ໃນວັນທີ 29 ມັງກອນ 2018 ທີ່ຜ່ານມາ ໂອກາດທີ່ທ່ານ ວິລະສັກ ນາມມຸນຕີ ເຈົ້າເມືອງນາຊາຍທອງ ພ້ອມດວ້ຍຄະນະ ໄດ້ລົງຢ້ຽມຢາມ ແລະ ຊຸກຍູ້ການຜະລິດຄອບຄົວຕົວແບບ ຢູ່ບ້ານໂພໄຊ, ເມືອງນາຊາຍທອງ, ນະຄອນຫລວງວຽງຈັນ.
ທ່ານ ແກ້ວອຸດອນ ແສງອຸ່ນທອນ ຫນຶ່ງໃນຄອບຄົວຕົວແບບໃນການລ້ຽງໄກ່ພັນໄຂ່ ແລະ ລ້ຽງປາ ຢູ່ທີ່ບ້ານ ໂພສີ, ເມືອງນາຊາຍທອງ ນະຄອນຫຼວງວຽງຈັນ ໄດ້ໃຫ້ສຳພາດຕໍ່ລາຍການເມືອງລາວວັນນີ້ ວ່າ: ການລຽ້ງໄກ່ພັນໄຂ່ ຂາຍສົ່ງປ້ອນຕະຫຼາດພາຍໃນເມືອງນາຊາຍທອງ ແລະ ເມືອງອ້ອມຂ້າງ ຂອງຕົນ ສາມາດສ້າງລາຍໄດ້ເຂົ້າຄອບຄົວປີໜື່ງ 60 ລ້ານກີບ ນອກຈາກລຽ້ງໄກ່ແລ້ວ ຍັງໄດ້ລຽ້ງປານິນ ແລະ ງົວຂາຍຕື່ມ ເຮັດໃຫ້ຄອບຄົວຫຼຸດພົ້ນອອກຈາກຄວາມທຸກຍາກເທື່ອລະກ້າວ ຕາມທິດເຜີ່ງຕົນເອງ, ກຸ້ມຕົນເອງ ແລະ ສ້າງຄວາມເຂັ້ມແຂງດວ້ຍຕົນເອງເທື່ອລະກ້າວ.
ທ່ານ ແກ້ວອຸດອນ ແສງອຸ່ນທອນ ບອກວ່າ: ໃນເມືອກ່ອນຄອບຄົວຕົນເອງ ບໍ່ມີອາຊີບທີ່ໜັ້ນຄົງ, ຫາພໍແຕ່ກຸ້ມຢູ່ກຸ້ມກິນເທົ່ານັ້ນ. ດັ່ງນັ້ນ ຍ້ອນຄວາມບຸກບືນຫ້າວຫັນ ຂອງຕົນເອງຈຶ່ງໄດ້ໄປຖອດຖອນບົດຮຽນນຳໜູ່ທີ່ລ້ຽງໄກ່ພັນໄຂ່, ລຽ້ງປາ ແລ້ວມາເຮັດລອງເບີ່ງ ກໍ່ເຫັນວ່າມີລາຍໄດ້ດີ ຈື່ງໄດ້ປືກສາກັບຄອບຄົວ ແລ້ວລົງທືນຕັ້ງເຮືອນຮັງໄກ່ພັນໄຂ່ຈຳນວນໜື່ງຫຼັງ ແລ້ວຊື້ໄກ່ພັນໄຂ່ມາລຽ້ງຂາຍ ເຊີ່ງສ້າງລາຍຮັບເຂົ້າຄອບຄົວ ເດືອນໜື່ງ 4 ລ້ານກີບ ເຮັດໃຫ້ຊີວິດການເປັນຢູ່ດີຂື້ນເທື່ອລະກ້າວ ຖ້າທຽບໃສ່ເມືອກ່ອນ.
ແລະ ເພື່ອຕອບສະຫນອງໄຂ່ໄກ່ໃຫ້ພຽງພໍກັບຄວາມຕ້ອງການຂອງທ້ອງຕະຫລາດ ທ່ານ ແກ້ວອຸດອນ ພວມເລັງໃນການສ້າງເຮືອນຮັງຂອງໄກ່ພັນໄຂ່ ຂື້ນອີກຫນຶ່ງຫລັງ ຄາດວ່າຈະເລີ່ມນຳໄກ່ເຂົ້າມາລ້ຽງໃນເດືອນເມສາ ທີ່ຈະມາເຖິງນີ້.
Editor: ຕະວັນ ແສງສະຫວັນ