ພິທີວາງສີລາເລີກ ການກໍ່ສ້າງພຣະພຸດທະຮູບ ອົງໃຫຍ່ ຢູ່ເມືອງປາກລາຍ ແຂວງໄຊຍະບູລີ ຈັດຂຶ້ນໃນວັນທີ 25 ມັງກອນ 2018 ໂດຍການເປັນກຽດເຂົ້າຮ່ວມ ຂອງທ່ານ ສົມສະຫວາດ ເລັງສະຫວັດ ທີ່ປຶກສາ ຄະນະບໍລິຫານງານສູນກາງພັກ, ທ່ານ ຢັນຍົງ ສີປະເສີດ ຮອງເຈົ້າແຂວງໄຊຍະບູລີ ມີຄະນະປະຈໍາພັກແຂວງ, ປະທານກວດກາພັກ, ຫົວໜ້າກວດກາລັດແຂວງໄຊຍະບູລີ ພ້ອມດ້ວຍການນໍາຂັ້ນແຂວງ, ອົງການປົກຄອງເມືອງ, ອົງການພຸດພະສາສະໜາສຳພັນລາວຂັ້ນແຂວງ, ເມືອງ, ອຳນາດການປົກຄອງບ້ານ ພ້ອມດ້ວຍຊາວພຸດທະສາສະນິກະຊົນທັງພາຍໃນ ແລະ ຕ່າງເມືອງ ເຂົ້າຮ່ວມເປັນຈຳນວນຫຼວງຫຼາຍ.
ໃນພິທີ ໄດ້ມີພິທີກໍາທາງສາສະໜາ ໄຫວ້ພະຮັບສິນ, ຈູດທຽນໄຊ, ທຳພິທີບວງສວງເຈົ້າທີ, ບູຊາເທພະອາລັກທັງຫລາຍ, ຄາລະວະຂອງທານ, ສູດເຂົ້າບາດ, ສູດປະຣິດຕະມຸງຄຸນ ແລະອື່ນໆ.
ຖ້າສ້າງພະພຸດທະຮູບອົງໃຫຍ່ສຳເລັດ ຈະເປັນສູນລວມແຫ່ງຈິດໃຈຂອງຊາວເມືອງ ພ້ອມທັງເປັນການພັດທະນາແຫຼ່ງທ່ອງທ່ຽວທາງດ້ານວັດທະນະທຳຕື່ມອີກ.
Editor: ວິທະຍຸກະຈ່າຍສຽງແຫ່ງຊາດ