ກະຊວງແຮງງານ ແລະ ສະຫວັດດີການສັງຄົມ, ສູນກາງສະຫະພັນກໍາມະບານ ແລະ ສະພາການຄ້າອຸດສາຫະກຳແຫ່ງຊາດລາວ ໄດ້ຮ່ວມກັນຈັດກອງປະຊຸມ 3 ຝ່າຍລະດັບຊາດຂຶ້ນເມື່ອທ້າຍອາທິດຜ່ານມາທີ່ນະຄອນຫລວງວຽງຈັນ, ເພື່ອຄົ້ນຄວ້າປຶກສາຫາລືກ່ຽວກັບການປັບປຸງຄ່າແຮງງານຕໍ່າສຸດ, ໂດຍການປະທານຮ່ວມຂອງ ທ່ານ ປອ ຄຳແພງ ໄຊສົມແພງ ລັດຖະມົນຕີກະຊວງແຮງງານ ແລະ ສະຫວັດດີການ-ສັງຄົມ, ທ່ານ ສີມູນ ອຸ່ນລາສີ ຮອງປະທານສູນກາງສະຫະພັນກຳມະບານລາວ ແລະ ທ່ານ ວັນທອງ ສິດທິກຸນ ຮອງປະທານສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ, ມີຜູ້ຕາງໜ້າຈາກຂະແໜງການກ່ຽວຂ້ອງຕ່າງໆເຂົ້າຮ່ວມນໍາດ້ວຍ.
ກອງປະຊຸມໄດ້ຄົ້ນຄວ້າປຶກສາຫາລື ກ່ຽວກັບການປັບປຸງຄ່າແຮງງານຕໍ່າສຸດ, ໂດຍສູນກາງສະຫະພັນກຳມະບານລາວ ໄດ້ສະເໜີຄ່າແຮງງານຂັ້ນຕໍ່າສຸດໃໝ່ແມ່ນ 1,200,000 ກີບ, ຕໍ່ຄົນຕໍ່ເດືອນ ຫລື ເພີ່ມຂຶ້ນຈາກເດີມ 33,33%, ທຽບໃສ່ຄ່າແຮງງານຂັ້ນຕໍ່າສຸດປີ 2015, ສ່ວນສະພາ ການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ ສະເໜີປັບຂຶ້ນຄ່າແຮງງານຂັ້ນຕໍ່າໃຫ້ຢູ່ໃນລະດັບບໍ່ເກີນ 1,000,000 ກີບ ຕໍ່ຄົນຕໍ່ເດືອນ ຫລື ເພີ່ມຂຶ້ນຈາກເດີມ 11,11% ທຽບໃສ່ປີ 2015 ແລະ ກະຊວງແຮງງານສະເໜີປັບຂຶ້ນ ຄ່າແຮງງານຂັ້ນຕໍ່າສຸດໃນລະດັບ 1,100,000 ກີບ ຕໍ່ຄົນຕໍ່ເດືອນ ເພີ່ມຂຶ້ນ 22,22%, ເຊິ່ງຜົນຂອງກອງປະຊຸມໃນຄັ້ງນີ້, ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ແມ່ນຈະໄດ້ນໍາສະເໜີຕໍ່ລັດຖະບານ ເພື່ອພິຈາລະນາ ແລະ ກຳນົດເອົາຕົວເລກຄ່າແຮງງານຂັ້ນຕໍ່າສຸດທີ່ຈະປັບປຸງໃໝ່ໃຫ້ເໝາະສົມ ເພື່ອອະນຸມັດພິຈາລະນານຳໃຊ້ໃນຂັ້ນຕໍ່ໄປ
Editor: ກຳປານາດ ລັດຖະເຮົ້າ