ໂດຍປະຕິບັດຕາມທິດຊີ້ນຳຂອງກົມການເມືອງສູນການພັກ ກໍ່ຄື ແຜນພັດທະນາເສດຖະກິດ-ສັງຄົມ ຂອງເມືອງນາຊາຍທອງ ໃນການຈັດຕັ້ງຜັນຂະຫຍາຍວຽກງານ 3 ສ້າງ ໃນການສ້າງແຂວງເປັນຫົວໜວ່ຍຍຸດທະສາດ,ສ້າງເມືອງເປັນຫົວໜວ່ຍເຂັ້ມແຂງຮອບດ້ານ ແລະ ສ້າງບ້ານເປັນຫົວໜວ່ຍພັດທະນາ ໃຫ້ປະກົດຜົນເປັນຈິງ.
ສະນັ້ນໃນວັນທີ 29 ມັງກອນ 2018 ທີ່ຜ່ານມາ ທ່ານ ວິລະສັກ ນາມມຸນຕີ ເຈົ້າເມືອງນາຊາຍທອງ, ນະຄອນຫລວງວຽງຈັນ ພ້ອມດວ້ຍຄະນະ ໄດ້ລົງຢ້ຽມຢາມຊຸກຍູ້ການຜະລິດຄອບຄົວຕົວແບບໃນການລ້ຽງສັດ ຢູ່ທີ່ບ້ານ ໂພໄຊ, ເມືອງນາຊາຍທອງ ນະຄອນຫຼວງວຽງຈັນ
ເຊີ່ງການລົງມາຢ້ຽມຢາມຄັ້ງນີ້ທ່ານເຈົ້າເມືອງນາຊາຍທອງ ພ້ອມຄະນະ ໄດ້ລົງຢ້ຽມຢາມຄອບຄົວ ທ່ານ ຄຳຕຸຍ ພິມສະຫວັນ ປະຊາຊົນຢູ່ບ້ານ ໂພໄຊ ເຊີ່ງເປັນຄອບຄົວຕົວແບບໃນການລ້ຽງປາ ແລະ ລຽ້ງໄກ່ລາດ ເປັນອາຊີບ ສ້າງລາຍຮັບເຂົ້າຄອບຄົວປີໜື່ງ 60 ຫາ 70 ລ້ານກີບ ເຮັດໃຫ້ຄອບຄົວຫຼຸດພຸ້ນອອກຈາກຄວາມທຸກຍາກ, ຊີວິດການເປັນຢູ່ຂອງຄອບຄົວດີຂື້ນເທື່ອລະກ້າວ. ທີ່ຕ່າງຈາກເມືອກ່ອນຢຶດຖືອາຊີບຊ່າງຮັບເໜົາກໍ່ສ້າງໄປແຕ່ລະວັນ ໂດຍບໍ່ມີອາຊີບໜັ້ນຄົງ ຈຶ່ງໄດ້ຫັນມາໜູນໃຊ້ເນື້ອທີ່ດີນ 2 ເຮັກຕ້າ ທີ່ຄອບຄົວມີຢູ່ ເພື່ອຈົກໜອງລ້ຽງປາ ແລະ ລ້ຽງໄກ່ລາດຂາຍເປັນສິນຄ້າ ປະຈຸບັນມີໜອງປາ 3 ໜອງ ມີ: ປານິນ, ປາປາກ, ປາກິນຫຍ້າ ແລະ ປາອື່ນໆ. ການລຽ້ງແມ່ນພາຍໃນ 6 ເດືອນ ກໍ່ສາມາດເອົາອອກຂາຍໄດ້ ນອກນັ້ນ ກໍ່ໄດ້ລ້ຽງໄກ່ລາດຂາຍປ້ອນຕະຫຼາດພາຍໃນເມືອງ ເພື່ອຫາລາຍໄດ້ເພີ່ມຕືມອີກ.
ຊຶ່ງຜົນຜະລິດກະກຳ ທີ່ຜະລິດໄດ້ ທ່ານ ຄຳຕຸຍ ບອກວ່າ: ແມ່ນບໍ່ພຽງພໍກັບຄວາມຕ້ອງການ ໂດຍຈະມີແມ່ຄ້າລົງມາເກັບຊື້ຜົນຜະລິດເຖິງສະຖານທີ. ຊຶ່ງຜ່ານການປະກອບອາຊີບລ້ຽງປາ ແລະ ລ້ຽງໄກ່ລາດຂາຍເປັນສິນຄ້າ ເຮັດໃຫ້ຄອບຄົວມີຊີວິດການເປັນຢູ່ທີ່ດີຂື້ນ ເຊັ່ນ: ມີເຮືອນແຫນ້ນຫນາຖາວອນ, ມີລົດໃຫຍ່ໄວຮັບໃຊ້ໃນຄອບຄົວ,ສາມາດສົ່ງເສີມລູກເຕົ້າຮໍ່າຮຽນຈົນຈົບ ແລະ ພິເສດ ແມ່ນໄດ້ຢູ່ກັບຄອບຄົວ ບໍ່ຕ້ອງອອກໄປຫາເຮັດວຽກກໍ່ສ້າງຄືແຕ່ເກົ່າ.
Editor: ຕະວັນ ແສງສະຫວັນ