ທິດຜ່ານມາ ຢູ່ທີ່ວັດບ້ານໂພງເພັງ, ເມືອງວັງວຽງ, ແຂວງວຽງຈັນ ໄດ້ຈັດພິທີເປີດຂອດບີສີມ ແລະ ສົມໂພດພະພຸດທະຮູບ ຂຶ້ນໂດຍການເປັນປະທານຂອງ ພຣະຄູ ບຸນເພັງ ສູເມໂທ ອ.ພ.ສ ເມືອງວັງວຽງ ,ມີ ທ່ານ ບຸນມີ ພົມມະວົງສາ ກຳມະການພັກເມືອງ ຫົວໜ້າຫ້ອງການຖະແຫຼງຂ່າວ,ວັດທະນະທຳ ແລະ ທ່ອງທ່ຽວເມືອງວັງງວຽງ, ມີ ພະສົງ-ສາມະເນນ ,ອອກຕົນຍາດໂຍມ ພາຍໃນບ້ານ ແລະ ບ້ານອ້ອມຂ້າງເຂົ້າຮ່ວມ.
ໃນພິທີ ທ່ານ ບົວທອງ ຫຼວງໄຊຍະສິດ ນາຍບ້ານໆໂພນເພັງ ໄດ້ຂຶ້ນຜ່ານການເປີດຂອດ ບີສີມ ແລະ ສົມໂພດພະພຸດທະຮູບ ວ່າ: ການສ້າງພຸດທະສີມມາ ແລະ ພະພຸດທະຮູບແມ່ນເລີມກໍ່ສ້າງມາແຕ່ວັນທີ 14 ກຸມພາ ປີ 2011 ຜ່ານການກໍ່ສ້າງຮອດ 27 ພະຈິກ 2013 ປະຊາຊົນພາຍໃນບ້ານໂພນເພັງ ໄດ້ຮ່ວມແຮງເປັນຈິດໜຶ່ງໃຈດຽວ ພ້ອມພະສົງຈັດງານບຸນຍົກຍອດຊໍ່ຟ້າຂຶ້ນ, ທືນໃນການກໍ່ສ້າງແມ່ນໄດ້ຮັບແຮງສັດທາຈາກປະຊາຊົນພາຍໃນບ້ານ ແລະ ບ້ານໃກ້ຄຽງພາຍໃນເມືອງ ແລະ ຕ່າງເມືອງ ນອກນີ້, ຍັງມີຕ່າງປະເທດທຸກສາລະທິດ ບໍ່ວ່າຈະເປັນວັດຖຸ ແລະ ປັດໃຈເຂົ້າໃນການກໍ່ສ້າງທັງໝົດຈົນສຳເລັດໃນວັນທີ່ 7 ມັງກອນ ປີ 2018 ຜ່ານມາ, ຄວາມກວ້າງຂອງພະສີມມາແມ່ນ 7 ແມັດ, ຍາວ 14 ແມັດ, ສູງ 20 ແມັດ, ພະພຸດທະຮູບໃນສີມ ໜ້າຕັກກວ້າງ 3 ແມັດ, ສູງ 4,60 ແມັດ, ລວມມູນຄາການກໍ່ສ້າງທັງໝົດແມ່ນ 1 ຕື້ 137 ກວ່າລ້ານກີບ, ມາຮອດວັນທີ 19 ມັງກອນ 2018 ອຳນາດການປົກຄອງບ້ານ ພ້ອມດ້ວຍເຖົ້າແກ່ພໍ່ແມ່ປະຊາຊົນຕະຫຼອດຮອດ ພະສົ່ງສຳມະເນນພາຍໃນບ້ານ ຈຶ່ງພ້ອມກັນຈັດງານບຸນເພື່ອເປັນການພຸທະພິເສກ ແລະ ສະເຫຼີມສະຫຼອງສີມຂຶ້ນ ຫລື (ຂອບບີສີມ) ແລະ ສົມໂພດພະ ເປັນເວລາຢູ່ 9 ວັນ 9 ຄືນ, ຕາມຮິດຄອງທາງພຸດສາສະໜາ. ໃນງານພິທີຄັ້ງນີ້ ພຣະຄູ ບຸນເພັງ ສູເມໂທ ອ.ພ.ສ ເມືອງວັງວຽງ, ແລະ ທ່ານ ບຸນມີ ພົມມະວົງສາ ຫົວໜ້າຫ້ອງການຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວເມືອງວັງວຽງ ຍັງໃຫ້ກຽດຕັດແຖບຜ້າ, ປ່ອຍປຸມເປົ້າ ແລະ ລັ້ນຄອງ 9 ບາດເພື່ອເປັນສຸລິມຸງຄຸນໃຫ້ແກ່ບ້ານດັ່ງກ່າວ.
ທີມຂ່າວ ເມືອງວັງວຽງ
Editor: ກຳປານາດ ລັດຖະເຮົ້າ