ລັດຖະບານຍີ່ປຸ່ນ ໃຫ້ການຊ່ວຍເຫລືອລ້າ ມູນຄ່າ 195.689 ໂດລາສະຫະລັດ ເພື່ອສະໜັບສະໜູນ ການພັດທະນາ ຄວາມສາມາດໃຫ້ກັບຜູ້ພິການ ຢູ່ ສປປ ລາວ, ພິທີເຊັນສັນຍາ ໂຄງການດັ່ງກ່າວ, ໄດ້ຈັດຂຶ້ນໃນວັນທີ 31 ມັງກອນ 2018 ຢູ່ນະຄອນຫລວງວຽງຈັນ ລະຫວ່າງ ທ່ານ ຄູໂນະ ຄາຊູຮິໂລະ ອຸປະທູດຍີ່ປຸ່ນ ປະຈຳ ສປປ ລາວ ແລະ ທ່ານ ນາງ ໂທມີໂກະ ມາເອຈິມະ, ປະທານອົງການພັດທະນາຄົນພິການອາຊີ (ADDP), ເຊິ່ງເປັນອົງການຈັດຕັ້ງ ທີ່ບໍ່ຂຶ້ນກັບລັດຖະບານຍີ່ປຸ່ນ, ໂດຍມີ ທ່ານ ສົມມາດ ທອງສິດທະວົງ ຮອງປະທານສະມາຄົມ ຄົນພິການປະເທດລາວ, ທ່ານ ແສງອາລຸນ ຫລວງລາດ ຮອງຫົວໜ້າກົມນະໂຍບາຍ, ຜູ້ພິການ, ພ້ອມດ້ວຍພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມເປັນສັກຂີພິຍານ.
ໂຄງການພັດທະນາຊີວິດການເປັນຢູ່ ໃຫ້ແກ່ຜູ້ພິການທາງສະຕິປັນຍາ ຢູ່ ສປປ ລາວ ນີ້ແມ່ນປີທີ 2 ຂອງໂຄງການ ແລະ ມີເປົ້າໝາຍ ທີ່ຈະຊ່ວຍເຫລືອຄົນທີ່ມີບັນຫາ ໃນການພັດທະນາ ທາງສະຕິປັນຍາ ເພື່ອປັບປຸງການດຳລົງຊີວິດປະຈຳວັນ, ຝຶກອົບຮົມວິຊາຊີບ, ສ້າງແບບຢ່າງໃນການເຮັດວຽກ ທີ່ດີໃຫ້ແກ່ເຂົາເຈົ້າ ແລະ ເສີມສ້າງຄວາມຮັບຮູ້ ໃຫ້ແກ່ສັງຄົມ ໃຫ້ເຂົ້າໃຈເຖິງຄວາມເປັນໄປໄດ້ ໃນການເພິ່ງພາຕົນເອງ ເພື່ອດຳລົງຊີວິດໃນສັງຄົມ ຂອງຜູ້ພິການທາງສະຕິປັນຍາ ໂດຍການຮ່ວມມື ຈາກສະມາຄົມຄົນພິການແຫ່ງ ສປປ ລາວ (LDPA) ແລະ ຜູ້ປົກຄອງຜູ້ພິການທາງສະຕິປັນຍາ. ວຽກງານຫລັກຂອງໂຄງການດັ່ງກ່າວ, ແມ່ນການຊ່ວຍຜູ້ຊີ້ນຳການຝຶກອົບຮົມ ຜູ້ພິການທາງສະຕິປັນຍາ ພັດທະນາຄວາມສາມາດ ໃນການຝຶກອົບຮົມຕົນເອງ ເພື່ອທີ່ວ່າຜູ້ຊີ້ນຳຈະສາມາດຊ່ວຍຍົກລະດັບ ຊີວິດການເປັນຢູ່ ໃນຊີວິດປະຈຳວັນ ແລະ ຝຶກອົບຮົມວິຊາຊີບ ໃຫ້ແກ້ຜູ້ພິການທາງສະຕິປັນຍາໄດ້. ນອກຈາກນີ້, ໂຄງການດັ່ງກ່າວ ຍັງຈະຊ່ວຍເສີມຂະຫຍາຍ ຄວາມເຂົ້າໃຈ ກ່ຽວກັບການເປັນພິການ ທາງສະຕິປັນຍາໃຫ້ແກ່ຊຸມຊົນ ທີ່ໃກ້ຄຽງ.
ສຳລັບ ອົງການ ADDP ໄດ້ເຄື່ອນໄຫວກິດຈະກຳ ຊ່ວຍເຫລືອຜູ້ພິການໃນ ສປປ ລາວ ນັບແຕ່ປີ 1995 ເປັນຕົ້ນມາ ພາຍໃຕ້ການສະໜັບສະໜູນທຶນ ຈາກລັດຖະບານຍີ່ປຸ່ນ ແຕ່ປີ 2011, ທາງອົງການໄດ້ຈັດຕັ້ງປະຕິບັດໂຄງການຕ່າງໆ ເພື່ອເສີມສ້າງຄວາມອາດສາມາດ ຂອງຜູ້ພິການທາງກາຍະພາບ ໃນ ນະຄອນຫລວງວຽງຈັນ ແລະ ແຂວງຫົວພັນ. ຜ່ານການເຄື່ອນໄຫວ ກິດຈະກໍາເຫລົ່ານີ້, ເປັນທີ່ຈະແຈ້ງວ່າ ອົງການ ADDP ໄດ້ປະກອບສ່ວນເຂົ້າໃນ ການພັດທະນາສະພາບແວດລ້ອມ ການດຳເນີນຊີວິດຂອງຜູ້ພິການໃນປະເທດລາວຢ່າງເຂັ້ມແຂງ.
Editor: ຂ່າວສານປະເທດລາວ