ທ້າຍເດືອນມັງກອນ 2018 ຜ່ານມານີ້, ທ່ານ ພູວົງ ກອງຊັບ ຫົວໜ້າຫ້ອງການຖະແຫຼ່ງຂ່າວ,ວັດທະນະທໍາ ແລະ ທ່ອງທ່ຽວ ເມືອງທ່າແຕງ ພ້ອມຄະນະ ໄດ້ນໍາເອົາເຄື່ອງວັດຖຸພັນ ນໍາໄປມອບໃຫ້ຫໍພິພິທະພັນແຂວງເຊກອງ ໂດຍແມ່ນ ທ່ານ ຄໍາຮູ້ ພົມມະສານ ຫົວໜ້າກອງວິຊາການຫໍພິພິທະພັນມູນເຊື້ອແຂວງເຊກອງ ກ່າວຮັບ ໂດຍມີພາກສ່ວນກ່ຽວຂ້ອງທັງສອງຝ່າຍເຂົ້າຮ່ວມເປັນສັກ ຂີພິຍານ.
ເຄື່ອງທີ່ນໍາມາມອບຄັ້ງນີ້ປະກອບມີ ຊຸດນຸ່ງຮົ່ມຊົນເຜົ່າ: ເຜົ່າລະເວນ, ເຜົ່າສວຍ ແລະ ເຜົ່າຕະໂອ້ຍ ທີ່ເປັນການພົວພັນຮ່ວມມືແລກປ່ຽນທາງດ້ານພິພິທະພັນ,ປະຫວັດສາດ,ວັດທະນະທໍາ ກັບອົງການຈັດຕັ້ງຕ່າງໆທີ່ກ່ຽວຂ້ອງໄດ້ຄຸ້ມຄອງໄວ້ໃນແຕ່ລະສະໄໝ ເພື່ອເຮັດໃຫ້ຄົນລຸ້ນລູກລຸ້ນຫຼານໄດ້ຮັບຮູ້ເຂົ້າໃຈກ່ຽວກັບວັດຖຸພັນຕ່າງໆພາຍໃນທ້ອງຖິ່ນຂອງຕົນໄດ້ສືບທອດຕໍ່ໆໄປ.
ໂອກາດດັ່ງກ່າວ ທ່ານ ຄໍາຮູ້ ພົມມະສານ ຫົວໜ້າກອງວິຊາການຫໍພິພິທະພັນມູນເຊື້ອແຂວງ ເຊກອງ ໄດ້ກ່າວ ສະແດງຄວາມຂອບໃຈເປັນຢ່າງສູງ ມາຍັງການນໍາຫ້ອງການຖະແຫຼ່ງຂ່າວ,ວັດທະນະທໍາ ແລະ ທ່ອງທ່ຽວເມືອງທ່າແຕງ ທີ່ເປັນຫ່ວງເປັນໃຍ ທີ່ໄດ້ນຳເອົາເຄື່ອງມາມອບຄັ້ງນີ້ ແລະ ຈະນໍາເອົາວັດຖຸພັນດັ່ງກ່າວເຕົ້າໂຮມສະສົມເນື້ອໃນ, ວັດຖຸພັນທຸກຍຸກທຸກສະໄໝ, ຈັດສະແດງຕາມລໍາດັບປະຫວັດສາດຂອງຊາດ ແຕ່ລະສະໄໝບູຮານ ຈົນເຖິງປະຈຸບັນໃຫ້ຄົງຢູ່ຕະຫຼອດໄປ
ຖວທ ເມືອງທ່າແຕງ
Editor: ກຳປານາດ ລັດຖະເຮົ້າ