ໃນວັນທີ 25 ມັງກອນ 2018 ຜ່ານມານີ້, ທ່ານ ສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີ ພ້ອມດ້ວຍຄະນະ ໄດ້ເດີນທາງເຄື່ອນໄຫວຢ້ຽມຢາມ ຊຸກຍູ້ບັນດາໂຄງການລົງທຶນ ທີ່ແຂວງຄໍາມ່ວນ ເຊີ່ງມີ ທ່ານ ໂອໄດ ສຸດາພອນ ເຈົ້າແຂວງຄໍາມ່ວນ ພ້ອມດ້ວຍ ຮອງເຈົ້າແຂວງ, ບັນດາການນໍາແຂວງ-ເມືອງ ແລະ ພະແນກການທີ່ກ່ຽວຂ້ອງ ໃຫ້ການຕ້ອນຮັບ.
ການຢ້ຽມຢາມຄັ້ງນີ້, ທ່ານ ສອນໄຊ ສີພັນດອນ ຮອງນາຍົດລັດຖະມົນຕີ ແລະ ຄະນະ ໄດ້ໄປຢ້ຽມຢາມ ແລະ ຊູກຍູ້ ໂຄງການຂຸດຄົ້ນ ແລະ ປຸງແຕ່ງເກືອກາລີ ທີ່ເມືອງຫນອງບຸກ ເຊີ່ງເປັນໂຄງການລົງທຶນ ຂອງກຸ່ມບໍລິສັດ ເຄມີ ຫວຽດນາມ ທີ່ໄດ້ເຊັນສັນຍາ ແລະ ເລີ່ມຈັດຕັ້ງປະຕິບັດ ມາແຕ່ເດືອນກຸມພາ 2012
ຫລັງຈາກນັ້ນ ທ່ານ ຮອງນາຍົກ ແລະ ຄະນະ ໄດ້ໄປຢ້ຽມຢາມ ແລະ ຕິດຕາມການພັດທະນາ ໃນເຂດເສດຖະກິດສະເພາະ ພູຂຽວ ເມືອງທ່າແຂກ, ແຂວງຄໍາມ່ວນ ເຊີ່ງເປັນເຂດທີ່ໄດ້ຮັບການສ້າງຕັ້ງຂື້ນ ໃນເດືອນມັງກອນ 2011 ໂດຍການລົງທຶນ ຂອງບໍລິສັດ ເອັສວີ ກຣຸບ ຈໍາກັດ ໃນເນື້ອທີ່ 4,850 ເຮັກຕາ, ລວມມູນຄ່າການລົງທຶນ ກວ່າ 1,5 ຕື້ ໂດລ້າສະຫາລັດ.
ຕໍ່ມາໃນວັນທີ 26 ມັງກອນ 2018 ທ່ານ ສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີ ແລະ ຄະນະ ໄດ້ເດີນທາງໄປເບີ່ງສະພາບການຈັດຕັ້ງປະຕິບັດ ໂຄງການຂຸດຄົ້ນແຮ່ກົ່ວ ຂອງບໍລິສັດ ລາວ-ເກົາຫລີ ທີ່ບ້ານໂພນຕິ້ວ ເມືອງຫີນບູນ ແຂວງຄໍາມ່ວນ, ເຊີ່ງມີຫລາຍໆບໍລິສັດ ທີ່ໄດ້ດໍາເນີນການຂຸດຄົ້ນແຮ່ທາດ ໃນເຂດອ່າງສໍາປະທານ ເຂດດັ່ງກ່າວ ເລີມສໍາປະທານ ມາແຕ່ປີ 2011 ໃນເນື້ອທີ່ຂຸດຄົ້ນ 242 ເຮັກຕາ ແລະ ເນື້ອທີ່ສໍ່ຫລວດ ກວ່າ 1,600 ກວ່າເຮັກຕາ. ກວມເອົາ 6 ບ້ານ
Editor: ກຳປານາດ ລັດຖະເຮົ້າ