ພິທີປະກາດໂຄງຮ່າງການຈັດຕັ້ງຂອງລັດວິສາຫະກິດ ໄຟຟ້າລາວ ສາຂາແຂວງໄຊສົມບູນ ໄດ້ຈັດຂຶ້ນໃນວັນທີ 30 ຜ່ານມາ ທີ່ຫ້ອງປະຊຸມຂອງຕົນ ໂດຍການເປັນປະທານຂອງທ່ານ ບຸນສຽງ ລັດຕະນະສິງ ຫົວໜ້າຝ່າຍປະຕິບັດການໄຟຟ້າພາກເໜືອ, ແລະ ພາກໃຕ້, ທ່ານ ສົມພັນ ສຸວັນນະລັດ, ຫົວໜ້າລັດວິສາຫະກິດ ໄຟຟ້າລາວສາຂາແຂວງ ໄຊສົມບູນ, ມີທ່ານ ນາງ ເພັດສະໝອນ ແສງເມືອງ ຫົວໜ້າຄະນະຈັດຕັ້ງແຂວງ ພ້ອມດ້ວຍພະນັກງານ ລັດວິສາຫະກິດ ໄຟຟ້າລາວສາຂາແຂວງໄຊສົມບູນ ເຂົ້າຮວມ.
ບັນດາຜູ້ເຂົ້າຮ່ວມໃນພິທີ ໄດ້ຮັບຟັງການຜ່ານຂໍ້ຕົກລົງຂອງລັດວິສາຫະກິດໄຟຟ້າລາວ ວ່າດ້ວຍການປັບປຸງການຈັດຕັ້ງຕັ້ ງພາຍໃນສາຂາແຂວງໄຊສົມບູນ ແລະ ຂໍ້ຕົກລົງຂອງຝ່າຍບຸກຄະລາກອນ ວ່າດ້ວຍການປັບປຸງການຈັດຕັ້ງຕັ້ງພາຍໃນ.
ທ່ານ ສົມພັນ ສຸວັນນະລັດ ໄດ້ລາຍງານໂດຍຫຍໍ້ກ່ຽວກັບວຽກງານການດໍາເນີນທຸລະກິດ ຂອງສາຂາໃນໄລຍະຜ່ານມາ. ໂອກາດນີ້ ທ່ານ ບຸນສຽງ ລັດຕະນະສິງ ໄດ້ໂອ້ລົມຕໍ່ພິທີ ເຊິ່ງທ່ານໄດ້ເນັ້ນໜັກໃຫ້ພາກສ່ວນທີ່ຖືກແຕ່ງຕັ້ງໃນຄັ້ງນີ້ ຈຶ່ງສືບຕໍ່ຈັດຕັ້ງປະຕິບັດວຽກງານຕາມຂອບເຂດສິດ-ໜ້າທີ່ຂອງຕົນ ດ້ວຍຄວາມເອົາໃຈໃສ່ ແລະ ມີປະສິດທິຜົນ. ການປະກາດ 3 ພະແນກເປັນ 5 ພະແນກ, ກໍ່ຄືສັບຊ້ອນບຸກຄະລາກອນ ຂອງລັດວິສາຫະກິດ ໄຟຟ້າລາວ ສາຂາແຂວງໄຊສົມບູນ ເພື່ອເຮັດໃຫ້ວຽກງານມີຄວາມຄ່ອງຕົວ ແລະ ໜັກແໜ້ນຂຶ້ນກວ່າເກົ່າໂດຍສອດຄ່ອງກັບຄວາມຮຽກຮ້ອງຕ້ອງການຕົວຈິງ ຂອງລັດວິສາຫະກິດ ໄຟຟ້າລາວສາຂາແຂວງໄຊສົມບູນ.
Editor: ນັກຂ່າວແຂວງໄຊສົມບູນ