ທ້າຍເດຶອນມັງກອນ 2018 ນີ້, ພະແນກກະສິກໍາ ແລະ ປ່າໄມ້ ແຂວງ ຫຼວງນ້ໍາທາ ໄດ້ຈັດກອງປະຊຸມສະຫຼຸບລາຍງານ ການຈັດຕັ້ງປະຕິບັດວຽກງານກະສິກຳ ແລະ ປ່າໄມ້ ປີ 2017 ແລະ ທິດທາງແຜນການ ປີ 2018 ຂື້ນພະແນກກະສິກຳ ແລະ ປ່າໄມ້ແຂວງ ໂດຍການເປັນປະທານ ຂອງ ທ່ານ ທອງພັດ ວົງມະນີ ຮອງລັດຖະມົນຕີກະຊວງກະສິກຳ ແລະ ປ່າໄມ້, ພ້ອມນີ້ມີບັນດາຫົວໜ້າກົມ, ຮອງກົມ, ຄະນະພະແນກະສິກຳ ແລະ ປ່າໄມ້, ຫ້ອງການກະສິກຳ ແລະ ປ່າໄມ້ ເມືອງ, ຫົວໜ້າຄະແໜງ, ຮອງຂະແໜງການ ແລະພະນັກງານວິຊາການເຂົ້າຮ່ວມຢ່າງພ້ອມພຽງ.
ທ່ານ ທວງ ນາມວົງສາ ຮອງຫົວໜ້າພະແນກກະສິກຳ ແລະ ປ່າໄມ້ ໄດ້ລາຍງານໃຫ້ຮູ້ວ່າ ແຂວງຫຼວງນ້ຳທາ ປະກອບມີ 5 ເມືອງ ມີ 49 ກຸ່ມບ້ານ 35 ພັນຄົວເຮືອນ, ມີພົນລະເມືອງທັງໝົດ 182.495 ຄົນ, ຍີງ 91 ພັນກວ່າຄົນ, ປະຊາຊົນສ່ວນໃຫຍ່ຢືດຖືການປູກຝັງ-ການລ້ຽງ ໂດຍສະເພາະການປູກເຂົ້າທົ່ວແຂວງມີເນື້ອທີນາທັງໝົດ 16 ພັນກວ່າເຮັກຕາ, ຜົນຜະລິດທັງໝົດ 51 ພັນກວ່າໂຕນ, ໃນນີ້ນາແຊງມີ 282 ເຮັກຕາ, ຜົນຜະລິດ 1 ພັນກວ່າໂຕນ. ເນື້ອທີ່ເຂົ້າເນີນສູງ 6 ພັນກວ່າເຮັກຕາ, ຜົນຜະລິດ 12 ພັນກວ່າໂຕນ, ນອກຈາກການປູກເຂົ້າແລ້ວ ປະຊາຊົນຍັງໄດ້ສຸມໃສ່ການປູກພືດຜັກຕ່າງໆເຊັ່ນ: ການປູກຢາງພາລາ, ສາລີຫວານ, ກ້ວຍ, ອ້ອຍ, ເຜືອກມັນ ແລະ ພືດຜັກຕ່າງໆ ວຽກງານການລ້ຽງສັດທົ່ວແຂວງມີຝຸງສັດລ້ຽງປະເພດ ຄວາຍ 11 ພັນກວ່າໂຕ, ງົວ 26 ພັນກວ່າໂຕ, ໝູ 126 ພັນກວ່າໂຕ, ແບ້ 10 ພັນກວ່າໂຕ, ສັດປີກມີທັງໜົດ 1 ລ້ານກວ່າໂຕ. ສາມາດສົ່ງອອກປະເພດ ພືດຜັກຕ່າງໄປຍັງປະເທດ ສປ ຈີນ ໄດ້ເຖີງ 328 ພັນກວ່າໂຕນ, ປະເພດສັດລ້ຽງ ຄວາຍ, ງົວ ໝູ, ແບ້, ປາ, ໄຂ່ ແລະ ສັດປີກ ໄດ້ຈຳນວນ 6 ພັນກວ່າໂຕນ.
ໃນກອງປະຊຸມຄະນະຜູ້ແທນກອງປະຊຸມໄດ້ປະກອບຄຳຄິດຄຳຢ່າງກົງໄປກົງມາ ໂດຍສະເພາະການຕອບສະໜອງນ້ຳຊົນລະປະທານ ໃນການຜະລິດກະສິກຳ, ການສັນ ແລະ ຄຸ່ມຄອງທີ່ດີນກະສິກຳ, ການຄັດເລືອກສີນຄ້າບໍລິມະສິດຂອງແຂວງເພື່ອຜະລິດເປັນສີນຄ້າສົ່ງອອກ,
ໃນຕອນທ້າຍກອງປະຊຸມ ທ່ານ ທອງພັດ ວົງມະນີ ຮອງລັດຖະມົນຕີກະຊວງກະສິກຳ ແລະ ປ່າໄມ້, ໄດ້ຍ້ອງຍໍຊົມເຊີຍຕໍ່ກັບຜົນງານດັ່ງກ່າວ,ເພາະແຂວງ ຫຼວງນ້ຳທາ ເປັນແຂວງທີມີທາງດ້ານເສດຖະກີດ ເພາະມີຊາຍແດນຕິດກັບບັນດາປະເທດ, ສປ ຈີນ, ມຽນມ້າ ແລະໄທ. ຊີ້ນຳ-ນຳພາໃຫ້ພະແນກການທີ່ກ້ຽວຂ້ອງລົງສືບຕໍ່ສຸກຍູ້ສົ່ງເສີມຂະຫຍາຍເຕັກນິກວິຊາການຕ່າງໆໃຫ້ກັບປະຊາຊົນ, ເພື່ອເປັນການສ້າງລາຍຮັບໃຫ້ກັບປະຊາຊົນໃນການຜະລິດກະສິກໍາ, ພ້ອມທັງຮັບປະກັນຄວາມໝັ່ນຄົງທາງດ້ານສະບຽງອາຫານຜະລິດ ໃຫ້ຫຼາຍກາຍເປັນສີນຄ້າ. ໂດຍຕິດພັນກັບການຜະລິດກະສິກຳສະອາດ, ສີຂຽວ ແລະ ຍືນຍົງ ຕາມທີ່ພັກ ແລະ ລັດຖະບານ ວາງໄວ້ໃຫ້ປະກົດຜົນເປັນຈີງ.
ທີມຂ່າວ ກະຊວງກະສິກໍາ ແລະ ປ່າໄມ້
Editor: ກຳປານາດ ລັດຖະເຮົ້າ