມອບເຄື່ອງຊ່ວຍເຫລືອບັນເທົາໄພຫນາວ ແກ່ຄອບຄົວທຸກຍາກ ໃນ 2 ບ້ານ ໃນເມືອງຊໍາໄຕ້ ຄື: ບ້ານແກ້ງດີ່ງ, ກຸ່ມຫົວຊຽງ ຈໍານວນ 10 ຄອບຄົວ ແລະ ບ້ານແກ້ງໄນ ກຸ່ມຫນອງຄໍາ ຈໍານວນ 23 ຄອບຄົວ. ສໍາລັບເຄື່ອງທີ່ນໍາມາມອບ ຄັ້ງນີ້ ປະກອບມີ ເຄື່ອງກັນຫນາວ, ໂສ້ງ, ເສື້ອ ແລະ ສິ່ງຈໍາເປັນອື່ນໆ ລວມມູນຄ່າ 2 ລ້ານກວ່າກີບ, ໂດຍແມ່ນອົງການ ເຊີບທູຢູ ແຫ່ງປະເທດຈີນ ເປັນຜູ້ສະຫນັບສະຫນູນ ເຊີ່ງເປັນ ຄັ້ງທີ 2 ໂດຍຜ່ານຂະແຫນງສົ່ງເສີມຄວາມກ້າວຫນ້າຂອງແມ່ຍີງ.
ໃຫ້ກຽດມອບໂດຍ ທ່ານ ພອນຈັນ ຂະທຸມພົນ ຮອງເຈົ້າເມືອງຊໍາໄຕ້ ແລະ ຮັບໂດຍ ຕາງຫນ້າອໍານາດການປົກຄອງບ້ານ ທັງ 2 ບ້ານ ແລະ ຕາງຫນ້າຄອບຄົວຜູ້ທຸກຍາກ. ໂດຍມີພາກສ່ວນທີ່ກ່ຽວຂ້ອງຮ່ວມເປັນສັກຂີພິຍານ, ປະຈຸບັນ ທົ່ວເມືອງຊໍາໄຕ້ ໄດ້ຮັບທຶນຊ່ວຍເຫລືອລ້າ ຈາກອົງການ ເຊີບທູຢູ ແຫ່ງປະເທດຈີນ ທັງໝົດ 2 ຄັ້ງ ລວມມູນຄ່າ 12 ລ້ານກວ່າກີບ, ໃນ 5 ບ້ານ, ມີ 140 ຄອບຄົວ ສ່ວນວ່າເຄື່ອງທີ່ນໍາມາມອບຊ່ວຍເຫລືອ ເຖິງຈະບໍ່ຫລາຍ ແຕ່ກໍ່ມີຄຸນຄ່າຫລາຍທີ່ສຸດ ແກ່ປະຊາຊົນ ໃນຊົນນະບົດ, ຜູ້ທຸກຍາກ ໄດ້ຮັບເຄື່ອງນຸ່ງຫົ່ມກັນຫນາວ.
ຂອບໃຈ ທີມຂ່າວ ເມືອງຊໍາໄຕ້ ( ນັກຊ່າວ ສົມສຸກ ໄຊຍະວົງ )
Editor: ກຳປານາດ ລັດຖະເຮົ້າ