ດ້ວຍຄວາມເປັນຫ່ວງເປັນໄຍ ທີ່ມີຕໍ່ພໍ່ແມ່ ປະຊາຊົນບັນດາເຜົ່າ ແລະ ນ້ອງນັກຮຽນ ທີ່ຍັງຂາດອຸປະກອນການຮຽນໃນດ້ານວຽກງານການສືກສາພາຍໃນເມືອງວຽງທອງ, ແຂວງບໍລິຄຳໄຊ ໃນວັນທີ່ 23 - 24 ມັງກອນ 2018 ຜ່ານມາ ທາງທີມງານ ກຸ່ມຄົນຮັກລົດຈັກນະຄອນຫຼວງ (ທີມງານໃຫ້ດ້ວຍໃຈ Giver hearts), ຮ່ວມກັບ ຄະນະຊາວໝຸ່ມປະຊາຊົນປະຕິວັດລາວ ແຂວງບໍລິຄໍາໄຊ ໄດ້ລົງສົບທົບກັບຊາວໝຸ່ມເມືອງວຽງທອງ ແຂວງ ບໍລິຄຳໄຊ, ໂດຍການນຳພາຂອງທ່ານ ອະລຸນສັກ ປະທຳມະວົງ, ຄະນະປະຈໍາພັກເມືອງ - ຮອງເຈົ້າເມືອງ ວຽງທອງ ໄດ້ນໍາເອົາເຄື່ອງນຸ່ງ ແລະ ອຸປະກອນການຮຽນເປັນຕົ້ນແມ່ນ: ກະດານດຳ, ບິກ, ສໍດໍາ, ບານເຕະ, ກະຕໍ້, ສີມັງ ແລະ ເຄືອງນຸ່ງຈໍານວນໜຶ່ງໄປມອບໃຫ້ໂຮງຮຽນ ແລະ ບ້ານພາຍໃນເມືອງ ຄື: ໂຮງຮຽນປະຖົມຜາທອງ, ໂຮງຮຽນປະຖົມກົກຂາມ, ໂຮງຮຽນປະຖົມຫ້ວຍຫອຍ, ໂຮງຮຽນປະຖົມໄຊບົວທອງ, ບ້ານມີໄຊ ແລະ ບ້ານວັງແປ້ນ.
ເຄື່ອງຈໍານວນດັ່ງກ່າວ ແມ່ນໄດ້ມາຈາກໝູ່ເພື່ອນໃນກຸ້ມຄົນຮັກລົດຈັກ ນະຄອນຫຼວ ງພ້ອມບັນດາຫ່າງຮ້ານ, ບໍລິສັດ ແລະ ຜູ້ໃຫ້ບໍລິຈາກຈໍານວນໜື່ງ ໂດຍການກ່າວມອບຂອງທ່ານ ແຫຼມເທວີ ສີງຫາລາດ, ຫົວໜ້າຄະນະກຸ່ມ ຄົນຮັກລົດຈັກນະຄອນຫຼວງ ແລະ ກ່າວຮັບກໍ່ແມ່ນຜູ້ອໍານວຍການແຕ່ລະໂຮງຮຽນ ແລະ ນາຍບ້ານແຕ່ລະບ້ານ ທີ່ໄດ້ຮັບເຄື່ອງໃນຄັ້ງນີ້ ພ້ອມທັງໄດ້ໃຫ້ຄຳອວຍພອນ ແລະ ຂອບອົກ, ຂອບ ໃຈນໍາບັນດາພາກສ່ວນທີມງານພາຍໃນກຸ່ມ ພ້ອມທັງຈະນຳເອົາເຄື່ອງ ແລະ ອຸປະກອນຕ່າງໆນຳໄປໃຊ້ເຂົ້າໃນວຽກງານການສືກສາໃຫ້ເກີດປະໂຫຍດສູງສຸດຕໍ່ໄປ.
Editor: ນັກຂ່າວເມືອງວຽງທອງ