ເມື່ອບໍ່ດົນມານີ້, ທີ່ນະຄອນຫລວງວຽງຈັນ ກອງຄຸ້ມຄອງຈາລະຈອນທາງອາກາດ, ກົມການບິນພົນລະເຮືອນ, ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ບໍລິສັດ ບໍລິການສະຫນາມບິນ ແຫ່ງປະເທດອິນເດຍ ໄດ້ຈັດພິທີເຊັນສັນຍາກ່ຽວກັບການຈັດຊື້ລະບົບຄຸ້ມຄອງທັນສະໄຫມ ໃນການເກັບຄ່າບິນຜ່ານ ເຊີ່ງເປັນລະບົບທີ່ມີຄວາມທັນສະໄຫມ.
ໃນພິທີຄັ້ງນີ້, ເຂົ້າຮ່ວມມີ ທ່ານ ປະລິນຍາເອກ ບຸນຈັນ ສິນທະວົງ ລັດຖະມົນຕີ ກະຊວງໂຍທາທີການ ແລະ ຂົນສົ່ງ, ທ່ານ ຣາວີ ຊານກ້າ ໄອໂຊ້ລ້າ ເອກອັກຄະລັດຖະທູດອິນເດຍ ປະຈໍາ ສປປ ລາວ, ແລະ ທ່ານ ເຊັດຊາດິ ຊົວເຣັດ ສະມາຊິກຄະນະກໍາມະການ ການເງິນສະຫນາມບິນ ປະເທດອິນເດຍ, ມີບັນດາຄະນະນໍາກະຊວງ, ຫົວຫນ້າກົມ-ຮອງກົມ, ຫົວຫນ້າກອງ ແລະ ຄະນະອໍານວຍການ ການບິນລາວ ມີບັນດາແຂກ ຈາກພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.
ໃນພິທີ ທ່ານ ວັນເພັງ ຈັນທະພອນ ຫົວຫນ້າກົມການບິນ ໄດ້ກ່າວວ່າ: ການເຊັນສັນຍາ ລະຫວ່າງ ກອງຄຸມຄອງຈາລະຈອນທາງອາກາດ ແລະ ສະຫນາມບິນຂອງປະເທດອິນເດຍ ສໍາລັບລະບົບເກັບເງິນຄ່າຂົນສົ່ງ ແລະ ຄ່າທໍານຽມ ທາງອາກາດ ຄັ້ງນີ້ ນັບວ່າ ເປັນການຮ່ວມມື ທີ່ມີຄວາມສໍາຄັນ ໃນການຈັດສັນນໍາເອົາລະບົບການເກັບຄ່າບິນຜ່ານມາ ທີ່ທັນສະໄຫມ ມານໍາໃຊ້ ໃນ ສປປ ລາວ, ນັບແຕ່ຕົ້ນປີ 2017 ໂຄງການລະບົບບັນນາທິການທາງອາກາດ ໄດ້ຖືກດໍາເນີນເປັນຕົ້ນມາ ໂດຍກໍານົດເງື່ອນໄຊ, ເປີດການປະມູນ ແລະ ປຶກສາຫາລື ກ່ຽວກັບບັນຫາທີ່ກ່ຽວຂ້ອງ ທັງໝົດ ເຖິງວ່າ ປະຈຸບັນ ຜົນໄດ້ຮັບຂອງການປຶກສາຫາລື ລະຫວ່າງ ຄະນະກໍາມະການ ແລະ ຜູ້ຕາງຫນ້າ ຂອງສະຫນາມບິນ ແຫ່ງປະເທດອິນເດຍ ໄດ້ຕົກລົງສຸດທ້າຍຂອງການຮ່ວມມື ໃນການຈັດຊື້ ລະບົບ ທີ່ເອີ້ນວ່າ: ເກັບເງິນສໍາລັບຄ່າຂົນສົ່ງ ແລະ ຄ່າທໍານຽມ ທາງອາກາດ. ດັ່ງນັ້ນ ເຫັນໄດ້ເຖິງຄວາມສໍາຄັນ ລັດຖະບານ ແຫ່ງ ສປປ ລາວ ຈິ່ງໄດ້ໃຫ້ຄວາມສໍາຄັນ ໃນດ້ານຄວາມສົມດຸນ ລະຫວ່າງການປັບປຸງ ການດໍາເນີນງານ ດ້ານຄວາມປອດໄພທາງອາກາດ ແລະ ປະສິດທິພາບຂອງການພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ. ຈິ່ງເຮັດໃຫ້ມີການເຊັນສັນຍາ ຈັດຊື້ລະບົບຄຸ້ມຄອງ ທີ່ທັນສະໄຫມໃນການເກັບຄ່າບິນຜ່ານ ຈາກ ບໍລິສັດ ສະຫນາມບິນ ແຫ່ງປະເທດອິນເດຍ. ເພື່ອນໍາເຂົ້າມາໃຊ້ ຢ່າງມີປະສິດທິພາບ.
Editor: ກຳປານາດ ລັດຖະເຮົ້າ