ຄະນະກໍາມະການ ໂພຊະນາການ ແຫ່ງຊາດ ກະຊວງສາທາລະນະສຸກ ຮ່ວມກັບ ອົງການອາຫານໂລກ ປະຈໍາ ສປປ ລາວ ໄດ້ນໍາສະເຫນີຮ່າງແຜນຍຸດທະສາດ ແລະ ແຜນປະຕິບັດງານແຫ່ງຊາດ ວ່າດ້ວຍການເພີ່ມວິຕະມິນແຮ່ທາດ ໃສ່ອາຫານ ເຊີ່ງກອງປະຊຸມດັ່ງກ່າວ ແມ່ນໄດ້ຈັດຂື້ນທີ່ໂຮງແຮມ ລາວພາຊາ, ນະຄອນຫລວງວຽງຈັນ ໃນວັນທີ 29 ມັງກອນ 2018 ທີ່ຜ່ານມາ. ພາຍໃຕ້ການເປັນປະທານ ຂອງ ທ່ານ ຮອງສາດສະດາຈານ ດຣ. ພູທອນ ເມືອງປາກ ຮອງລັດຖະມົນຕີ ກະຊວງສາທາລະນະສຸກ ແລະ ການເປັນປະທານຮ່ວມ ມີ ທ່ານນາງ ຊາຣາ ກຣໍດອນ ກີບສັນ ຜູ້ຕາງຫນ້າ ແລະ ຫົວຫນ້າອົງການອາຫານໂລກ ປະຈໍາ ສປປ ລາວ ເຂົ້າຮ່ວມມີພາກສ່ວນທີ່ກ່ຽວຂ້ອງ ຈາກ ກະຊວງສາທາລະນະສຸກ , ກະຊວງແຜນການ ແລະ ການລົງທຶນ, ກະຊວງອຸດສາຫະກໍາ ແລະ ການຄ້າ. ກະຊວງສຶກສາທິການ ແລະ ກິລາ, ກະຊວງກະສິກໍາ ແລະ ປ່າໄມ້ ແລະ ກະຊວງການເງິນ, ລວມທັງຫນ່ວຍງານທີ່ກ່ຽວຂ້ອງເຂົ້າຮ່ວມ.
ສປປ ລາວ ມີອັດຕາການຂາດສານອາຫານທີ່ສູງ ໃນພາກພື້ນອາຊີຕາເວັນອອກສ່ຽງໄຕ້ ມີຫລາຍກວ່າ 1 ສ່ວນ 3 ຂອງເດັກນ້ອຍ ອາຍຸຕໍ່າກວ່າ 5 ປີ ຫລື ເທົ່າກັບ 35,6 ສ່ວນຮ້ອຍ. ຂາດສານອາຫານຊໍາເຮື້ອ ການຂາດວິຕະມິນ ແລະ ແຮ່ທາດ ທີ່ມີຜົນຕໍ່ສະພາບໂພຊະນາການ, ການເພີ່ມວິຕະມິນແຮ່ທາດໃສ່ສານອາຫານ ແມ່ນຂະບວນການເພີ່ມສານອາຫານໃນໄລຍະແປຮູບອາຫານ ເຊີ່ງເປັນວິທີ ທີ່ມີປະສິດທິພາບ ແລະ ນໍາໃຊ້ງົບປະມານ ຢ່າງສົມເຫດສົມຜົນ ເພື່ອປັບປຸງສຸຂະພາບປະຊາຊົນ ທົ່ວໄປ ແລະ ຊ່ວຍປ້ອງກັນ ພະຍາດຕ່າງໆ, ສ້າງພູມຕ້ານທານ, ເສີມສ້າງຮ່າງກາຍ ແລະ ການພັດທະນາຂອງສະຫມອງ.
ທ່ານ ຮອງສາດສະດາຈານ ດຣ. ພູທອນ ເມືອງປາກ ຮອງລັດຖະມົນຕີ ກະຊວງສາທາລະນະສຸກ ກ່າວວ່າ: ລັດຖະບານ ໄດ້ປະສົບຜົນສໍາເລັດຫລາຍ ໃນການເສີມທາດ ໄອໂອດິນ ໃສ່ເກືອ ເພື່ອປ້ອງກັນໃນການຂາດທາດໄອໂອດິນ ການເສີມສານອາຫານໃສ່ອາຫານຊະນິດອື່ນໆ ເຊັ່ນ: ເຂົ້າ, ນໍ້າມັນ, ອາຫານປະເພດເສັ້ນ, ນໍ້າປາ, ສະອິວ ຫລື ຜະລິດຕະພັນຈາກນົມ. ນີ້ແມ່ນສີ່ງທີ່ຈະຕ້ອງໄດ້ປະຕິບັດ ແລະ ຮຽກຮ້ອງໃຫ້ມີການສະຫນັບສະຫນູນ ຈາກທຸກພາກສ່ວນ ທີ່ກ່ຽວຂ້ອງ.
ທ່ານນາງ ຊາຣາ ກຣໍດອນ ກິບສັນ ຜູ້ຕາງຫນ້າ ແລະ ຫົວຫນ້າອົງການອາຫານໂລກ ປະຈໍາ ສປປ ລາວ ກ່າວວ່າ: ການເພີ່ມວິຕະມິນແຮ່ທາດ ໃສ່ອາຫານ ແມ່ນວິທີທີ່ໃຊ້ງົບປະມານ ຢ່າງສົມເຫດສົມຜົນ ເພື່ອປັບປຸງໃຫ້ມີການເຂົ້າເຖິງວິຕະມິນແຮ່ທາດ ຂອງປະຊາຊົນ ທົ່ວໄປ ໄດ້ຢ່າງກວ້າງຂວາງ ລວມໄປເຖິງປະຊາຊົນ ທີ່ມີຄວາມສ່ຽງ ເຊັ່ນ: ໄວຫນຸ່ມຍິງ, ແມ່ຍີງໄວຈະເລີນພັນ ພ້ອມກັນນີ້, ທ່ານ ຍັງກ່າວຕື່ມວ່າ: ແຜນຍຸດທະສາດ ແລະ ແຜນປະຕິບັດງານແຫ່ງຊາດ ວ່າດ້ວຍການເພີ່ມວິຕະມິນແຮ່ທາດ ໃສ່ອາຫານ ສະບັບນີ້, ຈະສະຫນັບສະຫນູນໃຫ້ມີການປັບປຸງສະພາບໂພສະນາການ ແລະ ບັນລຸເປົ້າຫມາຍ ການພັດທະນາແບບຍືນຍົງ.
Editor: ກຳປານາດ ລັດຖະເຮົ້າ