ທ້າຍເດືອນມັງກອນ 2018 ນີ້ ທ່ານ ທອງພັນ ວົງມະນີ ຮອງລັດຖະມົນຕີກະສິກຳ ແລະ ປ່າໄມ້, ພ້ອມດ້ວຍຄະນະກົມ, ພະແນກການທີ່ກ່ຽວຂ້ອງ ລົງຢ້ຽມຢາມ ໂຄງການກໍ່ສ້າງຊົນລະປະທານ ນ້ຳຫຍ້າ, ແລະ ໂຄງການກໍ່ສ້າງ ນໍ້າມະອຸ່ນ ທີ່ເມືອງສີງ, ແຂວງຫຼວງນໍ້າທາ ໂດຍການຕອນຮັບຂອງ ທ່ານ ທວງ ນາມວົງສາ ຮອງຫົວໜ້າພະແນກກະສິກຳ ແລະ ປ່າໄມ້ ແຂວງ ຫຼວງນໍ້າທາ, ທ່ານ ຄຳພູ ວໍລະສານ ຜູ້ຮັບຜິດຊອບໂຄງການ ດັ່ງກ່າວໄດ້ລາຍງານໃຫ້ຮູ້ຫວ່າ, ໂຄງການດັ່ງກ່າວແມ່ນເລີມລົງມືກໍ່ສ້າງແຕ່ປີ 2011 ເປັນຕົ້ນມາ, ເຊິ່ງໂຄງການກໍ່ສ້າງຊົນລະປະທານນ້ຳຫຍ້າ ມີຫົວງານຕັ້ງຢູ່ ບ້ານສົມອິ ຫ່າງຈາກເທດສະບານເມືອງ ໄປທາງທິດຕາເວັນອອກ ປະມານ 13 ກິໂລແມັດ, ຜູ້ທີ່ໄດ້ຮັບຜົນປະໂຫຍດ ມີ 9 ບ້ານ ມີ 439 ຄອບຄົວ, ສາມາດສະໜອງນ້ຳລະດູຝົນໄດ້ 545 ເຮັກຕາ ແລະ ລະດູແລ້ງໄດ້ 400 ເຮັກຕາ, ມີລະບົບຫົວງານ 2 ຫົວງານ ຄື: ຫົວງານເຄືອນດີນ: ລວງຍາວຂອງເຄືອນ 120 ແມັດ, ສູງ 35 ແມັດ, ສໍາເລັດແລ້ວ 22%, ຫົວງານຝາຍນ້ຳລົ້ນ ຫີນກໍ່ໂອບເບຕົງຄວາມຍາວ 27 ແມັດ, ສູງ 2 ແມັດ, ກວ້າງ 30 ແມັດ, ສຳເລັດ 100%, ລວມມູນຄ່າການກໍ່ສ້າງທັງໝົດ 72 ຕື້ກວ່າກີບ ແລະ ໂຄງການກໍ່ສ້າງຊົນລະປະທານນໍ້າມະອຸ່ນ, ມີຫົວງານຕັ້ງຢູ່ເຂດບ້ານປາງທອງ ຫ່າງຈາກເທດສະບ້ານເມືອງສີງ ໄປທິດໃຕ້ 22 ກິໂລແມັດ, ຕາມສາຍທາງເລກທີ 17B, ຜູ້ໄດ້ຮັບຜົນປະໂຍດມີ 19 ບ້ານ, ມີ 730 ຄອບຄົວ, ສາມາດຫົດເນື້ອທີໃນລະດູຝົນໄດ້ 2.400 ເຮັກຕາ (ສອງພັນສີ່ຮ້ອຍເຮັກຕາ) ແລະ ລະດູແລ້ງໄດ້ 900 ເຮັກຕາ, ຫົວງານຝ່າຍນ້ຳລົ້ນ ຫີນກໍ່ໂອບເບຕົ້ງ, ກ້ວາງ 35 ແມັດ, ລວງຍາວ 20 ແມັດ, ສູງ 3.5 ແມັດ ສໍາເລັດຮ້ອຍສ່ວນຮ້ອຍ ລວມມູນຄ່າການກໍ່ສ້າງທັງໝົດ 195 ຕື້ກວ່າກີບ, ໂດຍການຮັບເໝົາລົງທືນກໍ່ສ້າງຂອງ ບໍລິສັດ ຮ່ວມມືສາກົນ 705 ສສ ຫວຽດນາມ, ໂຄງການດັ່ງກ່າວ ເປັນເງີນກູ້ຢືມ ຈາກທະນາຄານ BIDV ສສ ຫວຽດນາມ, ຈໍານວນ 30 ລ້ານໂດລາສະຫະລັດ, ໃນ 2 ໂຄງການດັ່ງກ່າວ ແມ່ນຈະໃຫ້ສໍາເລັດຮ້ອຍສ່ວນໃນທ້າຍປີ 2018 ນີ້, ຖ້າສອງໂຄງການນີ້ສຳເລັດ ພະແນກກະສິກຳ ແລະ ປ່າໄມ້ ແຂວງ ຊີ້ນຳໃຫ້ບັນດາ ຫ້ອງການກະສິກຳ ແລະ ປ່າໄມ້ ເມືອງ ແລະ ສູນບໍລີການເຕັກນິກກະສິກຳ ແລະ ປ່າໄມ້ ລົງຊຸກຍູ້ສົ່ງປະຊາຊົນ ໃຫ້ຫັນມາປູກຝັງ ແລະ ລ້ຽງສັດ, ເປັນຕົ້ນ ການປູກເຂົ້ານາແຊງ, ພືດຜັກຕ່າງໆ ເພື່ອຮັບປະການຄວາມໝັນຄົງທາງດ້ານສະບຽງອາຫານ, ຜະລິດໃຫ້ຫຼາຍກາຍເປັນສີນຄ້າ ໂດຍຕິດພັນກັບການຜະລິດກະສິກຳສະອາດ, ສີຂຽວ ແລະ ຢືນຍົງ, ເພື່ອຮອງຮັບໃຫ້ແກ່ນັກທ່ອງທ່ຽວທີ່ຈະເຂົ້າມາທ່ຽວຊົມປະເທດລາວເຮົາເພາະປີ 2018 ນີ້ ປະເທດລາວໄດ້ເປີດເປັນປີທ່ອງທ່ຽວ.
ທີມຂ່າວ ກະຊວງກະສິກໍາ ນັກຂ່າວ: ພອນໄຊ ສີສົງຄາມ.
Editor: ກຳປານາດ ລັດຖະເຮົ້າ