ທິດຜ່ານມາ,ຢູ່ສະໂມສອນຫ້ອງວ່າການປົກຄອງເມືອງເຊໂປນ, ແຂວງສະຫວັນນະເຂດ, ຫ້ອງການໆເງິນ ເມືອງເຊໂປນ, ໄດ້ຈັດກອງປະຊຸມສະຫຼຸບການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ແລະ ແຜນງົບປະມານປີ 2017 ແລະ ວາງທິດທາງແຜນການປີ 2018, ໂດຍການເປັນປະທານຂອງ ທ່ານ ວົງໄຊ ໄຊຍະຈັກ ວ່າການເລຂາພັກເມືອງ ເຈົ້າເມືອງເຊໂປນ, ທ່ານ ປອ ກົງຈັກ ໜໍ່ແກ້ວ ຄະນະປະຈຳພັກແຂວງ, ຫົວໜ້າພະແນກການເງິນແຂວງ ພ້ອມຄະນະ, ມີບັນດາທ່ານຄະນະປະຈຳພັກເມືອງ, ກຳມະການພັກເມືອງ,ເລຂາຄະນະພັກຮາກຖານ, ເລຂາໜ່ວຍພັກ, ຫົວໜ້າ, ຄະນະຫ້ອງການ, ຜູ້ຊີ້ນຳຈຸດສຸມ,ກຸ່ມບ້ານ, ພະນັກງານປະຕິວັດອາວຸໂສບຳນານ, ໜ່ວຍງານບໍລິຫານອ້ອມຂ້າງເມືອງເຂົ້າຮ່ວມ.
ໃນກອງປະຊຸມ ທ່ານ ວົງໄຊ ໄຊຍະຈັກ ໄດ້ຂື້ນກ່າວເປີດພິທີກອງປະຊຸມຢ່າງເປັນທາງການ,ຫຼັງຈາກນັ້ນ ທ່ານ ສົມບັດ ອິດທະວົງ ຫົວໜ້າຫ້ອງການແຜນການ ແລະ ການລົງທຶນເມືອງ ກໍ່ໄດ້ຂື້ນລາຍງານໂດຍຫຍໍ້ກ່ຽວກັບການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ປີ 2017 ແລະ ທິດທາງແຜນການປີ 2018 , ຜ່ານການຈັດຕັ້ງປະຕິບັດໄລຍະ 1 ປີ 2017 ຜ່ານມາໄດ້ອະນຸມັດແຜນການລົງທຶນຂອງລັດຈາກສະພາແຫ່ງຊາດ ທັງໝົດມີ 25 ໂຄງການ ມູມຄ່າ 5,2 ຕື້ກີບ,ໂຄງການສືບຕໍ່ 12 ໂຄງການ ມູມຄ່າ 2,4 ຕື້ກີບ,ໂຄງການຊຳລະໜີ້ ມີ 13 ໂຄງການ ມູມຄ່າ 2,7 ຕື້ກີບ, ໂຄງການຄຸ້ມຄອງ, ຕິດຕາມງົບປະມານທີແຂວງມອບໃຫ້ເມືອງ ເບີກຈ່າຍມີ 05 ໂຄງການ ມູມຄ່າທັງໝົດ 717 ລ້ານກວ່າກີບ, ໄດ້ປະເມີນ ແລະ ສັງລວມໂຄງການລົງທຶນຂອງລັດປີ 2018 ທັງໝົດມີ 20 ໂຄງການມູມຄ່າ 214 ຕື້ກວ່າກີບ, ໃນນັ້ນໂຄງການສືບຕໍ່ມີ 04 ໂຄງການມູມຄ່າ 3,9 ຕື້ກວ່າກີບ, ໂຄງການສະເໜີໃໝ່ມີ 16 ໂຄງການມູມຄ່າທັງໝົດ 210, ຕື້ກວ່າກີບ, ໂຄງການປະເພດ 2 ມີ 04 ໂຄງການ ມູມຄ່າ 193 ຕື້ກີບ,ໂຄງການປະເພດ 3 ມີ 12 ໂຄງການ ມູມຄ່າ 16,4 ຕື້ກວ່າກີບ ລວມຍອດຜະລິດຕະພັນພາຍໃນ ( GDP ) ສະເລ່ຍ GDP ຕໍ່ຫົວຄົນໃຫ້ໄດ້ 788 ໂດລາ/ຄົນ/ປີ ແລະ ແຜນພັດທະນາເສດຖະກິດ-ສັງຄົມ 2018 ຈະສືບຕໍ່ປັບປຸງອົງການບໍລິຫານລັດແຕ່ລະຂັ້ນໃຫ້ມີຄວາມເຂັ້ມແຂງດ້ວຍການເສີມຂະຫຍາຍບົດບາດການຄຸ້ມຄອງບໍລິຫານລັດໃຫ້ນັບມື້ນັບສົມບູນ, ເອົາໃຈໃສ່ພັດທະນາຊັບພະຍາກອນມະນຸດ, ປັບປຸງພັກໃຫ້ນັບມື້ນັບເຂັ້ມແຂງທາງດ້ານການຈັດຕັ້ງ ແລະ ແບບແຜນນຳພາ,ເພີ່ມທະວີບົດບາດ ພັກນຳພາອົງການບໍລິຫານລັດ,ແນວລາວສ້າງຊາດ ແລະ ອົງການຈັດຕັ້ງມະຫາຊົນໃຫ້ໜັກແໜ້ນ ແລະ ໃນປີ 2018 ຈະສູ້ຊົນລວມຍອດຜະລິດຕະພັນພາຍໃນເມືອງ ( GDP ) ໃຫ້ເພີ່ມຂື້ນບໍ່ຫຼຸດ 8,37% ທີ່ເມືອງໄດ້ກຳນົດໄວ້,
ຈາກນັ້ນ ທ່ານ ຄູນຄຳ ວໍລະຈິດ ຫົວໜ້າຫ້ອງການການເງິນເມືອງເຊໂປນ ກໍ່ໄດ້ຂື້ນຜ່ານບົດສະຫຼຸບການຈັດຕັ້ງປະຕິບັດວຽກງານການເງິນປີ 2017 ແລະ ທິດທາງແຜນການຈັດຕັງປະຕິບັດ ໃນໄລຍະ 01 ປີ ຜ່ານມາເມືອງເຊໂປນ ໄດ້ຈັດເກັບລາຍຮັບລາຍຈ່າຍເຂົ້າງົບປະມານໄດ້ທັງໝົດ ແຜນການແມ່ນ 4,8 ຕື້ກວ່າກີບ,ປະຕິບັດໄດ້ 4,4 ຕື້ກວ່າກີບ,ສົມທຽບ 91,21%, ເພີ່ມຂື້ນ 39,78 ສ່ວນຮ້ອຍ, ສົມທຽບປີ ກ່ອນເປັນເງິນ 1,2 ຕື້ກວ່າກີບ ແລະ ລາຍຮັບທີ່ໄດ້ຮັບທັງໝົດແມ່ນໄດ້ມາຈາກແຕ່ລະພາກສ່ວນທີ່ກ່ຽວຂ້ອງ,ໃນກອງປະຊຸມບັນດາແຂກຜູ້ແທນເຂົ້າຮ່ວມກໍ່ໄດ້ພັດປ່ຽນກັນປະກອບຄຳຄິດຄຳເຫັນເຈາະຈິ້ມບັນຫາທີ່ຍັງຄົງຄ້າງໃສ່ບົດສະຫຼຸບວຽກງານແຜນການ ແລະ ການເງິນໃຫ້ຖືກຕ້ອງ,ຊັດເຈນ,ຄົບຖ້ວນ ແລະ ກົງໄປກົງມາ.
ທີມຂ່າວ ເມືອງເຊໂປນ
Editor: ກຳປານາດ ລັດຖະເຮົ້າ