ການປຶກສາຫາລືກ່ຽວກັບຂະບວນການກະກຽມເອກະສານ ການສະເໜີຊື່ເຂົ້າເປັນມໍລະດົກໂລກ ເຊິ່ງປະກອບມີການສຶກສາຄົ້ນຄ້ວາ, ວຽກງານເຕັກນິກວິຊາການສະເພາະດ້ານ ແລະ ການສ້າງຄວາມເຂັ້ມແຂງເຂົ້າໃນແຜນການຄຸ້ມຄອງປ່າສະຫງວນແຫ່ງຊາດຫີນໜາມໜໍ່ ໂດຍຜ່ານການຈັດຕັ້ງປະຕິບັດແຜນວຽກປະຈໍາປີ 2018 ຂອງປ່າສະຫງວນແຫ່ງຊາດຫີນໜາມໜໍ່. ໄດ້ຈັດຂື້ນໃນທ້າຍອາທິດຜ່ານມາ ທີ່ແຂວງຄໍາມ່ວນພາຍໄຕ້ການເປັນປະທານຂອງ ທ່ານ ຄໍາສີ ອຸດທິວົງ ຮອງເຈົ້າແຂວງ ແຂວງຄໍາມ່ວນ, ມີ ທ່ານ ບົວເງິນ ຊາພູວົງ ຮອງລັດຖະມົນຕີກະຊວງ ຖະແຫຼ່ງຂ່າວ, ວັດຖະນະທໍາ ແລະ ທ່ອງທ່ຽວ, ແລະ ທ່ານ ທອງພັດ ອິນທະວົງ, ຮອງລັດຖະມົນຕີກະຊວງພະລັງງານ ແລະ ບໍ່ແຮ່, ພ້ອມດ້ວຍຜູ້ຕາງໜ້າຈາກອົງການຈັດຕັ້ງລັດທີ່ກ່ຽວຂ້ອງ ແລະ ຈີໄອແຊັດ ເຂົ້າຮ່ວມ
ທ່ານ ບົວເງີນ ຊາພູວົງ ຮອງລັດຖະມົນຕິ ກະຊວງ ຖວທ ໄດ້ກ່າວວ່າ: “ດ້ວຍທ່າແຮງທີ່ສໍາຄັນຂອງປ່າສະຫງວນແຫ່ງຊາດຫີນໜາມໜໍ່ຕໍ່ກັບການທ່ອງທ່ຽວແບບອະນຸລັກນີ້, ຖ້າໄດ້ການຮັບຮອງເປັນມໍລະດົກໂລກ ໃນອະນາຄົດ ຈະປະກອບສ່ວນທີ່ສໍາຄັນຕໍ່ກັບການພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດໂດຍສະເພາະແມ່ນແຜນພັດທະນາເສດຖະກິດສັງຄົມ ແຂວງ ຄໍາມ່ວນ” ທ່ານຍັງກ່າວເພີ່ມອີກວ່າ “ການກາຍເປັນແຫຼ່ງມໍລະດົກໂລກ ຈະຊ່ວຍຍົກລະດັບການປົກປັກຮັກສາພື້ນທີ່, ປັບປຸງການອະນຸລັກ, ອໍານວຍຄວາມສະດວກໃນການຄຸ້ມຄອງແຫຼ່ງຊັບພະຍາກອນທໍາມະຊາດພາຍໃນ ແລະ ອອ້ມຮອບເຂດປ່າສະຫງວນແຫ່ງຊາດ ຫີນໜາມໜໍ່ ພ້ອມທັງ ສົ່ງເສີມການທ່ອງທ່ຽວແບບອະນຸລັກ ແລະ ການສຶກສາຄົ້ນຄວ້າທາງດ້ານວິທະຍາສາດອີກດວ້ຍ”.
“ປ່າສະຫງວນແຫ່ງຊາດຫີນໜາມໜໍ່ຈະໄດ້ຮັບການຄຸ້ມຄອງ ແລະ ການປົກປັກຮັກສາແຫຼ່ງທໍາມະຊາດອັນອຸດົມສົມບູນໃຫ້ມີປະສິດທິພາບພ້ອມດວ້ຍລັກສະນະພິເສດທີ່ໂດດເດັ່ນຂອງມັນ ໂດຍສະເພາະແມ່ນຄວາມຫລາກຫລາຍທາງດ້ານຊີວະນາໆພັນ, ນອກ ຈາກນີ້ ກໍ່ຍັງມີສ່ວນສຳຄັນຕໍ່ການອະນຸລັກພືດ, ສັດນາໆຊະນິດ ແລະ ລະບົບນິເວດ ເຊິ່ງມີຄວາມສໍາຄັນຫຼາຍຕໍ່ການດຳລົງຊີວິດຂອງຊຸມຊົນທ້ອງຖິ່ນ” ກ່າວໂດຍທ່ານ ສັງທອງ ສຸດທຳມະໂກດ, ຮອງຫົວໜ້າກົມປ່າໄມ້, ກະຊວງກະສິກຳ ແລະ ປ່າໄມ້.
ທ່ານ ຄໍາສີ ອຸດທິວົງ ຮອງເຈົ້າແຂວງ ແຂວງຄໍາມ່ວນ ຍັງໄດ້ກ່າວເພີ່ມອີກວ່າ: “ປ່າສະຫງວນແຫ່ງຊາດຫີນໜາມໜໍ່ຈະດຶງດູດນັກທ່ອງທ່ຽວຈາກພາຍໃນ ແລະ ຕ່າງປະເທດ ແລະ ຈະຊ່ວຍໃນການສ້າງລາຍຮັບໃຫ້ກັບຊຸ່ມຊົນທ້ອງຖິ່ນໃນເມື່ອ ຫີນໜາມໜໍ່ຖືກຮັບຮອງເຂົ້າເປັນມໍລະດົກໂລກ, ນອກຈາກນັ້ນ ສິ່ງສໍາຄັນມັນຈະສ້າງໂອກາດໃນການຊຸກຍູ້ສົ່ງເສີ່ມການປັບປຸງຊີວິດການເປັນຢູ່ຂອງຊຸ່ມຊົນທ້ອງຖິ່ນຜູ້ທີ່ດໍາລົງຊີວິດໃນເຂດບໍລິເວນອອ້ມຮອບເຂດປ່າສະຫງວນ ແລະ ຍັງສາມາດຮັບປະກັນການຄໍ້າປະກັນສະບຽງອາຫານ ແລະ ທາງເລືອກໃນການສ້າງລາຍຮັບ.”
ໃນບົດບັນທຶກຄວາມເຂົ້າໃຈລະຫວ່າງລາວ ແລະ ຫຽວດນາມ ທີ່ໄດ້ລົງນາມເມື່ອບໍ່ດົນມານີ້ ໄດ້ເຫັນດີເປັນເອກະພາບໂດຍທັງສອງປະເທດໄດ້ໃຫ້ຄໍາໝັ້ນສັນຍາໃນການສະໜັບສະໜູນການສະ ເໜີຊື່ເອົາປ່າສະຫງວນແຫ່ງຊາດຫີນໜາມໜໍ່ເປັນມໍລະດົກໂລກຮ່ວມຊາຍແດນກັບອຸທິຍານແຫ່ງຊາດ ຟອງຍາແກບ່າງ ສສ ຫວຽດນາມ. ຝ່າຍຫວຽດນາມຈະຊວ່ຍສະໜອງຂໍ້ມູນຂ່າວສານທີ່ກ່ຽວຂ້ອງໃນການລວບລວມເອົາປ່າສະຫງວນແຫ່ງຊາດຫີນໜາມໜໍ່ເຂົ້າເປັນມໍລະດົກໂລກຮ່ວມຊາຍແດນໃຫ້ປະສົບຜົນສໍາເລັດ. ນອກຈາກນັ້ນ ທັງສອງປະເທດຈະເຮັດວຽກຮ່ວມກັນໃນການແຕ່ງຕັ້ງຄະນະກໍາມະການຮັບຜິດຊອບວຽກນີ້ຂອງຕົນຂື້ນໃນຂັ້ນຕ່າງໆ ເພື່ອຊ່ວຍ ແລະ ເຮັດໃຫ້ການສະເໜີຊື່ເອົາປ່າສະຫງວນແຫ່ງຊາດຫີນໜາມໜໍ່ ເຂົ້າເປັນມໍລະດົກໂລກໃຫ້ປະສົບຜົນສໍາເລັດ.
ກອງປະຊຸມດັ່ງກ່າວໄດ້ຈັດຂື້ນຢູ່ເມືອງທ່າແຂກ, ແຂວງຄໍາມ່ວນ ຄັ້ງນີ້ ຍັງໄດ້ຮັບຟັງການລາຍງານການປະຕິບັດການວຽກງານໃນຂັ້ນທ້ອງຖິ່ນທີ່ໄດ້ລິເລີ້ມຢ່າງວ່ອງໄວຕາມແນວທາງຂະບວນການສະເໜີເຂົ້າເປັນມໍລະດົກໂລກໃຫ້ກັບອົງການ UNESCO ແລະ ແຜນຄຸ້ມຄອງຮ່ວມປ່າສະຫງວນແຫ່ງຊາດຫີນໜາມໜໍ່ປະຈໍາປີ 2018 ກໍ່ໄດ້ຮັບຮອງເອົາຢ່າງເປັນທາງການ.
Editor: ກຳປານາດ ລັດຖະເຮົ້າ