ໃນລະຫວ່າງວັນທີ 26-27 ມັງກອນ 2018 ຜ່ານມາ, ທ່ານ ທອງພັດ ວົງມະນີ ຮອງລັດຖະມົນຕີ ກະຊວງກະສິກຳ ແລະ ປ່າໄມ້ ພ້ອມດ້ວຍຫົວໜ້າຫ້ອງການ, ຄະນະກົມ ແລະ ວິຊາການ ໄດ້ລົງຊີ້ນຳວຽກງານການຜະລິດກະສິກຳ ແລະ ປ່າໄມ້ ທີ່ແຂວງບໍໍ່ແກ້ວ ໂດຍການຕ້ອນຮັບຂອງ ທ່ານ ຄຳສອນ ແກ້ວປະເສີດ ຫົວໜ້າພະແນກກະສິກຳ ແລະ ປ່າໄມ້ແຂວງ. ໃນໂອກາດນີ້ຄະນະດັ່ງກ່າວກໍ່ໄດ້ເຂົ້າພົບ ທ່ານ ຄຳກີ່ງ ເອື່ອຍມະນີຮັກ ຮອງເຈົ້າແຂວງບໍ່ແກ້ວ ເພື່ອລາຍງານຈຸດປະສົ່ງ ໃນການລົງມາຢ້ຽມຢາມ ແລະ ເຮັດວຽກຮ່ວມກັບພະແນກກະສິກຳ ແລະ ປ່າໄມ້ແຂວງ ໂດຍສະເພາະ ວຽກງານການປູກຝັງ ແລະ ລ້ຽງສັດ, ວຽກງານຜະລິດກະສິກໍາເປັນສີນຄ້າ ເພື່ອສົ່ງອອກໃນການຄ້າຊາຍແດນ ສາມຫຼຽມຄຳ ມີຄື: ລາດສະນາຈັກໄທ, ມຽນມ້າ ແລະ ຈີນ.
ເວລາຕໍ່ມາ ພະແນກກະສິກຳ ແລະ ປ່າໄມ້ ແຂວງບໍ່ແກ້ວ ໄດ້ເປີດກອງປະຊຸມ ສະຫຼຸບການຈັດຕັ້ງປະຕິບັດການຜະລິດກະສິກຳ ສົກປີ 2017 ແລະ ວາງທິດທາງຕໍ່ໜ້າປີ 2018. ຕາມການລາຍງານ ທ່ານ ຄຳສອນ ແກ້ວປະເສີດ ຫົວໜ້າພະແນກ ກະສິກໍາ ແລະ ປ່າໄມ້ແຂວງ ໃຫ້ຮູ້ວ່າ: ການຜະລິດພືດສະບຽງອາຫານເປັນຕົ້ນເຂົ້ານາປີ ບັນລຸໄດ້ເນື້ອທີ່ 14 ພັນກວ່າເຮັກຕາ, ຜົນຜະລິດ 66 ພັນກວ່າໂຕນ, ສະມັດຕະພາບ ສະເລຍ 4,5 ໂຕນ/ເຮັກຕາ, ສາມາດປະຕິບັດໄດ້ 99%, ເຂົ້າໄຮ ມີເນື້ອທີ 7 ພັນກວ່າເຮັກຕາ, ຜົນຜະລິດ 13 ພັນກວ່າໂຕນ, ສະມັດຕະພາບ 2 ໂຕນ/ເຮັກຕາ, ເນື້ອທີ່ປູກເຂົ້ານາແຊງປີ 2018 ອີງຕາມການສະໜອງນ້ຳຊົນລະປະທານ ມີ 1.800 ເຮັກຕາ, ສາມາດບັກດໍາໄດ້ 100%, ນອກນີ້ການສົ່ງເສີມການປູກພືດເປັນສີນຄ້າ ເຊັ່ນ: ໜາກອຶ, ໝາກໂມ, ຖົ່ວແຂກ, ຖົ່ວເຫຼືອງ, ຖົ່ວດິນ, ແລະ ພືດສະນິດອື່ນໆ ຈໍານວນ 5 ພັນກວ່າເຮັກຕາ ປະກອບມີ 3.733 ຄອບຄົວ, ຜົນຜະລິດທັງໝົດ 16 ພັນກວ່າໂຕນ. ວຽກງານລ້ຽງສັດ ແລະ ການປະມົງ ໃນທົ່ວແຂວງ ມີ ຟາມລ້ຽງງົວ ທັງຫມົດ 22 ຟາມ, ມີງົວ 1.828 ໂຕ, ມີຟາມລ້ຽງໝູພັນຊີ້ນ 15 ຟາມ, ມີໝູ 3 ພັນກວ່າໂຕ, ການລ້ຽງປາໜອງ ແລະ ປາກະຊັງ, ມີເນື້ອທີໜອງປາ ທັງໝົດ 3 ກວ່າເຮັກຕາ, ປ່ອຍປາ 2 ລ້ານກວ່າໂຕ, ມີຜູ້ປະກອບການລ້ຽງປາກະຊັງ 88 ກະຊັງ, ສາມາດຕອບສະໜອງຊີ້ນປາ ແລະ ໄຂໄກ່ ບໍລິໂພກພາຍໃນແຂວງໄດ້ພຽງພໍ.
ໃນມື້ຕໍ່ມາ ທ່ານ ທອງພັດ ວົງມະນີ ຮອງລັດຖະມົນຕີກະຊວງກະສິກຳ ແລະ ປ່າໄມ້ ພ້ອມດ້ວຍຄະນະ ຍັງໄດ້ສືບຕໍ່ລົງຢ້ຽມຢາມກຸ່ມຜະລິດເຂົ້າເປັນສີນຄ້າຢູ່ເມືອງຜາອຸດົມ ແຂວງບໍ່ແກ້ວ. ປະຊາຊົນໃນເຂດດັ່ງກ່າວ ແມ່ນຜະລິດເຂົ້ານາປີໄວ້ເພື່ອກີນ, ປູກເຂົ້ານາແຊງ ເພື່ອຂາຍ ປີ 2018 ສາມາດປັກດຳໄດ້ແລ້ວ 100% ໃນເນື້ອທັງໝົດ 1.100 ເຮັກຕາ ສະມັດຕະພາບ 3,5 ຫາ 4 ໂຕນຕໍ່ເຮັກຕາ, ພ້ອມນີ້ກໍ່ລົງຢ້ຽມຢາມກຸ່ມບໍລີສັດ ສປ ຈີນ ທີ່ໄດ້ມາລົງທືນໃນການປູກພືດຜັກ ແລະ ໄມ້ໃຫ້ໝາກ ໂດຍສະເພາະການທົດລອງປູກໝາກມ່ວງ ຊື່ງນຳແນວພັນມາຈາກ ສປ ຈີນ, ການລົງທືນໃນການປູກໝາກອຶ, ການທົດລອງປູກໝາກນັດ, ການປູກໝາກຖົ່ວຝັກຍາວ ຊື່ງສາມາດສົ່ງໝາກຖົ່ວອອກໄປ ສປ ຈີນ ປີໜື່ງຫຼາຍກວ່າ 500 ໂຕນ.
ໃນຕອນທ້າຍ ທ່ານ ຮອງລັດຖະມົນຕີກະຊວງກະສິກຳ ແລະ ປ່າໄມ້ ກໍ່ໄດ້ຍ້ອງຍໍຊົມເຊີຍຕໍ່ການນຳແຂວງກໍ່ຄືພະແນກກະສິກຳ ແລະ ປ່າໄມ້ແຂວງບໍໍໍ່ແກ້ວ ທີ່ໄດ້ເອົາໃຈໃສ່ລົງຊຸກຍູ້ສົ່ງເສີມຕິດຕາມບັນດາບໍລິສັດທີ່ໄດ້ມາເຊົ່າທີ່ດີນຂອງປະຊົນເຮັດການຜະລິດ ພ້ອມທັງເປັນການຊຸກຍູ້ສົ່ງເສີມໃຫ້ປະຊາຊົນມີວຽກເຮັດງານທຳ, ສ້າງລາຍຮັບໃຫ້ປະຊາຊົນ ຫຼຸດຜົນອອກຈາກຄວາມທຸກຍາກໄດ້ເທືອລະກ້າວໃນປີ 2020
ທີມຂ່າວ ກະຊວງກະສິກໍາ ແລະ ປ່າໄມ້
Editor: ກຳປານາດ ລັດຖະເຮົ້າ