ໃນວັນທີ 29 ມັງກອນ 2018 ນີ້, ພະແນກກະສິກໍາ ແລະ ປ່າໄມ້, ແຂວງຜົ້ງສາລີ ໄດ້ຈັດກອງປະຊຸມສະຫຼຸບການຈັດຕັ້ງປະຕິບັດວຽກງານການຜະລິດກະສິກຳ ແລະ ປ່າໄມ້ ປະຈຳປີ 2017 ແລະ ວາງທິດທາງແຜຜນການຕໍ່ໜ້າປີ 2018 ຂື້ນທີ່ຫ້ອງປະຊຸມພະແນກ, ໂດຍການເປັນປະທານ ຂອງ ທ່ານ ທອງພັດ ວົງມະນີ ຮອງລັດຖະມົນຕີ ກະຊວງກະສິກຳ ແລະ ປ່າໄມ້, ໂດຍການເຂົ້າຮ່ວມຂອງຫົວໜ້າຫ້ອງການ, ກົມ, ຄະນະພະແນກ, ຂະແໜງການ ແລະ ວິຊາການເຂົ້າຮ່ວມຢ່າງພ້ອມພຽງ.
ໃນທີ່ປະຊຸມ ທ່ານນາງ ດວງຈັນ ຊາມູນຕີ ຫົວໜ້າພະແນກກະສິກຳ ແລະ ປ່າໄມ້ ແຂວງ ຜົ້ງສາລີ ໄດ້ລາຍງານໃຫ້ຮູ້ຫວ່າ: ແຂວງຜົ້ງສາລີ ເປັນແຂວງພູດອຍກວມເອົາ 90%, ໃນນີ້ມີເນື້ອທີນາທັງໝົດ, 7 ພັນກວ່າເຮັກຕາ, ຜົນຜະລິດ 37 ພັນກວ່າໂຕນ, ສະມັດຕະພາບສະເລຍ 4,5 ໂຕນ/ເຮັກຕາ, ເນື້ອທີ່ເຂົ້າໄຮ່ທົ່ວແຂວງກວມເອົາ 12 ພັນກວ່າເຮັກຕາ, ໃນນີ້ໄຮ່ມູນວຽນມີ 11 ພັນກວ່າເຮັກຕາ, ໄຮ່ຄົງທີ 8 ຮ້ອຍກວ່າເຮັກຕາ, ຜົນຜະລິດ 21 ພັນກວ່າໂຕນ, ສະມັດຕະພາບ ສະເລຍ 1,8 ຫາ 2 ໂຕນ/ເຮັກຕາ, ນອກນີ້, ປະຊາຊົນຍັງໄດ້ປູກພືດຜັກທີ່ມີຕະຫຼາດຮອງຮັບ ແລະ ສ້າງລາຍຮັບໄດ້ດີກວ່າການປູກເຂົ້ານາແຊງ ເຊັ່ນ: ພຶດຕະກູນຖົ່ວ, ໝາກອຶ, ໝາກໂມ, ໝາກເຜັດ, ພືດຜັກ, ຊາ, ຢາງພາລາ, ກາເຟ, ໜາກແໜ່ງ, ເຄື່ອງປາຂອງດົງ ແລະ ອື່ນໆ ລວມທັງໝົດ 104 ພັນກວ່າໂຕນ, ຄີດເປັນມູນຄ່າ 13 ລ້ານກວ່າໂດລາສະຫະລັດ, ວຽກງານການລ້ຽງສັດ ແລະ ການປະມົງ ໄດ້ລົງຊຸກຍູ້ສົ່ງເສີມຂະບວນສັກຢາປ້ອງກັນພະຍາດ, ການປູກຫຍ້າລ້ຽງສັດ, ງົວ, ຄວານ, ໝູ, ແບ້, ປາ ແລະ ສັດປີກ ສາມາດຕອບສະໜອງຊີ້ນໃຫ້ການບໍລິໂພກພາຍໃນແຂວງໄດ້ 7 ພັນກວ່າໂຕນ. ການຕອບສະໜອງນ້ຳຊົນລະປະທານທົ່ວແຂວງ ມີ 17 ແຫ່ງ ມີຄອງໜອງ 23 ເສັ້ນ ມີຄວາມຍ່າວ 25 ພັນກວ່າແມັດ, ການຄຸ່ມຄອງສັນປ່າໄມ້, ປ່າໄມ້ຜະລິດ ແລະ ປ່າຊົມໃຊ້ຂອງບ້ານ ໃນນີ້ມີປ່າສະຫງວນແຫ່ງຊາດ 1 ແຫ່ງ, ປ່າສະຫງວນຂັ້ນແຂວງມີ 4 ແຫ່ງ, ປ່າສະຫງວນຂັນເມືອງມີ 5 ແຫ່ງ, ປ່າປ້ອງກັນມີ 7 ແຫ່ງ ແລະ ປ່າຜະລິດ 2 ແຫ່ງ.
ໃນເວລາຕໍ່ມາ ທ່ານ ທອງພັດ ວົງມະນີ ຮອງລັດຖະມົນຕີກະຊວງກະສິກຳ ແລະ ປ່າໄມ້ ພ້ອມດ້ວຍຄະນະ ໄດ້ລົງຢ້ຽມຢາມກຸ່ມບ້ານກໍແມ່ນ ຊື່ງບ້ານດັ່ງກ່າວຂື້ນຊື່ເລື່ອງຊາ 450 ປີ ສາມາດສ້າງລາຍຮັບໃຫ້ຄອບຄົວໜື່ງໄດ້ເຖີງ 25 ຫາ 50 ລ້ານ/ປີ/ຄອບຄົວ, ໄດ້ລົງຢຽມຢາມບໍລິສັດຂອງ ສປ ຈີນ ທີ່ໄດ້ລົງມາຊຸກຍູ້ສົ່ງເສີມການປູກກາເຟເປັນສີນຄ້າ ຢູ່ເມືອງບູນເໜືອ ບໍລິສັດດັ່ງກ່າວແມ່ນເລີມການກໍ່ສ້າງສ້າງສຳເລັດໄດ້ 70% ແລະ ສາມາດເກັບຊື້ກາເຟສີ ແລ້ວສົ່ງອອກໄປຍັງ ສປ ຈີນ ພ້ອມດຽວກັນນີ້ກໍ່ໄດ້ລົງຢ້ຽມຢາມກຸ່ມນໍາໃຊ້ນໍ້າຊົນລະປະທານເພື່ອປູກພືດເປັນສີນຄ້າໃນລະດູແລ້ງນີ້, ໂດຍມີ ໝາກເຜັດ, ໝາກອຶ, ໝາກຖົ່ວຍາວ, ໝາກຖົ່ວເບີ ແລະ ພືດຜັກຕ່າງໆ.
ການປູກພືດເພື່ອຄ່ຳປະກັນສະບຽງອາຫານ, ຜະລິດໃຫ້ຫຼາຍການເປັນສີນຄ້ານັ້ນ ທ່ານ ຮອງລັດຖະມົນຕີກກະສິກຳ ແລະ ປ່າໄມ້, ໄດ້ຊີ້ນໍາໃຫ້ພະແນກກະສິກໍາ ແລະ ປ່າໄມ້, ບັນດາຫ້ອງການກະສິກຳ ແລະ ປ່າໄມ້ ໄດ້ຊິດຕິດແທນກັບປະຊາລົງຊຸກຍູ້ຕິດຕາມການຜະລິດຢ່າງຕໍ່ເນື່ອງ ຊອກຫາທາງອອກການຕະຫຼາດຊ່ວຍປະຊາຊົນ, ປະສານນຳບັນດາປະເທດທີ່ໄກ້ຄຽງ, ເພື່ອຈາລະຈາການຄ່າແຊນແດນ, ຫັນມາຄ່າແບບສາກົນໂດຍມີການເຊັນສັນຍາການຄ້າ, ມີໂຄຕາສົ່ງອອກ ແລະ ນຳເຂົ້າຢ່າງຊັດເຈນ, ເພື່ອເຮັດໃຫ້ການຜະລິດມີຄວາມໝັ່ນຄົງ ແລະ ຢືນຍົງຕະຫຼອດໄປ
ທີມຂ່າວ ກະຊວງກະສິກໍາ ແລະ ປ່າໄມ້
Editor: ກຳປານາດ ລັດຖະເຮົ້າ