ໃນວັນທີ 30 ມັງກອນ ຜ່ານມານີ້ ຢູ່ທີ່ສະໂມສອນຫຼັງໃໝ່ ຂອງບ້ານສີວິໄລ, ເມືອງອາດສະພັງທອງ, ແຂວງ ສະຫວັນນະເຂດ ໄດ້ຈັດພິທີເປີດນຳໃຊ້ສະໂມສອນບ້ານຂອງຕົນຢ່າງເປັນທາງການ. ໂດຍການເຂົ້າຮ່ວມຂອງທ່ານ ລໍາທອງ ຂອບສີລາວົງ ເຈົ້າເມືອງອາດສະພັງທອງ, ມີເລຂາຄະນະພັກຮາກຖານ, ເລຂາໜ່ວຍພັກ, ນາຍບ້ານ ແລະ ພໍ່ແມ່ປະຊາຊົນພາຍໃນບ້ານກໍ່ໄດ້ເຂົ້າຮ່ວມ.
ຕາມການລາຍງານຂອງທ່ານ ວົງເດືອນ ຮອງນາຍບ້ານ ສີວິໄລ ບອກວ່າ: ບ້ານສີວິໄລ ເປັນບ້ານໜຶ່ງ ທີ່ຂຶ້ນກັບ ເມືອງອາດສະພັງທອງ, ແຂວງສະຫວັນນະເຂດ ມີຈໍານວນຫຼັງຄາເຮືອນທັງໝົດ 84 ຫຼັງຄາເຮືອນ, ມີ 96 ຄອບຄົວ, ພົນລະເມືອງ ທັງໝົດ 601 ຄົນ, ຍິງ 281 ຄົນ ພໍ່ແມ່ປະຊາຊົນແມ່ນນັບຖືສາສະໜາພຸດ. ສະໂມສອນຫຼັງດັ່ງກ່າວນີ້; ແມ່ນໄດ້ເລີ່ມລົງມືກໍ່ສ້າງມາແຕ່ວັນທີ 5 ມັງກອນ ປີ 2016 ມາຮອດວັນທີ 20 ມັງກອນ 2018 ຈຶ່ງສໍາເລັດ, ມີຂະໜາດຄວາມກວ້າງ 4 ແມັດ, ຍາວ 8 ແມັດ ແລະ ລວງສູງ 3 ແມັດ, ມີໂຄງສ້າງກໍ່ດ້ວຍດິນບ໋ອກ, ມຸ້ງດ້ວຍສັງກະສີ ລວມມູນຄ່າໃນການກໍ່ສ້າງທັງຫມົດ 47.000.000 ກີບ ສ່ວນແຫຼ່ງທຶນດັ່ງກ່າວແມ່ນໄດ້ມາຈາກການປະກອບທຶນຮອນຂອງພໍ່ແມ່ປະຊາຊົນໃນບ້ານ.
ໃນຕອນທ້າຍພິທີທ່ານ ລໍາທອງ ຂອບສີລາວົງ, ເຈົ້າເມືອງອາດສະພັງທອງ ກໍ່ໃຫ້ກຽດໂອ້ລົມ ຊຶ່ງທ່ານໄດ້ກ່າວຍ້ອງຍໍ ແລະ ຊົມເຊີຍ ຕໍ່ກັບ ພໍ່ແມ່ປະຊາຊົນທີ່ສະຫຼະເຮື່ອແຮງ ແລະ ທຶນຮອນເຂົ້າໃນການປະກອບສ່ວນໃນການກໍ່ສ້າງສະໂມສອນຫຼັງໃໝ່ນີ້ ຄ່ຽງຄູ່ກັນນັ້ນ ພໍ່ແມ່ປະຊາຊົນກໍ່ຕ້ອງພ້ອມກັນປົກປັກຮັກສາ ແລະ ນຳໃຊ້ເຂົ້າໃນວຽກງານຂອງບ້ານໃຫ້ເກີດປະໂຫຍດ ເພື່ອໃຫ້ອຳນາດການປົກຄອງຂອງບ້ານໄດ້ມີບ່ອນເຮັດວຽກງານໃນຂັ້ນຕໍ່ໄປ.
Editor: ນັກຂ່າວເມືອງອາດສະພັງທອງ